ກວນຜິດຄົນ! Mike Tyson ອະດີດນັກມວຍແຊັ້ມໂລກ ອົດບໍ່ໄຫວລຸກຂຶ້ນຊັດໜ້າຜູ້ໂດຍສານໃນເຮືອບິນ ຫຼັງຖືກກໍ່ກວນມາດົນ


ກຳລັງເປັນທີ່ຮືຮາໃນໂລກ Social Media ເມື່ອມີຄລິບວີດີໂອທີ່ ໄມ ໄທສັນອະດີດນັກມວຍ ມີປາກສຽງກັນກັບຜູ້ໂດຍສານຄົນໜຶ່ງເທິງເຮືອບິນ.

ພາບເຫດການແມ່ນສະແດງໃຫ້ເຫັນວ່າ ໄມ ໄທສັນກຳລັງລຸກຂຶ້ນຊັດກຳປັ້ນໃສ່ຊາຍຄົນໜຶ່ງ ທີ່ນັ່ງຢູ່ທາງຫຼັງຂອງລາວແບບບໍ່ຢຸດ ເຊິ່ງຫຼັງຈາກພາຍຸກຳປັ້ນຂອງ ໄມ ໄທສັນຈົບລົງ ຊາຍຄົນດັ່ງກ່າວ ໄດ້ມີເລືອດອອກບໍລິເວນໃບໜ້າດ້ານຂວາ.

ຈາກຄຳໃຫ້ການຂອງຜູ້ເຫັນເຫດການໃນເຮືອບິນເລົ່າວ່າ ຊາຍຄົນດັ່ງກ່າວມີອາການເມົາ ແລະ ເປັນຜ່າຍເຂົ້າໄປກໍ່ກວນ ໄມ ໄທສັນ ກ່ອນ. ເຖິງແມ່ນວ່າຕົວຂອງອະດີດນັກມວຍ ຈະພະຍາຍາມສະຫງົບສະຕິອາລົມແລ້ວ ແຕ່ກໍຖືກກໍ່ກວນຕະຫຼອດ ຈົນສຸດທ້າຍ ກໍອົດບໍ່ໄຫວ ແລ້ວລຸກຂຶ້ນໄປສັ່ງສອນຊາຍຄົນນັ້ນດ້ວຍກຳປັ້ນ.

ສ່ວນດ້ານຕົວແທນຂອງ ໄມ ໄທສັນ ກໍອອກມາກ່າວວ່າ ຊາຍຄົນກັ່ງກ່າວພະຍາຍາມຈະລົບກວນ ໄທສັນ ຂະນະທີ່ຢູ່ໃນເຮືອບິນ ແລະ ມີທ່າທີບໍ່ສຸພາບ ແຖມມີການໂຍນຕຸກນໍ້າໃສ່ອີກ ໂດຍລາວກ່າວວ່າ: “ໂຊກບໍ່ດີເລີຍ ທີ່ ໄທສັນ ພົບກັບອຸບັດຕິເຫດຂະນະນັ່ງໃນເຮືອບິນ ຍ້ອນມີຜູ້ໂດຍສານທີ່ບໍ່ສຸພາບ ມາກໍ່ກວນລາວ ແຖມຍັງ ໂຍນຕຸກນໍ້າໃສ່ອີກ”.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/