ລັດຖະບານເນັ້ນ ຈະໃຊ້ຈ່າຍງົບປະມານແຫ່ງລັດຢ່າງປະຢັດ ເຂັ້ມງວດ ໃນການຈັດຕັ້ງປະຕິບັດ ໂດຍສະເພາະດ້ານການເງິນ


ຫ້ອງວ່າການສູນກາງພັກ (ຫສພ) ເຜີຍແຜ່ເອກະສານວຽກງານການເງິນ ໃນວັນທີ 15 ກຸມພາ 2023 ໂດຍການເປັນປະທານຂອງ ສະຫາຍ ເພັດຖາວອນ ພິລາວັນ ຄະນະປະຈໍາພັກ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ມີຄະນະພັກ, ຄະນະຫ້ອງ, ຄະນະກົມ ແລະ ຄະນະພະແນກ ເຂົ້າຮ່ວມ.

ໃນພິທີ, ສະຫາຍ ເພັດຖາວອນ ພິລາວັນ ໄດ້ໃຫ້ຮູ້ວ່າ: ການເຜີຍແຜ່ ບັນດາເອກະສານທີ່ສຳຄັນຂອງວຽກງານການເງິນ ໂດຍສະເພາະ ຂໍ້ຕົກລົງວ່າດ້ວຍກຳນົດໝາຍການໃຊ້ຈ່າຍງົບປະມານຂອງລັດ, ການປະຢັດ ແລະ ຕ້ານການຟຸມເຟືອຍ ເຊິ່ງເອກະສານດັ່ງກ່າວ ແມ່ນໄດ້ສັງລວມ ແລະ ໂຮມເຂົ້າກັນລະຫວ່າງ ຂໍ້ກຳນົດໝາຍຂອງກະຊວງການເງິນ ສະບັບເລກທີ 4000/ກງ ແລະ ດຳລັດ 205 ຂອງລັດຖະບານ, ມາເປັນ ເລກທີ 0200/ກງ, ນອກຈາກນັ້ນ, ກໍມີເອກະສານ ຂໍ້ກຳນົດກ່ຽວກັບການຈັດຕັ້ງປະຕິບັດວຽກງານຈັດຊື້-ຈັດຈ້າງ ດ້ວຍທຶນລັດ ເຊິ່ງໄດ້ຄັດຈ້ອນອອກມາຈາກກົດໝາຍວ່າດ້ວຍການຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ ແລະ ເອກະສານສຸດທ້າຍ ແມ່ນບົດແນະນຳການປະກອບເອກະສານ ແລະ ກວດກາເອກະສານລາຍຈ່າຍງົບປະມານແຫ່ງລັດ ຂອງຫ້ອງວ່າການສູນກາງພັກ. ທັງໝົດນັ້ນ, ແມ່ນເອກະສານ ທີ່ມີຄວາມຈຳເປັນຍິ່ງ ເພື່ອແນໃສ່ການຈັດຕັ້ງປະຕິບັດວຽກງານໃຫ້ໄປຕາມລະບຽບ ແລະ ກົດໝາຍຂອງລັດ.

ດັ່ງໃນມະຕິຂອງພັກເຮົາ ໄດ້ເວົ້າວ່າ “ສ້າງລັດແຫ່ງກົດໝາຍ”. ສະນັ້ນ, ຈຸດປະສົງຂອງການເຜີຍແຜ່ເອກະສານທີ່ໄດ້ສະເໜີມານັ້ນ, ເນື້ອໃນຕົ້ນຕໍ ແມ່ນພວກເຮົາມາທົບທວນຄືນ ບັນດານິຕິກຳ ກໍຄື ກົດໝາຍດັ່ງກ່າວ ໃຫ້ເຂົ້າໃຈເລິກເຊິ່ງ ແລະ ບາງຈຸດກໍເປັນການເສີມຂະຫຍາຍຕື່ມ ເພື່ອໃຫ້ໄປຕາມກົນໄກການຕະຫຼາດ ແລະ ຄວາມສອດຄ່ອງກັບສະຖານະການຂອງເສດຖະກິດ ໃນປັດຈຸບັນ.

ລັດຖະບານ

ສະຫາຍ ເພັດຖາວອນ ພິລາວັນ ຍັງໃຫ້ຮູ້ອີກວ່າ: ຄວາມໝາຍ, ຄວາມສໍາຄັນຂອງເອກະສານດັ່ງກ່າວນີ້, ແມ່ນແນໃສ່ປັບປຸງ ແລະ ແກ້ໄຂບາງບັນຫາ ໃນການຈັດຕັ້ງປະຕິບັດຕົວຈິງຂອງວຽກງານ ໂດຍສະເພາະແມ່ນການນຳໃຊ້ງົບປະມານແຫ່ງລັດ ເຂົ້າໃນການບໍລິຫານ ຮັບໃຊ້ໃຫ້ແກ່ການນຳຂອງພັກ ໃຫ້ຖືກຕ້ອງຕາມກົດລະບຽບ ແລະ ຫຼັກການ, ເຊິ່ງຜ່ານມາເຮົາສັງເກດເຫັນວ່າ ການຈັດຕັ້ງປະຕິບັດ ໃນໄລຍະຜ່ານມາ ໄດ້ມີຄວາມຫຍຸ້ງຍາກເປັນຕົ້ນ: ຄວາມຕ້ອງການຂອງໜ້າທີ່ວຽກງານຂອງພວກເຮົາແມ່ນຫຼາຍ ແຕ່ງົບປະມານຂອງພວກເຮົາແມ່ນຈຳກັດ; ຄວາມອາດສາມາດໃນການສະໜອງດ້ານງົບປະມານ ຍັງຢູ່ໃນລະດັບເກົ່າ ເຊິ່ງມັນເກີດຂຶ້ນຈາກປັດໄຈຫຼາຍດ້ານເຊັ່ນ: ວິກິດການທາງດ້ານເສດຖະກິດ, ຜົນກະທົບດ້ານພະລັງງານ, ສະພາບການເມືອງຂອງໂລກມີການປ່ຽນແປງ, ສະພາບການເກັບລາຍຮັບຂອງຊາດບໍ່ບັນລຸຕາມເປົ້າໝາຍ, ຄ່າຄອງຊີບທີບຕົວຂຶ້ນສູງ ແລະ ອື່ນໆ ເຊິ່ງມັນຮຽກຮ້ອງໃຫ້ພວກເຮົາຕ້ອງຮັດສາຍແອວເຂົ້າ, ພວກເຮົາຕ້ອງເຂັ້ມງວດ ໃນການຈັດຕັ້ງປະຕິບັດ ໂດຍສະເພາະດ້ານການເງິນ ເອກະສານທຸກຢ່າງໃນການນຳໃຊ້ງົບປະມານ ຕ້ອງໄປຕາມຫຼັກການ, ມີການກວດກາຫຼັງການຈ່າຍ, ມີການກວດສອບ, ມີການກວດກາສະຫຼຸບ ແລະ ລາຍງານ ຢ່າງໂປ່ງໃສ ແລະ ສາມາດກວດສອບໄດ້ ແລະ ສິ່ງສຳຄັນອີກອັນໜຶ່ງ ແມ່ນການປະຢັດ ຕ້ານການຟຸມເຟື້ອຍ, ສ້າງຈິດສຳນຶກ ໃຫ້ທຸກຄົນມີຄວາມມານະອົດທົນ ປະຢັດມັດທະຍັດ, ໃຊ້ຈ່າຍຢ່າງສົມເຫດສົມຜົນ ແລະ ຜ່ານຜ່າວິກິດດັ່ງກ່າວ.

ລັດຖະບານ

ຂອບໃຈຂໍ້ມູນຈາກ: https://bit.ly/3xtbpyk

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/