ລາວ ສ້າງສາຍພົວພັນມູນເຊື້ອກັບຫຼາຍປະເທດ ເພື່ອພັດທະນາປະເທດໃນຕໍ່ໜ້າ


ວັນທີ 19 ເມສາ 2022 ຜ່ານມາ, ທ່ານ ນາງ ວິລາວັນ ເຍ່ຍປໍເຮີ່, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳສະຫະພັນຣັດເຊຍ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ພະນະທ່ານ Kassym-Jomart Tokayev, ປະທານາທິບໍດີ ແຫ່ງ ສາທາລະນະລັດຄາຊັກສະຖານ ເພື່ອດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສາທາລະນະລັດຄາຊັກສະຖານ ທີ່ມີສໍານັກງານຕັ້ງຢູ່ ນະຄອນຫລວງມົດສະກູ, ສ.ຣັດເຊຍ. ໃນພິທີຍື່ນສານ ໄດ້ມີບັນດາເອກອັກຄະລັດຖະທູດປະເທດຕ່າງໆ ເຂົ້າຮ່ວມທັງໝົດ 10 ປະເທດ, ເຊິ່ງລວມມີ ປະເທດ ຄິວບາ, ສປປ ລາວ, ໂດມິນິກັນ, ອາເຈນຕິນາ, ບັງກະລາເທດ, ເປຣູ, ຣູອານດາ, ເບນິນ, ໄນຈີເຣຍ ແລະ ຈາດ.

ກ່ອນໜ້າມື້ຍື່ນສານຕາຕັ້ງຢ່າງເປັນທາງການ, ວັນທີ 18 ເມສາ 2022 ທ່ານ ທູດເຮົາໄດ້ເຂົ້າຢ້ຽມຄຳນັບ ທ່ານ Adil Kapanovich Tursunov, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຄາຊັກສະຖານ ເພື່ອຍື່ນສຳເນົາສານຕາຕັ້ງ ແລະ ໃນໂອກາດດັ່ງກ່າວນັ້ນ, ສອງຝ່າຍ ກໍໄດ້ຕີລາຄາສູງຕໍ່ສາຍພົວພັນທີ່ເປັນມູນເຊື້ອ ແລະ ການຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ-ຄາຊັກສະຖານ ແລະ ໄດ້ປຶກສາຫາລືກ່ຽວກັບແຜນການພົວພັນໃນຕໍ່ໜ້າ.

ໃນໂອກາດການຍື່ນສານຕາຕັ້ງ, ທ່ານ Kassym-Jomart Tokayev, ປະທານາທິບໍດີ ແຫ່ງ ສາທາລະນະລັດຄາຊັກສະຖານ ໄດ້ອອກຄຳເຫັນ ແລະ ໄດ້ເນັ້ນຫນັກເຖິງສະພາບການທາງດ້ານພູມສາດ-ການເມືອງ ແລະ ພື້ນຖານເສດຖະກິດໃນທົ່ວໂລກ ໃນໄລຍະຜ່ານມາ ເຫັນວ່າພົບຄວາມຫຍຸ້ງຍາກທີ່ສຸດ, ເນື່ອງຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໄດ້ກາຍເປັນບົດທົດສອບທີ່ຮ້າຍແຮງ ສໍາລັບປະເທດຂອງພວກເຮົາ ຄຽງຄູ່ກັນນັ້ນ, ຄວາມເຄັ່ງຕຶງທີ່ກຳລັງເກີດຂຶ້ນທີ່ກ່ຽວພັນກັບການພົວພັນສາກົນໃນປັດຈຸບັນ ກໍໄດ້ສົ່ງຜົນສະທ້ອນເຖິງການພັດທະນາໃນທົ່ວໂລກ. ພ້ອມນັ້ນ, ທ່ານ ປະທານາທິບໍດີຄາຊັກສະຖານ ກໍໄດ້ສະແດງຄວາມມຸ່ງຫວັງ ໃຫ້ມີການແກ້ໄຂຂໍ້ຂັດແຍ້ງທີ່ກຳລັງເກີດຂື້ນຢ່າງຮີບດ່ວນ ແລະ ຍຸຕິທຳ ໂດຍອີງຕາມກົດບັດຂອງອົງການ ສປຊ. ໃນໂອກາດດຽວກັນ ທ່ານ Kassym-Jomart Tokayev ໄດ້ກ່າວວ່າ: ຄາຊັກສະຖານ ແມ່ນກຽມພ້ອມທີ່ຈະໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ຢ່າງເຕັມທີ່.

ສະນັ້ນ, ເພື່ອເປັນການກໍ່ສ້າງລັດ ໃນສະພາບການທີ່ມີການແຂ່ງຂັນ, ມີປະຊາທິປະໄຕ ແລະ ມີສັງຄົມຢ່າງແທ້ຈິງ, ພວກເຮົາຈຶ່ງມີຄວາມຈຳເປັນທີ່ຈະກ້າວໄປສູ່ການພັດທະນາສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອ ແລະ ເສີມສ້າງມິດຕະພາບ ກັບບັນດາປະເທດຕ່າງໆໃນທົ່ວໂລກ. ພ້ອມທັງໄດ້ກ່າວເຖິງຜົນສຳເລັດໃນການພັດທະນາເສດຖະກິດສັງຄົມຂອງຄາຊັກສະຖານ ແລະ  ພ້ອມນັ້ນ, ທ່ານ Kassym-Jomart Tokayev ກໍໄດ້ສະແດງຄວາມຊົມເຊີຍ ແລະ ຍິນດີຕ້ອນຮັບບັນດາທູດປະເທດຕ່າງໆ ທີ່ມາດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມປະຈໍາ ສາທາລະນະລັດຄາຊັກສະຖານ ຢ່າງເປັນທາງການ, ໃນນັ້ນລວມທັງທ່ານທູດເຮົາ ແລະ ກໍໄດ້ອວຍພອນປີໃໝ່ລາວ ພສ 2565 ທີ່ຫາກໍຜ່ານພົ້ນໄປຫວ່າງບໍ່ດົນມານີ້.

ພ້ອມດຽວກັນນັ້ນ, ທ່ານທູດເຮົາ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບ ແລະ ຮູ້ສຶກເປັນກຽດຢ່າງສູງ ທີ່ໄດ້ເປັນເອກອັກຄະລັດຖະທູດ ປະຈຳສາທາລະນະລັດຄາຊັກສະຖານ ພ້ອມທັງໄດ້ນຳເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດຂອງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ເຖິງ ພະນະທ່ານ ປະທານາທິບໍດີ ຄາຊັກສະຖານ, ລວມທັງປະຊາຊົນຄາຊັກສະຖານ ທຸກຖ້ວນໜ້າ, ເຊິ່ງເພິ່ນກໍໄດ້ສະແດງຄວາມຂອບໃຈ ແລະ ຝາກຄຳອວຍພອນເຖິງຄູ່ຮ່ວມຕໍາແໜ່ງແຫ່ງ ສປປ ລາວ ເຊັ່ນດຽວກັນ.

ຂອບໃຈຂໍ້ມູນຈາກ: https://bit.ly/36AdeQm

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/