ລັດຖະບານໄດ້ວາງຍຸດທະສາດ ແລະ ແຜນຄຸ້ມຄອງນ້ຳຢ່າງເປັນລະບົບ ນຳໃຊ້ແຫຼ່ງນ້ຳໃຫ້ເກີດປະໂຫຍດສູງສຸດ


ພະນະທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະສໍາເລັດການເຂົ້າຮ່ວມ ກອງປະຊຸມສຸດຍອດ ອາຊີ-ປາຊີຟິກ ວ່າດ້ວຍນ້ຳຄັ້ງທີ 4 ໃນວັນທີ 23-24 ເມສາ 2022 ເມືອງ ຄຸມາໂມໂຕະ, ປະເທດຍີ່ປຸ່ນ.

ກອງປະຊຸມສຸດຍອດ ອາຊີ-ປາຊີຟິກ ວ່າດ້ວຍນ້ຳ ຄັ້ງທີ 4 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 23 ເມສາ 2022 ທີ່ ເມືອງ ຄຸມາໂມໂຕະ, ປະເທດ ຍີ່ປຸ່ນ ພາຍໃຕ້ຫົວຂໍ້ “ນ້ຳເພື່ອການພັດທະນາແບບຍືນຍົງ-ບົດຮຽນທີ່ດີ ແລະ ອະນາຄົດຕໍ່ໄປ” (Water for Sustainable Development-Best Practices and the Next Generation).

ໃນພິທີເປີດ ໄດ້ມີລະດັບປະມຸກລັດ/ຫົວໜ້າລັດຖະບານ, ຮອງນາຍົກລັດຖະມົນຕີ ແລະ ລັຖະມົນຕີ ຈາກປະເທດໃນພາກພື້ນອາຊີ-ປາຊີຟິກ ເຂົ້າຮ່ວມ ແລະ ຜັດປ່ຽນກັນຂຶ້ນກ່າວປາໄສ ແລະ ສະແດງທັດສະນະຂອງບັນດາປະ ເທດ ເພື່ອແນໃສ່ຮ່ວມມືກັນເພື່ອຮັບມືກັບໄພພິບັດ ໂດຍສະເພາະຜົນກະທົບຂອງການແຜ່ລະບາດພະຍາດໂຄວິດ-19, ການຟື້ນຟູເສດຖະກິດຈາກການແຜ່ລະບາດຂອງພະຍາດໂຄວິດ-19, ການນຳໃຊ້ງົບປະມານ, ການບໍລິຫານການປົກຄອງ ແລະ ການນຳໃຊ້ເທັກໂນໂລຢີວິທະຍາສາດເຂົ້າໃສ່ວຽກງານການຄຸ້ມຄອງນ້ຳ ເພື່ອບັນລຸການພັດທະນາແບບຍືນຍົງ, ທົດສະວັດສາກົນໃນການຈັດຕັ້ງປະຕິບັດວຽກງານນ້ຳ ເພື່ອການພັດທະນາແບບຍືນຍົງ.

   ພະນະທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ, ໄດ້ຂຶ້ນກ່າວປາໄສ ຢູ່ກອງປະຊຸມສຸດຍອດດັ່ງກ່າວ ໃນວັນທີ 23 ເມສາ 2022 ໂດຍຍ້ຳຄືນເຖິງຄວາມສຳຄັນຂອງນໍ້າ ແລະ ຊັບພະຍາກອນນໍ້າ ຖືເປັນປັດໄຈສຳຄັນສຳລັບຊີວິດຂອງມວນມະນຸດ ກໍຄືການຄົງຕົວຂອງໂລກ ແລະ ມີຄວາມສຳຄັນຢ່າງສູງຕໍ່ການຄໍ້າປະກັນທາງດ້ານສະບຽງອາຫານ ແລະ ເຮັດໃຫ້ສິ່ງແວດລ້ອມອຸດົມສົມບູນ. ການເພີ່ມຂຶ້ນຂອງພົນລະເມືອງໃນທົ່ວໂລກ, ຄວາມຕ້ອງການນໍາໃຊ້ນໍ້າ ແລະ ຊັບພະຍາກອນນໍ້າ ເຂົ້າໃນການພັດທະນາເສດຖະກິດສັງຄົມ, ແລະ ການປ່ຽນແປງດິນຟ້າອາກາດ ເປັນສາເຫດຕົ້ນຕໍທີ່ເຮັດໃຫ້ຜົນກະທົບຈາກໄພພິບັດທາງທໍາມະຊາດນັບມື້ນັບຮຸນແຮງຂຶ້ນ ພ້ອມທັງສົ່ງຜົນຕໍ່ຄວາມຍືນຍົງຂອງນໍ້າ ແລະ ຊັບພະຍາກອນນໍ້າ ອັນຮຽກຮ້ອງໃຫ້ພວກເຮົາຕ້ອງຮີບຮ້ອນໃຫ້ມີການຈັດການນໍ້າ ແລະ ຊັບພະຍາກອນນໍ້າ ຢ່າງມີປະສິດທິພາບ ແລະ ຍືນຍົງ. ດັ່ນນັ້ນ ອົງການສະຫະປະຊາຊາດ ຈຶ່ງໄດ້ກຳນົດເອົາວຽກງານການຄຸ້ມຄອງ ແລະ ນຳໃຊ້ນໍ້າແບບຍືນຍົງໃຫ້ເປັນໜຶ່ງໃນ 17 ເປົ້າໝາຍການພັດທະນາແບບຍືນຍົງ (SDG 6) ເຊິ່ງພວກເຮົາໝົດທຸກຄົນມີພັນທະໃນການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ.

ສປປ ລາວ ເປັນໜຶ່ງໃນປະເທດທີ່ມີຄວາມອຸດົມສົມບູນໄປດ້ວຍນ້ຳ ແລະ ຊັບພະຍາກອນນໍ້າ ເຊິ່ງໄດ້ກາຍເປັນທ່າແຮງອັນສຳຄັນ ສຳລັບການພັດທະນາເສດຖະກິດ-ສັງຄົມ. ສະນັ້ນ, ເພື່ອຄຸ້ມຄອງ ແລະ ນຳໃຊ້ແຫຼ່ງນ້ຳເຫຼົ່ານີ້ ໃຫ້ເກີດປະໂຫຍດສູງສຸດ ແລະ ຍືນຍົງ, ລັດຖະບານໄດ້ວາງຍຸດທະສາດ ແລະ ແຜນການຄຸ້ມຄອງຢ່າງເປັນລະບົບ. ພ້ອມດຽວກັນນີ້, ຍັງເຫັນໄດ້ຄວາມສຳຄັນຂອງການຮ່ວມມືທາງດ້ານນ້ຳ (Water Diplomacy) ໂດຍຮ່ວມມືຢ່າງກວ້າງຂວາງກັບວົງຄະນາຍາດສາກົນ ແລະ ພາກພື້ນໃນວຽກງານນໍ້າ ໂດຍໄດ້ຫັນເອົາມາດຕະການຂອງສາກົນກ່ຽວກັບການຄຸ້ມຄອງນ້ຳ ເຂົ້າມາເປັນມາດຕະການແຫ່ງຊາດ ເຊັ່ນ: ໄດ້ເຊື່ອມສານ SDG 6 ເຂົ້າໃນແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ.

ກອງປະຊຸມສຸດຍອດ ອາຊີ-ປາຊີຟິກ ວ່າດ້ວຍນ້ຳ ຄັ້ງທີ 4 ໄດ້ຮັບຮອງເອົາຖະແຫຼງການຄຸມາໂມໂຕະ (Kumamoto Declaration) ທີ່ໄດ້ເນັ້ນໜັກຄືນຄວາມສຳຄັນຂອງນໍ້າ ແລະ ການແກ້ໄຂບັນຫາທີ່ກ່ຽວກັບນ້ຳເພື່ອຄຸ້ມຄອງ ແລະ ນຳໃຊ້ແຫຼ່ງນ້ຳໃຫ້ເກີດປະໂຫຍດສູງສຸດ ແລະ ຍືນຍົງ.

ຂອບໃຈຂໍ້ມູນໂດຍ:

https://bit.ly/3L3WhNf

ຂ່າວ ແລະ ພາບ: ກົມການຂ່າວ ກະຊວງການຕ່າງປະເທດ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/