ພາວະໂລກຮ້ອນ ກຳລັງເຮັດໃຫ້ເວລາໃນໂລກປ່ຽນໄປ!


ງານວິໄຈໃໝ່ພົບວ່າການລະລາຍຂອງນ້ຳກ້ອນສົ່ງຜົນກະທົບຕໍ່ການໝຸນອ້ອມຕົວຂອງໂລກ ເຊິ່ງສົ່ງຜົນຕໍ່ການກຳນົດ “ເວລາ” ໄປນຳ ໂດຍເວລາການໜຸນອ້ອມຕົນເອງ 1 ຮອບຂອງໂລກໃຊ້ເວລາປະມານ 86,400 ວິນາ ຫຼື 24 ຊົ່ວໂມງ ແຕ່ຄວາມເປັນຈິງມັນບໍ່ແມ່ນ 24 ຊົ່ວໂມງກົງໆ ແຕ່ອາດຈະຊ້າ ຫຼື ອາດຈະໄວຂຶ້ນໃນຫຼັກສ້ຽວວິນາທີ.

ແຕ່ຜົນການສຶກສາຫຼ້າສຸດພົບວ່າ ການໜຸນອ້ອມຕົນເອງຂອງໂລກກຳລັງໄດ້ຮັບ ອິດທິພົນຈາກການກະທຳມະນຸດເນື່ອງມາຈາກ ການລະລາຍຂອງນ້ຳກ້ອນ ເພາະວິກິດໂລກຮ້ອນ ເຮັດໃຫ້ການໜຸນຂອງໂລກປ່ຽນແປງ ແລະ ເວລາກໍປ່ຽນແປງຕາມໄປ.

ການປ່ຽນແປງທີ່ເບິ່ງບໍ່ເຫັນນີ້ບາງເທື່ອຕ້ອງເຮັດໃຫ້ໂລກຈຳເປັນຕ້ອງໄດ້ຮັບການປັບເພີ່ມເວລາ Leap Second ຫຼື ເພີ່ມເວລາ 1 ວິນາທີເຂົ້າໄປບາງປີ ແຕ່ງານວິໄຈຫຼ້າສຸດປະເມີນວ່າປີ 2029 ໂລກອາດຈະມີ Leap Second ເຊີງລົບເປັນຄັ້ງທຳອິດ ຫຼື ຕ້ອງລົບເວລາອອກ 1 ວິນາທີ ເພາະໂລກໝຸນໄວຂຶ້ນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/