ກອງທັບອາກາດ ອາເມຣິກາ ທົດລອງໃຊ້ AI ຂັບເຮືອບິນສູ້ຮົບ F-16 ເປັນເວລາ 17 ຊົ່ວໂມງ ໂດຍບໍ່ຕ້ອງມີນັກບິນບັງຄັບເລີຍ

ກອງທັບອາກາດ

ໃນໂລກຍຸກໃໝ່ນີ້ ເທັກໂນໂລຢີ ປັນຍາປະດິດ ຫຼື AI ເບິ່ງຄືຈະມີບົດບາດກັບເກືອບທຸກໆວົງການ ຫຼ້າສຸດ ​ກອງທັບ​ອາກາດ​ອາ​ເມ​ຣິ​ກາ, ໄດ້ປະກາດຄວາມສຳເລັດໃນການທົດລອງໃຊ້ AI ຂັບເຮືອບິນສູ້ຮົບ F-16 ເປັນເວລາ 17 ຊົ່ວໂມງ ໂດຍບໍ່ຕ້ອງມີນັກບິນບັງຄັບເລີຍແມ່ນແຕ່ຄົນດຽວ ຫຼັງຈາກທີ່ພັດທະນາລະບົບຂອງ AI ມາດົນກວ່າ 3 ປີ.

ໂດຍກອງທັບອາກາດອາເມຣິກາ ລະບຸວ່າ ເຮືອບິນຮົບທີ່ໃຊ້ AI ບັງຄັບນີ້ ແມ່ນດັດແປງແບບພິເສດມາຈາກ ເຮືອບິນຮົບ ຮຸ່ນ F-16 ຮຸ່ນດັ້ງເດີມ ແລະ ມີການທົດສອບການບິນທັງໝົດ ລວມ 17 ຊົ່ວໂມງ.

ເຊິ່ງຄວາມ​ພິ​ເສດ​ຂອງ​ເທັກ​ໂນ​ໂລ​ຢີ AI ທີ່​ໃຊ້​ໃນ​ການ​ຄວບ​ຄຸມ​ເຮືອ​ບິນ F-16 ນີ້ກໍຄື ​ບໍ່ຈຳເປັນ​ຕ້ອງ​ອາໄສການ​ຄວບ​ຄຸມ​ຈາກນັກ​ບິນ​ເລີຍແມ່ນແຕ່ຄົນດຽວ. ຄວາມສາມາດຂອງ AI ໃນການຄວບຄຸມເຮືອບິນແມ່ນຢູ່ໃນລະດັບທີ່ຫນ້າເຊື່ອຖື. ເຖິງແມ່ນວ່າໃນໄລຍະການທົດສອບ ຈະມີນັກບິນນັ່ງຢູ່ໃນ F-16 ແຕ່ກໍສໍາລັບເຫດຜົນດ້ານຄວາມປອດໄພເທົ່ານັ້ນ.

ກອງທັບອາກາດ

ຜົນປະໂຫຍດທີ່ສໍາຄັນຂອງການນໍາໃຊ້ AI ເພື່ອຄວບຄຸມເຮືອບິນສູ້ຮົບແມ່ນວ່ານັກບິນສາມາດບໍລິຫານຈັດການການຕໍ່ສູ້ ທີ່ເປັນສິ່ງສໍາຄັນກວ່າ ແລ້ວໃຫ້ AI ຄວບຄຸມຍົນແທນ ລວມທັງ AI ຍັງສາມາດຊ່ວຍລົດຜ່ອນ ການສູນເສຍທີ່ຈະເກີດຂຶ້ນກັບນັກບິນ.  ເພາະ​ວ່າ​ໃນ​ອະນາຄົດ​ອາດ​ຈະ​ມີ​ນັກ​ບິນ​ຂຶ້ນ​ມາ​ບັງຄັບເຮືອບິນ​ສູ້​ຮົບໜ້ອຍລົງ.

ນອກຈາກນັ້ນ, ລັດຖະບານສະຫະລັດຍັງມີ ໂຄງການພັດທະນາເທັກໂນໂລຢີ AI ທີ່ກ່ຽວຂ້ອງກັບຄວາມປອດໄພອີກຫຼາກຫຼາຍໂຄງການ ລວມໆແລ້ວ ໄດ້ຫຼາຍກວ່າ 600 ໂຄງການ. ໂດຍທີ່ຜ່ານມາ, ລັດຖະບານສະຫະລັດໄດ້ປະກາດວ່າຈະລົງທຶນໃນການພັດທະນາເທັກໂນໂລຢີ AI ດ້ວຍງົບປະມານຫຼາຍກວ່າ 2 ຕື້ໂດລາ ໃນໄລຍະ 5 ປີນັບແຕ່ປີ 2018 ເປັນຕົ້ນມາ.

ກອງທັບອາກາດ

ແຕ່ຢ່າງໃດກໍຕາມ ໃນປີທີ່ຜ່ານມາ ລັດຖະບານສະຫະລັດໄດ້ປະກາດວ່າງົບປະມານໄດ້ຖືກນໍາໃຊ້ ​ເພື່ອ​ພັດທະນາ​ເທັກ​ໂນ​ໂລ​ຢີ AI ​ໃຫ້​ປະ​ເພດ​ຕ່າງໆ​ໃນ​ຍອດ​ມູນ​ຄ່າ​ຫຼາຍ​ກວ່າ 2,5 ຕື້​ໂດ​ລາ ໃນ​ປີ 2022 ເຊິ່ງເກີນງົບປະມານທີ່ຕັ້ງໄວ້ໄປແລ້ວ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/