ສະຫະພັນເທຄວັນໂດ ກຽມສົ່ງນັກກິລາເຂົ້າຮ່ວມການແຂ່ງຂັນ ຊີເກມຄັ້ງທີ 31 ທີ່ຫວຽດນາມ


ລັດຖະບານແຫ່ງ ສປປ ລາວ ຕາງໜ້າໂດຍກະຊວງສຶກສາທິການ ແລະ ກິລາ ພ້ອມຈະໃຫ້ການສະໜັບສະໜູນຢ່າງເຕັມທີ່ ໂດຍສະເພາະນະໂຍບາຍທາງດ້ານການສຶກສາຂອງນັກກິລາທີ່ເປັນນັກຮຽນ-ນັກສຶກສາທີ່ຮັບໃຊ້ທີມຊາດ ເພື່ອສ້າງຂວັນກຳລັງໃຈຊຸກຍູ້ໃຫ້ທັບນັກກິລາທີມຊາດລາວ ເຂົ້າຮ່ວມຍາດເອົາໄຊຊະນະ ໃນງານມະຫະກຳກິລາຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ ຮັບກຽດເປັນເຈົ້າພາບ ຈະຈັດຂຶ້ນວັນທີ 12-23 ພຶດສະພາ 2022.

ເມື່ອວັນທີ 20 ເມສາ 2022 ຜ່ານມາ, ທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ທັງເປັນຜູ້ຊີ້ນຳວຽກງານກິລາລາວ ແລະ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ປະທານຄະນະກຳມະການໂອລິມປິກແຫ່ງຊາດລາວ ພ້ອມດ້ວຍຄະນະໄດ້ລົງຕິດຕາມຢ້ຽມຢາມ ແລະ ໃຫ້ກຳລັງໃຈແກ່ທັບນັກກິລາທີມຊາດລາວ ຈຳນວນ 3 ປະເພດກິລາ ຄື: ເທຄວັນໂດ, ກະຕໍ້ ແລະ ເປຕັງ ທີ່ພວມດຳເນີນການຝຶກຊ້ອມຢ່າງເຂັ້ມຂຸ້ນ ແລະ ເປັນປົກກະຕິ ທີ່ວິທະຍາເຂດດົງໂດກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເພື່ອກຽມຄວາມພ້ອມເຂົ້າຮ່ວມງານມະຫະກຳກິລາຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ ຮັບກຽດເປັນເຈົ້າພາບ.  

ຫຼັງຈາກທີ່ຄະນະນຳຂອງທັງ 3 ປະເພດກິລາດັ່ງກ່າວ ໄດ້ມີການລາຍງານຄວາມຄືບໜ້າໃນການຫ້າງຫາກະກຽມຄວາມພ້ອມແລ້ວ, ທ່ານ ນາງ ຂັນທະລີ ສີຣິພົງພັນ ກໍໄດ້ໂອ້ລົມ ພ້ອມທັງສະແດງຄວາມຍ້ອງຍໍຊົມເຊີຍມາຍັງຄະນະນຳ ແລະ ຄູຝຶກຂອງສະຫະພັນກິລາທັງ 3 ປະເພດ ທີ່ໄດ້ຕັ້ງໜ້າເອົາໃຈໃສ່ ແລະ ຄັດເລືອກນັກກິລາມາຈາກທົ່ວປະເທດ  ມີໂອກາດມາຝຶກແອບຕາງໜ້າທີມຊາດລາວ ເຂົ້າຮ່ວມແຂ່ງຂັນງານກິລາ ຊີເກມ ໃນຄັ້ງນີ້. ພ້ອມທັງໄດ້ຮຽກຮ້ອງໃຫ້ຄະນະຄູຝຶກ ແລະ ນັກກິລາທຸກໆຄົນເພີ່ມທະວີຄວາມເອົາໃຈໃສ່, ມີຄວາມອົດທົນເສຍສະຫຼະ ແລະ ຍົກສູງນໍ້າໃຈຮັກຊາດ ບຸກບືນສູ້ຊົນຍາດເອົາໄຊຊະນະ ສ້າງກຽດສັກສີ ແລະ ຊື່ສຽງ ນຳເອົາບົດບາດມາສູ່ປະເທດຊາດ. ແນ່ນອນວ່າ ການເຂົ້າຮ່ວມແຂ່ງຂັນງານມະຫະກຳກິລາຊີເກມໃນຄັ້ງນີ້ ທາງລັດຖະບານລາວ ກໍຄື ກະຊວງສຶກສາທິການ ແລະ ກິລາ ກໍຈະມີນະໂຍບາຍແບບພິເສດຊຸກຍູ້ນໍ້າໃຈໃຫ້ນັກກິລາໄວ້ແລ້ວ ໂດຍສະເພາະນັກກິລາທີ່ເປັນນັກຮຽນ-ນັກສຶກສາ ແມ່ນຈະມີນະໂຍບາຍພິເສດໃຫ້ ສະນັ້ນ ຂໍໃຫ້ນັກກິລາທຸກຄົນຈົ່ງຕັ້ງໃຈພ້ອມກັນບຸກບືນຝຶກຝົນຫຼ່ໍຫຼອມຕົນເອງ ຮັບຟັງຄຳສິດສອນຂອງຄູຝຶກພັດທະນາຕົນເອງເຂົ້າຮ່ວມສ້າງຜົນງານຕາມເປົ້າໝາຍທີ່ວາງໄວ້ໃຫ້ປາກົດຜົນເປັນຈິງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/