ລາຄາຫຼຽນມີມ Dogwifhat ເພີ່ມຂຶ້ນເຮັດ ATH ໃໝ່ແຊງໜ້າຫຼຽນມີມ PEPE ຂຶ້ນເປັນຈ່າຝູງກຽມທີ່ຈະ Run ວົງການຫຼຽນມີມ


ໃນຄືນທີ່ຜ່ານມາ, ລາຄາຂອງຫຼຽນມີມ Dogwifhat (WIF) ໄດ້ມີການເຄື່ອນໄຫວຄັ້ງໃຫຍ່ເກີດຂຶ້ນ. ໂດຍລາຄາຂອງຫຼຽນມີການເພີ່ມຂຶ້ນເກືອບແຕະລະດັບ 4 ໂດລາ ເຮັດສະຖິຕິສູງສຸດໃໝ່ (ATH) ທີ່ 3.97 ໂດລາເປັນທີ່ຮຽບຮ້ອຍ, ກ່ອນທີ່ຈະປັບຕົວລົງມາເລັກນ້ອຍ ແລະ ທະຍານເພິ່ມຂຶ້ນໃນຕອນເຊົ້າຂອງມື້ນີ້ທີ່ 3.977 ໂດລາ.

ໃນຂະນະທີ່ຂຽນ, WIF ໄດ້ມີການຊື້ຂາຍກັນຢູ່ທີ່ 3.75 ໂດລາ, ເຊິ່້ງເພິ່ມຂຶ້ນຫຼາຍເຖິງ 22.08% ໃນ 24 ຊົ່ວໂມງທີ່ຜ່ານມາ. ອີງຂໍ້ມູນຈາກ Coinmarketcap.

ເຊິ່ງໃນອາທິດທີ່ຜ່ານມາ, ເຖິງແມ່ນວ່າພາບລວມຂອງຕະຫຼາດ crypto ແລະ ຫຼຽນ meme ຈະມີຫຍຸດສະງັກລົງ, ແຕ່ມັນກໍບໍ່ໄດ້ເຮັດໃຫ້ຄວາມຮ້ອນແຮງຂອງ WIF ເຢັນລົງແຕ່ຢ່າງໃດ. ແລະໃນຕອນນີ້ກໍ່ໃກ້ຈະຮອດ 5 ເດືອນແລ້ວນັບຕັ້ງແຕ່ຫຼຽນມີມນີ້ຖືກປ່ອຍອອກມາໃນ chain ຂອງ Solana.

ສໍາລັບໃນມື້ນີ້, ເອີ້ນໄດ້ວ່າຫຼຽນ WIF ໄດ້ມີການເຄື່ອນໄຫວທີ່ດີທີ່ສຸດນັບຕັ້ງແຕ່ເປີດຕົວມາ. ນອກ​ນີ້, ປະຈຸ​ບັນ​ຍັງ​ສາມາດ​ໄຕ່ຂຶ້ນ​ໄປ​ຢູ່​ໃນ​ອັນ​ດັບ 38 ຂອງ​ລາຍການ​ຫຼຽນ​ທີ່​ມີ​ມູນ​ຄ່າ​ຕະຫຼາດ​ສູງ​ສຸດທີ່ສຸດ ເອົາຊະນະຜູ້ຊະນະຫຼຽນມີມຮຸ່ນອ້າຍຄື PEPE ໄດ້ຢ່າງງ່າຍດາຍ ເປັນຮອງພຽງແຕ່ DOGE ແລະ SHIB ໃນເວລານີ້.

ແນວໃດກໍຕາມ, ໃນມື້ນີ້ມີຫຼຽນມີມຫຼາຍຕົວ ນອກຈາກ WIF ທີ່ສາມາດເຮັດຜົນງານໄດ້ດີ, ໂດຍ Dogecoin ເພີ່ມຂຶ້ນ 16.8%, BONK ເພີ່ມຂຶ້ນ 10%, Floki ທີ່ 12.7% ແລະ PEPE ຢູ່ 8% ຕາມລໍາດັບ.

ທີ່ມາ:

siamblockchain

decrypt

coinmarketcap

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/