ປູຕິນຫ້າມລູກສາວບິນໄປສະຫຼອງວັນເກີດຢູ່ທີ່ຕ່າງປະເທດ ເພາະຢ້ານໄປແລ້ວບໍ່ກັບມາ


ເມື່ອວັນທີ 20 ເມສາທີ່ຜ່ານມາ ສື່ຕ່າງປະເທດໄດ້ລາຍງານວ່າ Dr. Maria Vorontsova ລູກສາວກົກຂອງ Vladimir Putin ປະທານາທິບໍດີຣັດເຊຍ ໄດ້ຖືກສັ່ງຫ້າມອອກນອກປະເທດ ເນື່ອງຈາກທາງ Putin ກັງວົນໃຈວ່າລູກສາວຈະບໍ່ກັບມາຣັດເຊຍອີກ.

ທັງນີ້ຊ່ອງຂ່າວ General SVR Telegram ກໍໄດ້ລາຍງານວ່າຕາມແຜນເກົ່າແມ່ນ Dr. Maria Vorontsova ຈະບິນໄປສະຫຼອງວັນເກີດອາຍຸຄົບ 37 ປີ ໃນວັນທີ 28 ເມສາທີ່ຈະມາຮອດນີ້ ກັບແຟນຂອງລາວຕ່າງປະເທດ.

Putin Says Western Countries Have Hurt Their Own Economies With Sanctions

ແຕ່ເມື່ອ Dr. Maria Vorontsova ຂໍອະນຸຍາດອອກນອກປະເທດ Putin ຜູ້ເປັນພໍ່ແມ່ນໄດ້ປະຕິເສດຢ່າງເດັດຂາດ ໂດຍໃຫ້ເຫດຜົນວ່າເພື່ອຄວາມປອດໄພຂອງຕົວລູກສາວ.

ນອກຈາກນີ້ ຍັງມີຂ່າວລືທີ່ຍັງບໍ່ໄດ້ຮັບການຢືນຢັນໄດ້ປາກົດອອກມາວ່າ ຖ້າ Dr. Vorontsova ໄດ້ອອກນອກປະເທດແລ້ວແມ່ນລາວຈະບໍ່ກັບມາອີກ ນັ້ນເປັນເຫດຜົນທີ່ວ່າລາວບໍ່ໄດ້ຮັບອະນຸຍາດບິນອອກນອກປະເທດ. ສໍາລັບ Dr. Vorontsova ແມ່ນເປັນທີ່ຮູ້ຈັກກັນດີວ່າລາວເປັນຜູ້ໜຶ່ງທີ່ມັກເດີນທາງໄປທ່ຽວປະເທດທາງຕາເວັນຕົກ ແຕ່ເນື່ອງຈາກສົງຄາມລະຫວ່າງຣັດເຊຍ-ຢູເຄຣນ ແມ່ນຍັງມີຄວາມເຄັ່ງຕຶງເຮັດໃຫ້ຫຼາຍໆປະເທດອອກມາດຕະການຂວ້ຳບາດ ພ້ອມຫັນຫຼັງໃຫ້ຣັດເຊຍ ແລະ ນັ້ນກໍເຮັດໃຫ້ Dr. Vorontsova ຖືກຕໍ່ຕ້ານຈາກບັນດາປະເທດຕາເວັນຕົກໄປນຳ.

Who are the daughters of Vladimir Putin facing US sanctions? | Vladimir  Putin | The Guardian

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/