ມູນຄ່າລິຂະສິດຖ່າຍທອດສົດໃນ 5 ລີກໃຫຍ່ຂອງຢູໂຣບ


ກິລາບານເຕະຖືເປັນອີກໜຶ່ງກິລາທີ່ໄດ້ຮັບຄວາມນິຍົມເປັນອັນກັບຕົ້ນໆ ແລະ ມີເມັດເງິນໝຸນວຽນຢູ່ຢ່າງມະຫາສານ ໂດຍສະເພາະ 5 ລີກໃຫຍ່ໃນຢູໂຣບ ທີ່ໄດ້ຮັບຄວາມສົນໃຈໄປທົ່ວໂລກ. ແນ່ນອນວ່າເມື່ອມີຄົນສົນໃຈຫຼາຍເທົ່າໃດ ເມັດເງິນທີ່ຈະເຂົ້າມາກໍຫຼາຍເທົ່ານັ້ນ. ໂດຍສະເພາະມູນຄ່າຂອງລິຂະສິດຖ່າຍທອດສົດແມ່ນຖືເປັນລາຍໄດ້ຫຼັກໆຂອງບັນດາສະໂມສອນທົ່ວຢູໂຣບ. ມື້ນີ້ທີມຂ່າວ Lao X ຈະພາໄປເບິ່ງວ່າ 5 ລີກໃຫຍ່ໃນຢູໂຣບມີລາຍໄດ້ເທົ່າໃດຈາກຄ່າລິຂະສິດຖ່າຍທອດສົດ.

  1. English Premier League (EPL) ມູນຄ່າ 1,921 ລ້ານຢູໂຣ

ພຣີເມຍລີກ ເປັນລີກສູງສຸດໃນປະເທດອັງກິດ ເຊິ່ງໄດ້ຮັບຄວາມນິຍົມຫຼາຍຈາກຄົນທົ່ວໂລກ ເນື່ອງຈາກມີການແຂ່ງຂັນທີ່ສູງ ແລະ ເຂັ້ມຂຸ້ນຫຼາຍ ທຸກທີມສາມາດລຸ້ນທີ່ຈະປະສົບຜົນສຳເລັດໄດ້ທຸກປີ ບໍ່ວ່າຈະເປັນລຸ້ນແຊັ້ມ ລຸ້ນໄປ UEAFA Champion League, ລຸ້ນໄປ EUROPA League ແລະ ລຸ້ນໜີຕົກຊັ້ນ. ໂດຍມີສະໂມສອນດັງໆຫຼາຍສະໂມສອນ ເປັນສິ່ງດຶງດູດເມັດເງິນເຂົ້າມາເຊັ່ນ: ແມນເຊັສເຕີ້ ຢູໄນເຕັດ, ລີເວີ້ພູລ, ອາເຊນອລ, ເຊວຊີ, ແມນເຊັສເຕິ້ ຊິຕີ້, ສະເປີ ແລະ ອີກຫຼາຍສະໂມສອນ.  ແລະຖືເປັນລີກທີ່ມີລາຍໄດ້ຈາກຄ່າລິຂະສິດຖ່າຍທອດສົດສູງທີ່ສຸດໃນໂລກໂດຍມີມູນຄ່າຢູ່ທີ່ 1,921 ລ້ານຢູໂຣ ໂດຍເຊັນສັນຍາກັນ 3 ປີ (2022-2025) ລວມເປັນມູນຄ່າ 5,763 ລ້ານຢູໂຣ.

  1. Bundesliga ມູນຄ່າ 1,100 ລ້ານຢູໂຣ

ບຸນເດສລິກາ ເປັນລີກສູງສຸດໃນປະເທດເຢຍລະມັນ ເຊີ່ງມີສອງສະໂມສອນຍັກໃຫຍ່ຢ່າງ ບາເຍີນ ມິວນິກ ແລະ ດອດມູນ ຢູ່ໃນລີກນີ້ ແລະ ຖືວ່າເປັນລີກທີ່ກຳລັງມາແຮງ ເນື່ອງຈາກໄລຍະຫຼັງໆມາລີກນີ້ໄດ້ຜະລິດນັກເຕະຄຸນະພາບສູງອອກມາຫຼາຍໆຄົນເຊັ່ນ: ຈາດອນ ຊານໂຊ ທີ່ຕອນນີ້ຢູ່ກັບ ແມນເຊັສເຕີ້ ຢູໄນເຕັດ, ຈູດ ເບີລິ່ງແຮັມ ເດັກໜຸ່ມພອນສະຫວັນສູງຂອງ ສະໂມສອນ ດອດມູນ ແລະ ເອີລິ້ງ ຮາແລັນ ກອງໜ້າອາຍຸນ້ອຍທີ່ຄາດການວ່າຈະເປັນອະນາຄົດຂອງວົງການບານເຕະ. ໂດຍລີກນີ້ມີມູນຄ່າລິຂະສິດການຖ່າຍທອດສົດຢູ່ທີ່ 1,100 ລ້ານຢູໂຣ ຕໍ່ 1 ລະດູການ ໂດຍສັນຍາສະບັບນີ້ແມ່ນເຊັນກັນເປັນໄລຍະເວລາ 4 ປີ (2021-2025) ລວມເປັນມູນຄ່າ 4,400 ລ້ານຢູໂຣ.

  1. La Liga ມູນຄ່າ 990 ລ້ານຢູໂຣ

ລາ ລີກ້າ ເປັນລີກສູງສຸດຂອງ ສະເປນ ທີ່ມີສອງມະຫາອຳນາດໃນໂລກບານເຕະຢ່າງ ສະໂມສອນ ເຣອັນ ມາດຣິດ ເຈົ້າຂອງແຊັ້ມ ຢູໂຣບ 13 ສະໄໝ ແລະ ທີມຕ່າງດາວເຊັ່ນ: ບາເຊໂລນາ ຢູ່ນຳ. ແຕ່ກໍຕ້ອງຍອມຮັບວ່າໄລຍະຫຼັງໆມາຄວາມນິຍົມຂອງ ລາ ລີກ້າ ແມ່ນລົດລົງ ເນື່ອງຈາກການຍ້າຍອອກຂອງ 2 ສະຕາດັງຂອງໂລກຢ່າງ ຄຣິສເຕຍໂນ້ ໂຣນັລໂດ້ ແລະ ລີໂອເນວ ເມັສຊີ້ ບວກກັບບໍ່ໄດ້ມີ ຊຸບເປີສະຕາດັງໆເຂົ້າມາຫຼາຍປີແລ້ວ ຄືກັບສະໄໝກ່ອນ. ໂດຍມີມູນຄ່າລິຂະສິດການຖ່າຍທອດສົດ ຕໍ່ 1 ລະດູການ ຢູ່ທີ່ 990 ລ້ານຢູໂຣ ໂດຍສັນຍາແມ່ນຈະເຊັນກັນ 5 ປີ (2022-2027) ຕົກເປັນມູນຄ່າ 4,950 ລ້ານຢູໂຣ.

  1. Serie A ມູນຄ່າ 927.500 ລ້ານຢູໂຣ

ເຊລີ ອາ ເປັນລີກສູງສຸດໃນອິຕາລີ. ລີກ ເຊລີ ອາ ຖືເປັນລີກທີ່ເຄີຍໂດ່ງດັງຢ່າງສຸດຂີດ ໃນປີ 1990-2010 ເອີ້ນໄດ້ວ່າເປັນຍຸກທີ່ອິຕາລີຄອງໂລກເລີຍກໍວ່າໄດ້ ໂດຍມີຍັກໃຫຍ່ຢ່າງ ຢູເວນຕຸສ, ເອຊີ ມິລານ, ອິນເຕີ ມິລານ ແລະ ນາໂປລີ ເປັນໜ້າເປັນຕາໃຫ້ກັບລີກ. ໃນປັດຈຸບັນຈາກບັນຫາຕ່າງໆ ບໍ່ວ່າຈະເປັນຄະດີ ລົ້ມບານຕ່າງໆ ເຮັດໃຫ້ຄວາມໜ້າເຊື່ອຖືຂອງລີກລົດໜ້ອຍລົງ ແລະ ການຍ້າຍອອກຂອງຊຸບເປີສະຕາດັງໆຫຼາຍຄົນ, ເມັດເງິນໝຸນວຽນໜ້ອຍລົງ, ບໍ່ມີຄວາມສຳເລັດໃນເວທີຢູໂຣບ ເຮັດໃຫ້ຄວາມນິຍົມຄ່ອຍໆລົດໜ້ອຍລົງທຸກມື້. ໂດຍ ເຊລີ ອາ ມີມູນຄ່າການຖ່າຍທອດສົດຢູ່ທີ່ 927.500ລ້ານຢູໂຣ ສັນຍາແມ່ນມີໄລຍະ 3 ປີ (2021-2024) ຕົກເປັນມູນຄ່າ 2,781 ລ້ານຢູໂຣ.

  1.  Ligue 1 ມູນຄ່າ 582 ລ້ານຢູໂຣ

ລີກ ເອິງ ເປັນລີກສູງສຸດຂອງປະເທດຝຣັ່ງ. ເປັນລີກທີ່ເວົ້າໄດ້ວ່າອາດຈະໄດ້ຮັບຄວາມນິຍົມໜ້ອຍທີິ່ສຸດແລ້ວຈາກບັນດາ 5 ລີກໃຫຍ່ໃນຢູໂຣບທີ່ກ່າວມາ. ແຕ່ນັບຕັ້ງແຕ່ ປີ 2014 ທີ່ Nasser Al-Khelaifi ມະຫາເສດຖີຊາວກາຕ້າ ເຂົ້າມາຊື້ສະໂມສອນ Paris Saint-Germain ແລະ ໃຊ້ເງິນຈຳນວນມະຫາສານ ດຶງດູດນັກເຕະຊື່ດັງຈາກທົ່ວທຸກມຸມໂລກເຂົ້າມາ ເຊັ່ນ ເມັສຊີ້ ແລະ ເນມາ ເຮັດໃຫ້ ຜູ້ສະໜັບສະໜູນຫຼາຍເຈົ້າເລີ່ມເຂົ້າມາລົງທຶນໃນລີກຝຣັ່ງຫຼາຍຂຶ້ນ ຈົນກາຍເປັນທີມຊັ້ນນຳໃນຢູໂຣບ. ແຕ່ກໍກາຍເປັນດາບສອງຄົມ ເມື່ອ Paris Saint-Germain ມີສັກກະຍະພາບສູງເກີນໄປ ເຮັດໃຫ້ການແຂ່ງຂັນພາຍໃນລີກເກີດການຜູກຂາດຄວາມສຳເລັດ ແລະ ເຮັດໃຫ້ລີກບໍ່ມີຄວາມຕື່ນເຕັ້ນ ຈຶ່ງບໍ່ໄດ້ຮັບຄວາມນິຍົມເທົ່າທີ່ຄວນ. ໂດຍ ລີກ ເອີງ ມີມູນຄ່າລິຂະສິດການຖ່າຍທອດສົດຢູ່ທີ່ 582 ລ້ານຢູໂຣ ເປັນໄລຍະເວລາ 3 ປີ (2021-2024) ຕົກເປັນມູນຄ່າ 1,746 ລ້ານ ຢູໂຣ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/