ສິງກະໂປ ຂຶ້ນເປັນອັນດັບ 1 Passport ທີ່ມີອິດທິພົນຫຼາຍທີ່ສຸດໃນໂລກປີ 2023 ສ່ວນປະເທດລາວ ຢູ່ອັນດັນ 87


ປະເທດ ສິງກະໂປ ຂຶ້ນເປັນ Passport ທີ່ມີອິດທິພົນຫຼາຍທີ່ສຸດໃນໂລກ ຕາມດັດຊະນີ Henley Passport Index ປະຈຳໄຕມາດ 3 ປີ 2023 ເຊິ່ງຈະພິຈາລະນາຈາກເສລີພາບໃນການເດີນທາງທົ່ວໂລກໄດ້ໂດຍບໍ່ຕ້ອງຂໍໃຊ້ວີຊ່າ.

ເປັນເວລາເຖິງ 5 ປີທີ່ປະເທດຍີ່ປຸ່ນ ຄອງຕຳແໜ່ງອັນດັບ 1 ມາຍາວນານໃນ Henley Passport ກ່ອນຈະເສຍຕຳແໜ່ງໃຫ້ກັບສິງກະໂປໃນຄັ້ງນີ້.

ໂດຍຜູ້ຖື Passport ຂອງປະເທດ ສິງກະໂປ ເຊິ່ງກາຍເປັນ Passport ທີ່ມີອິດພົນຫຼາຍທີ່ສຸດໃນໂລກ ສາມາດເດີນທາງໄປຕ່າງປະເທດທົ່ວໂລກໄດ້ຮອດ 193 ປະເທດ ຈາກທັງໝົດ 227 ປະເທດໂດຍບໍ່ຕ້ອງຂໍວີຊ່າ ການຈະໄດ້ເປັນ Passport ທີ່ຊົງອິດທິພົນຕ້ອງຜ່ານຫຼັກເກນການຄັດເລືອກ ແລະ ຈັດອັນດັບຈາກ SPI ໂດຍອາໄສຂໍ້ມູນຈາກ International Air Transport Association : IATA.

ສຳລັບ 10 ອັນດັບທຳອິດ ຂອງ Passport ທີ່ມີອິດທິພົນທີ່ສຸດໃນໂລກປະຈຳໄຕມາດທີ 3 ປີ 2023

  1. ປະເທດ ສິງກະໂປ ສາມາດເດີນທາງບໍ່ແບບຕ້ອງຂໍວີຊ່າໄດ້ 192 ປະເທດ.
  2. ປະເທດ ເຢຍລະມັນ, ອິຕາລີ ແລະ ສະເປນ ສາມາດເດີນທາງບໍ່ແບບຕ້ອງຂໍວີຊ່າໄດ້ 190 ປະເທດ.
  3. ປະເທດ ອອສເຕຣຍ, ຟິນແລນ, ຝຣັ່ງ, ຍີ່ປຸ່ນ, ລັກເຊມເບີກ, ເກົາຫຼີໃຕ້ ແລະ ສະວີເດັນ ສາມາດເດີນທາງບໍ່ແບບຕ້ອງຂໍວີຊ່າໄດ້ 189 ປະເທດ.
  4. ປະເທດ ເດນມາກ, ໄອແລນ ແລະ ສະຫະຣາຊະອານາຈັກ ສາມາດເດີນທາງບໍ່ແບບຕ້ອງຂໍວີຊ່າໄດ້ 188 ປະເທດ.
  5. ປະເທດ ເບວຢຽມ, ສາທາລະນະລັດເຊັກ, ມອນຕາ, ນິວຊີແລນ, ນໍເວ, ໂປຕຸເກດ ແລະ ສະວິດເຊີແລນ ສາມາດເດີນທາງບໍ່ແບບຕ້ອງຂໍວີຊ່າໄດ້ 187 ປະເທດ.
  6. ປະເທດ ອອສເຕເລຍ, ຮັງກາລີ ແລະ ໂປແລນ ສາມາດເດີນທາງບໍ່ແບບຕ້ອງຂໍວີຊ່າໄດ້ 186 ປະເທດ.
  7. ປະເທດ ແຄນາດາ ແລະ ກຣີກ ສາມາດເດີນທາງບໍ່ແບບຕ້ອງຂໍວີຊ່າໄດ້ 185 ປະເທດ.
  8. ປະເທດ ລີທົວເນຍ ແລະ ສະຫະລັດອາເມຣິກາ ສາມາດເດີນທາງບໍ່ແບບຕ້ອງຂໍວີຊ່າໄດ້ 184 ປະເທດ.
  9. ປະເທດ ລັດເວຍ, ສະໂລວາເກຍ ແລະ ສະໂລວາເນຍ ສາມາດເດີນທາງບໍ່ແບບຕ້ອງຂໍວີຊ່າໄດ້ 183 ປະເທດ.
  10.  ປະເທດ ເອສໂຕເນຍ ແລະ ໄອແລນ ສາມາດເດີນທາງບໍ່ແບບຕ້ອງຂໍວີຊ່າໄດ້ 182 ປະເທດ.

 ໃນສ່ວນຂອງປະເທດ ລາວ ຢູ່ອັນດັບທີ 87 ສາມາດເດີນທາງບໍ່ແບບຕ້ອງຂໍວີຊ່າໄດ້ 50 ປະເທດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/