6 ເຫດຜົນທີ່ເຮົາຄວນສະໜັບສະໜູນເຄື່ອງຖືກລິຂະສິດ


ເບິ່ງຮູບເງົາໃນເວັບ, ໃຊ້ຂອງປອມ, ໂຫຼດເກມໃນເວັບເຖື່ອນ ແລະ ພຶດຕິກໍາໃນລັກສະນະນີ້ແມ່ນເອີ້ນໄດ້ວ່າເປັນການລະເມີດລິຂະສິດ ແຕ່ວ່າໃນສັງຄົມເຮົາກັບເຫັນການລະເມີດລິຂະສິດເປັນເລື່ອງປົກກະຕິ. ແຕ່ຮູ້ບໍວ່າການທີ່ເຮົາສະໜັບສະໜູນເຄື່ອງຖືກລິຂະສິດນັ້ນມັນມີປະໂຫຍດຫຼາຍກວ່າທີ່ເຮົາຄິດໄວ້ເລີຍ ແລະ ມື້ນີ້ເຮົາກໍມີ 6 ເຫດຜົນທີ່ເຮົາຄວນສະໜັບສະໜູນສິ່ງຂອງຖືກລິຂະສິດເຊິ່ງຈະມີຫຍັງແດ່ໄປຕິດຕາມພ້ອມໆ ກັນເລີຍ.

  1. ຜູ້ສ້າງຜົນງານໄດ້ຮັບລາຍໄດ້ໂດຍກົງ

ເຫດຜົນຂໍ້ທໍາອິດທີ່ເຮົາຄວນສະໜັບສະໜູນເຄື່ອງຖືກລິຂະສິດນັ້ນກໍຄື ການເຮັດໃຫ້ຜູ້ສ້າງຜົນງານໄດ້ຮັບລາຍໄດ້ຈາກການຊື້ຂາຍເຄື່ອງທີ່ມີລິຂະສິດໂດຍກົງ ເພາະວ່າຂະບວນການຜະລິດສິນຄ້າຕ່າງໆນັ້ນມີມູນຄ່າ ແລະ ຄ່າໃຊ້ຈ່າຍຫຼາຍຢ່າງ ນັບຕັ້ງແຕ່ຄ່າວັດຖຸດິບ, ຄ່າຈ້າງຜະລິດ, ຄ່າພາສີ ແລະ ອື່ນໆ. ຫຼາຍຢ່າງທີ່ກ່າວມາ ລ້ວນແລ້ວຕ້ອງໃຊ້ເງິນ ແລະຍັງມີມູນຄ່າທາງຄວາມຄິດຫຼືຊັບສິນທາງປັນຍາທີ່ບໍ່ສາມາດຄິດເປັນມູນຄ່າດ້ວຍຕົວເລກໄດ້. ສະນັ້ນ ຖ້າເຮົາໄປຊື້ຂອງປອມ ຫຼື ຂອງຮຽນແບບມາກໍຈະເຮັດໃຫ້ລາຍໄດ້ໄປບໍ່ຮອດມືຂອງຜູ້ສ້າງ.

  1. ເຮັດໃຫ້ເກີດການພັດທະນາ

ເມື່ອເຮົາສະໜັບສະໜູນຂອງແທ້ໂດຍກົງກໍຈະເຮັດໃຫ້ຜູ້ສ້າງມີລາຍໄດ້ສາມາດລ້ຽງປາກລ້ຽງທ້ອງຂອງຕົນເອງແລະຄົນໃນອົງກອນໄດ້ ເຊິ່ງນັ້ນມັນເປັນຈຸດທີ່ເຮັດໃຫ້ມີແຮງຊຸກຍູ້ຫຼືກໍາລັງໃຈໃນການພັດທະນາຜົນງານ ຈົນກໍ່ໃຫ້ເກີດເປັນສິນຄ້າຫຼືສິ່ງໃໝ່ໆເກີດຂຶ້ນມາ. ນອກຈາກນັ້ນຍັງເຮັດໃຫ້ສິນຄ້າຕ່າງໆ ມີມູນຄ່າແລະຄຸນະພາບທີ່ດີຂຶ້ນອີກດ້ວຍ.

ສະນັ້ນ ຖ້າຫາກເຮົາບໍ່ສະໜັບສະໜູນຂອງແທ້ທີ່ຖືກລິຂະສິດ ແຕ່ໄປນຳໃຊ້ຂອງປອມ, ຂອງຮຽນແບບ ດົນນານໄປກໍຈະເຮັດໃຫ້ຂອງແທ້ຫາຍໄປ ເພາະວ່າບໍ່ມີຄົນສ້າງຄົນໃດທີ່ຕັ້ງໃຈເຮັດສຸດຄວາມສາມາດແລ້ວຖືກຮຽນແບບຜົນງານ.

  1. ໄດ້ຮັບການຄຸ້ມຄອງທາງກົດໝາຍ

ຮູ້ຫຼືບໍ່ວ່າການຊື້ເຄື່ອງທີ່ລະເມີດລິຂະສິດອາດຈະເຮັດໃຫ້ເຈົ້າບໍ່ໄດ້ຮັບການຄຸ້ມຄອງຢ່າງເຕັມທີ່ໃນກົດໝາຍ ເຊັ່ນ ຫາກເຈົ້າຊື້ເຄື່ອງສໍາອາງປອມ ຫຼື ເຄື່ອງໃຊ້ໄຟຟ້າທີ່ລະເມີດລິຂະສິດ ແລ້ວເກີດອັນຕະລາຍຂຶ້ນມາ ເຊິ່ງນັ້ນເຈົ້າຈະບໍ່ສາມາດໄປຮຽກຮ້ອງຕໍ່ຜູ້ທີ່ຜະລິດອອກມາເລີຍ. ແຕ່ຖ້າຫາກເຈົ້າຊື້ເຄື່ອງຖືກລິຂະສິດມາໃຊ້ ຮັບປະກັນໄດ້ເລີຍວ່າເມື່ອເກີດບັນຫາໃນລັກສະນະທີ່ກ່າວມາເຈົ້າຈະໄດ້ຮັບການຄຸ້ມຄອງທາງກົດໝາຍແບບ 100%.

  1. ຄຸນະພາບດີກວ່າຂອງປອມ

ເຖິງແມ່ນວ່າຂອງແທ້ຈະມີລາຄາທີ່ແພງກວ່າຂອງປອມແບບຫຼາຍເທົ່າຕົວ ແຕ່ນັ້ນມັນເປັນສິ່ງທີ່ຮັບປະກັນເຖິງຄຸນະພາບທີ່ເຈົ້າຈະໄດ້ຮັບຈາກສິນຄ້າທີ່ຖືກລິຂະສິດ. ເພາະນັບຕັ້ງແຕ່ຂັ້ນຕອນການຜະລິດທີ່ມີຄຸນະພາບ, ລະບົບການກວດສອບທີ່ມີມາດຕະຖານສູງ, ມີຖານຜະລິດທີ່ຈະແຈ້ງ ເຮັດໃຫ້ເຮົາສາມາດໄວ້ວາງໃຈວ່າສິນຄ້າທີ່ເຮົາໃຊ້ຢູ່ນັ້ນມີຄຸນະພາບແນ່ນອນ.

ແຕ່ຖ້າໃຊ້ຂອງປອມເດຈະເປັນແນວໃດ? ແນ່ນອນວ່າອາດຈະໃຊ້ໄດ້ຄືກັນແຕ່ເວົ້າເຖິງເລື່ອງຄຸນະພາບແມ່ນທຽບກັນບໍ່ໄດ້ເລີຍ ຍິ່ງໄປກວ່ານັ້ນຖ້າໄປຖືກຂອງປອມທີ່ບໍ່ໄດ້ມາດຕະຖານອາດຈະເກີດອັນຕະລາຍກັບຜູ້ໃຊ້ສິນຄ້າກໍເປັນໄດ້.

  1. ເຮັດໃຫ້ເກີດມີຄວາມພູມໃຈ

ການໄດ້ໃຊ້ເຄື່ອງທີ່ຖືກລິຂະສິດຫຼືຂອງແທ້ ເຮັດໃຫ້ເຮົາຮູ້ສຶກພູມໃຈໄດ້ເລີຍ ເພາະວ່າເຮົາບໍ່ໄດ້ນໍາໃຊ້ເຄື່ອງທີ່ລະເມີດລິຂະສິດໃຜ ແລະ ເຮັດໃຫ້ບໍ່ຮູ້ສຶກຄາໃຈເວລາມີຄົນຖາມເຮົາວ່າ “ຊື້ມາຈາກໃສ, ລາຄາເທົ່າໃດ ຫຼື ເປັນຂອງແທ້ບໍ່” ນອກຈາກສະໜັບສະໜູນຂອງແທ້ແລ້ວເຮົາຍັງຈະບໍ່ຕ້ອງຮູ້ສຶກຜິດຕໍ່ຜູ້ສ້າງຜົນງານນັ້ນໆ ອີກດ້ວຍ.

  1. ປະເທດຊາດໄດ້ຮັບການພັດທະນາ

ເຊື່ອວ່າຫຼາຍຄົນກໍອາດຈະຍັງບໍ່ຮູ້ເຖິງສາເຫດທີ່ເຄື່ອງລະເມີດລິຂະສິດລາຄາຖືກ ໂດຍໜຶ່ງໃນສາເຫດນັ້ນກໍເພາະວ່າເຄື່ອງລະເມີດລິຂະສິດເຫຼົ່ານັ້ນບໍ່ໄດ້ເສຍພາສີອາກອນຢ່າງຖືກຕ້ອງ ເຮັດໃຫ້ສາມາດຂາຍໄດ້ໃນລາຄາທີ່ຖືກ. ສະນັ້ນເມື່ອບໍ່ຕ້ອງເສຍພາສີມັນກໍສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ລະບົບເສດຖະກິດຂອງປະເທດ. ນອກຈາກນີ້ ຍັງຂາດລາຍໄດ້ຈາກພາສີທີ່ຈະຊ່ວຍໃຫ້ປະເທດຊາດນໍາໄປພັດທະນາໃນພາກສ່ວນຕ່າງໆ.

ເພາະສະນັ້ນແລ້ວ ການສະໜັບສະໜູນເຄື່ອງຖືກລິຂະສິດກໍເປັນອີກສາເຫດໜຶ່ງທີ່ເຮັດໃຫ້ປະເທດໄດ້ຮັບການພັດທະນາໄປໃນຕົວ. ຖ້າຫາກວ່າໃຜຍັງໃຊ້ຂອງປອມຢູ່ນັ້ນ ບອກໄດ້ເລີຍວ່າເຈົ້າໄດ້ມີສ່ວນເຮັດໃຫ້ປະເທດພັດທະນາຊ້າລົງ.

ຂອບໃຈຂໍ້ມູນຈາກ: https://cutt.ly/IGi8XBh

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/