VinFast ສົມທົບກັບ 15 ຕົວແທນຈຳໜ່າຍໄທ ບຸກເຂົ້າສູ່ຕະຫຼາດລົດໄຟຟ້າ ມຸ່ງສູ່ເປົ້າໝາຍ 30% ຂອງການຜະລິດລົດໃຫຍ່ໃນປະເທດໄທ


ໃນວັນທີ 27 ມີນາທີ່ຜ່ານມາ, ສຳນັກຂ່າວຂອງປະເທດຫວຽດນາມໄດ້ລາຍງານວ່າ VinFast ຜູ້ຜະລິດລົດໄຟຟ້າຫວຽດນາມ ໄດ້ປະກາດ​ເຊັນ​ສັນຍາ​ຮ່ວມ​ມື​ກັບ​ຜູ້​ຈຳໜ່າຍ 15 ​ແຫ່ງ​ຢູ່​ໄທ. ​ເພື່ອ​ຂະຫຍາຍ​ທຸລະ​ກິດ​ໃນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ແລະ ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ລົດ EV ທີ່​ເພີ່ມ​ຂຶ້ນ​ໃນ​ພາກ​ພື້ນ.

VinFast ກ່າວວ່າ ການລົງນາມຂໍ້​ຕົກລົງໃນການຮ່ວມມື​ດັ່ງກ່າວ​ໄດ້​ມີ​ຂຶ້ນ​ຢູ່​ທີ່​ງານ​ Bangkok International Motor Show ຄັ້ງທີ 45 ທີ່​ຈັດ​ຂຶ້ນ​ໃນ​ອາທິດ​ທີ່ຜ່ານມາ. ໂດຍ VinFast ແລະ ຕົວແທນຈໍາໜ່າຍຂອງຕົນຈະເຮັດວຽກຮ່ວມກັນຢ່າງເຕັມທີ່ເພື່ອເປີດຫ້ອງວາງສະແດງ 22 ແຫ່ງ, ໂດຍເນັ້ນໃສ່ຖະໜົນສາຍຫຼັກໃນບາງກອກ ແລະ ບໍລິເວນອ້ອມແອ້ມ, ຈາກນັ້ນຂະຫຍາຍໄປໃນຕົວເມືອງໃຫຍ່ເຊັ່ນ: ຊຽງໃໝ່, ຂອນແກ່ນ, ອຸບົນຣາຊະທານີ, ອາຍຸດທະຍາ ແລະ ຊົນບູລີ.

ຖືໄດ້ວ່າເປັນຈຸດສໍາຄັນສໍາລັບຍຸດທະສາດສຳລັບການເຕີບໂຕຂອງ VinFast ໃນຕະຫຼາດໄທ. ທີ່ມີອັດຕາການນໍາໃຊ້ລົດ EV ສູງ ແລະ ມີສະຖານີສາກໄຟເປັນພື້ນຖານໂຄງສ້າງທີ່ຊ່ວຍໃຫ້ບໍລິສັດສາມາດນໍາສະເໜີລົດໄຟຟ້າທີ່ຫຼາກຫຼາຍສໍາລັບຊີວິດໃນຕົວເມືອງ.

Vu Dang Yen Hang ຫົວໜ້າ​ບໍລິຫານ​ຂອງບໍລິສັດ VinFast Auto (ປະເທດໄທ) ກ່າວວ່າ

“ການ​ຂະຫຍາຍ​ເຄືອ​ຂ່າຍ​ຕົວ​ແທນ​ຈຳໜ່າຍ​ໄດ້​ຕອກຢ້ຳຈຸດຍືນ ແລະ ຄວາມສາມາດໃນການຢຶດໝັ້ນທີ່ໝັ້ນຄົງຂອງ VinFast ໃນປະເທດໄທ. ໂດຍ​ເນັ້ນ​ໜັກ​ເຖິງ​ຄວາມ​ສາມາດ​ເຕີບ​ໂຕ ​ແລະ ພັດທະນາ​ລະບົບ​ຄົມມະນາຄົມ​ຂົນ​ສົ່ງ​ແບບ​ຍືນ​ຍົງ ​ເພື່ອ​ຮັບປະກັນ​ຄວາມ​ກ້າວໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.

ບໍລິສັດຕັ້ງເປົ້າທີ່ຈະເລີ່ມການຂາຍລົດໄຟຟ້າຮຸ່ນ VF e34 (SUV-BUV), VF 5 (Cross City Car), VF 6 (Crossover SUV) ແລະ VF. 7 (crossover SUV) ແລະ scooter ໄຟຟ້າໃນສອງເດືອນຂ້າງໜ້າ ຫຼື ໄຕມາດທີສາມ, ໂດຍຈະມີການເປີດເຜີຍລາຍລະອຽດໃນການປະກາດຄັ້ງຕໍ່ໄປ”.

ເຖິງແມ່ນວ່າຕະຫຼາດລົດ EV ຂອງໄທຈະມີຂະໜາດນ້ອຍ ແຕ່ກໍສາມາດເຕີບໂຕໄດ້ຢ່າງໄວວາຈາກການສະໜັບສະໜຸນຕ່າງໆຈາກລັດຖະບານ. ໂດຍປະເທດໄທໄດ້​ຕັ້ງ​ເປົ້າໝາຍທີ່​ຈະ​ປ່ຽນແປງ 30% ຂອງ​ການ​ຜະ​ລິດ​ລົດ​ ປະ​ຈໍາ​ປີ​ຂອງ​ຕົນ​ເປັນລົດ EVs ໃນ​ປີ 2030, ເຊິ່ງການເຄື່ອນໄຫວໃນຄັ້ງນີ້ຈະຊ່ວຍຊຸກ​ຍູ້​ການ​ແຂ່ງ​ຂັນ​ໃນ​ບັນ​ດາ​ຜູ້​ຜະ​ລິດ EV, ໂດຍນັກລົງທຶນບາງລາຍແນມເຫັນວ່າ​ປະ​ເທດ​ໄທ ແມ່ນສູນ​ກາງ​ການ​ຜະ​ລິດ​ລົດ​ຂອງ​ພາກ​ພື້ນນີ້່ ເປັນ​ຮາກ​ຖານ​ການ​ຜະ​ລິດທີ່ມີສັກກະຍາພາບ.

ໃນ​ປີ 2023, ຊາວ​ໄທ​ໄດ້​ຊື້ EV ທີ່ໃຊ້​ແບັດ​ເຕີ​ຣີ 73,500 ຄັນ, ກວມ​ເອົາ 9% ຂອງ​ຍອດ​ຂາຍ​ລົດ​ພາຍ​ໃນ​ປະ​ເທດ ແລະ ຄາດວ່າຈະເພີ່ມຂຶ້ນສອງເທົ່າໃນທ້າຍປີ 2024, ອີງຕາມການຄາດການຂອງສະຫະພັນອຸດສາຫະກໍາແຫ່ງປະເທດໄທ.

VinFast ຕັ້ງເປົ້າໝາຍທີ່ຈະຂະຫຍາຍທຸລະກິດຂອງຕົນອອກໄປຢ່າງໜ້ອຍ 50 ປະເທດພາຍໃນປີ 2024. ນອກເໜືອໄປຈາກຕະຫຼາດທີ່ໄດ້ຈັກຕັ້ງຂຶ້ນແລ້ວເຊັ່ນ: ສະຫະລັດ, ແຄນາດາ ແລະ ຢູໂຣບ, VinFast ກໍາລັງມຸ່ງເປົ້າໝາຍໃສ່ຕະຫຼາດໃນອາຊີໃກ້ຄຽງເຊັ່ນ: ອິນເດຍ, ອິນໂດເນເຊຍ, ໄທ ແລະ ຟິລິບປິນ.

ທີ່ມາ:

facebook

reuters

dttc.sggp.org.vn

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/