ພິດຈາກການຂວ້ຳບາດຄັ້ງໃໝ່ຂອງ EU! Binance ປະກາດຈຳກັດການຊື້ຂາຍຄຣິບໂຕຂອງຜູ້ໃຊ້ງານຊາວຣັດເຊຍ


ອີງຕາມການລາຍງານຂອງເວັບໄຊ Cointelegraph ໃນວັນທີ 21 ເມສາ ທີ່ຜ່ານມາ ໄດ້ລະບຸວ່າ Biannce ແພລັດຟອມຊື້ຂາຍ Cryptocurrency ທີ່ໃຫຍ່ທີ່ສຸດໃນໂລກ ໄດ້ປະກາດວ່າຈະຈຳກັດການໃຫ້ບໍລິການຊາວຣັດເຊຍທີ່ມີສິນຊັບມູນຄ່າຫຼາຍກວ່າ 10,000 ຢູໂຣ ຫຼືປະມານ 10,893 ໂດລາ ໂດຍຈະບໍ່ສາມາດຊື້ຂາຍ ຫຼື ຝາກສະກຸນເງິນດິຈິຕອນໄດ້ອີກຕໍ່ໄປ ລວມໄປຮອດການຊື້ຂາຍ future ແລະ Staking ນຳ.

ທັງນີ້ ຜູ້ໃຊ້ງານຊາວຣັດເຊຍຈະສາມາດເຮັດໄດ້ພຽງຖອນເງິນອອກຈາກແພລັດຟອມຂອງ Binance ເທົ່ານັ້ນ, ແຕ່ຫາກມີເງິນຝາກຂອງບັນຊີຣັດເຊຍເຂົ້າມາແມ່ນຈະຖືກບລັອກທັນທີ ເຊິ່ງກົດລະບຽບນີ້ຈະນໍາໃຊ້ກັບບຸກຄົນທີ່ມີສັນຊາດຣັດເຊຍ ແລະ ໜ່ວຍງານກ່ຽວຂ້ອງທີ່ຢູ່ໃນຣັດເຊຍທັງໝົດ.

ການປະກາດດັ່ງກ່າວຂອງ Binance ແມ່ນມີຂຶ້ນຫຼັງຈາກສະພາຢູໂຣບປະກາດຂວ້ຳບາດຣັດເຊຍຮອບທີ 5 ຈາກກໍລະນີການບຸກໂຈມຕີຢູເຄຣນ ໂດຍມາດຕະການຂວ້ຳບາດຫຼ້າສຸດຈະມີການອາຍັດຊັບສິນໃນໜ່ວຍງານຂອງຣັດເຊຍຫຼາຍໆແຫ່ງ ແລະ ອີກເຫດຜົນກໍຄືປ້ອງກັນບໍ່ໃຫ້ຊາວຣັດເຊຍໄດ້ຮັບເງິນສະໜັບສະໜູນຈາກສະພາຢູໂຣບອີກດ້ວຍ ເຊິ່ງສິ່ງນີ້ຈະຕັດຂາດຣັດເຊຍອອກຈາກລະບົບເງິນຕາເວັນຕົກຢ່າງເດັດຂາດ.

ພ້ອມນີ້ ຈາກການຖະແຫຼງການຫຼ້າສຸດ Binance ລະບຸເພີ່ມຕື່ມວ່າ ສໍາລັບບັນຊີຂອງຊາວຣັດເຊຍທີ່ບໍ່ໄດ້ອາໄສຢູ່ໃນປະເທດຣັດເຊຍຕາມຫຼັກຖານທີ່ຢູ່ ແລະ ບັນຊີຊາວຣັດເຊຍ ຫຼື ນິຕິບຸກຄົນທີ່ມີສິນຊັບມູນຄ່າຕໍ່າກວ່າ 10,000 ຢູໂຣຈະບໍ່ໄດ້ຮັບຜົນກະທົບຈາກການເຄື່ອນໄຫວໃນຄັ້ງນີ້ແລະສາມາດດໍາເນີນການຕໍ່ໄປໄດ້.

ທ່າທີຫຼ້າສຸດຂອງ Binance ແມ່ນປ່ຽນໄປຈາກກ່ອນໜ້ານີ້ ທີ່ເຄີຍໄດ້ປະຕິເສດຢ່າງໜັກແໜ້ນຕໍ່ການຮຽກຮ້ອງໃຫ້ຢຸດບໍລິການຊາວຣັດເຊຍ ໂດຍທາງດ້ານ Changpeng Zhao  ຜູ້ທີ່ເປັນ CEO ຂອງ Binance ກໍໄດ້ຢືນຢັນວ່າແພລັດຟອມຈຳເປັນຕ້ອງປະຕິບັດຕາມມາດຕະການຂວ້ຳບາດໃນລັກສະນະດຽວກັນກັບສະຖາບັນການເງິນແບບດັ້ງເດີມ. ເຖິງແມ່ນວ່າມາດຕະການເຫຼົ່ານີ້ອາດມີຂໍ້ຈຳກັດສໍາລັບພົນລະເມືອງຣັດເຊຍທົ່ວໄປ ແຕ່ Binance ຈະຕ້ອງເປັນຜູ້ນຳໃນອຸດສາຫະກໍານີ້ຕໍ່ໄປໃນການດຳເນີນມາດຕະການຂວ້ຳບາດເຫຼົ່ານີ້ ເຊິ່ງ Changpeng Zhao ເຊື່ອວ່າແພລັດຟອມຊື້ຂາຍຄຣິບໂຕຫຼັກອື່ນໆ ທັງໝົດຈະຕ້ອງເປັນໄປຕາມຫຼັກເກນດຽວກັນໃນໄວໆ ນີ້.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/