ມາຮູ້ຈັກກັບມະນຸດ “The ແບກ” ຜູ້ແບກໜ້າທີ່ແທນຄົນອື່ນ ຈົນຫລັງແອ່ນ


ຂຶ້ນຊື່ວ່າມະນຸດທີ່ຢູ່ໃນໄວເຮັດວຽກ ຫຼາຍຄົນກໍຄົງຢາກເຮັດໃຫ້ວຽກງານທີ່ຕົນເອງຮັບຜິດຊອບ ອອກມາດີທີ່ສຸດ ເພາະເປັນສິ່ງທີ່ສະແດງເຖິງການມີຄວາມຮັບຜິດຊອບ,​ ມີຄວາມຕັ້ງໃຈ, ມີຄວາມອົດທົນພະຍາຍາມ. ນອກຈາກຈະເຮັດວຽກທີ່ຮັບຜິດຊອບອອກມາດີທີ່ສຸດແລ້ວ ຫຼາຍຄົນກໍຢາກເປັນເພື່ອນຮ່ວມງານທີ່ດີຂອງທຸກຄົນພາຍໃນອົງກອນດ້ວຍການແບ່ງເບົາພາລະໜ້າທີ່ວຽກງານຊ່ວຍເພື່ອນຮ່ວມງານຄົນອື່ນໆເຊິ່ງທັງໝົດນັ້ນເປັນສິ່ງທີ່ດີ. ແຕ່ໃນບາງຄັ້ງ ການທີ່ເຮົາປະຕິເສດບໍ່ເປັນ ອາສາຮັບທຸກວຽກແທນຄົນອື່ນຍ້ອນຄວາມເກງໃຈ ຍອມຢູ່ແກ້ວຽກແທນຄົນອື່ນຈົນເດິກດື່ນ ກໍບໍ່ແມ່ນວິທີທີ່ດີສະເໝີໄປ ເພາະບໍ່ພຽງຈະກະທົບຕໍ່ວຽກຫຼັກທີ່ຮັບຜິດຊອບແລ້ວ ການທີ່ເຮົາຕ້ອງແບກພາລະແທນຄົນອື່ນ ທ້າຍທີ່ສຸດວຽກຈຶ່ງລົ້ນມື ນຳແກ້ບໍ່ທັນ. ນອກຈາກທີ່ກ່າວມາແລ້ວນັ້ນ, ການເປັນ “The ແບກ” ຍັງກະທົບຕໍ່ສຸຂະພາບຈິດ ແລະ ສຸຂະພາບຮ່າງກາຍຂອງຜູ້ທີ່ຕ້ອງແບກວຽກແທນຄົນອື່ນ ຈົນກ້າວໄປສູ່ພາວະໝົດໄຟ (Burnout) ໃນການເຮັດວຽກໄດ້.

ຈະຮູ້ໄດ້ແນວໃດວ່າຕອນນີ້ຕົນເອງກຳລັງເປັນ The ແບກ” ແລະ ຈະແກ້ໄຂຄືແນວໃດ?

  1. ໃຫ້ຄວາມສຳຄັນຕໍ່ວຽກຂອງຄົນອື່ນ ຫຼາຍກວ່າໜ້າວຽກຂອງຕົນເອງ

ການທີ່ເຮົາເປັນຄົນມີນ້ຳໃຈ ແບ່ງເບົາຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນການເຮັດວຽກງານນັ້ນເປັນສິ່ງທີ່ດີ. ແຕ່ຖ້າຫາກຕ້ອງຊ່ວຍທຸກຝ່າຍຕະຫຼອດເວລາ ແຕ່ວຽກຕົນເອງຊ້ຳພັດບໍ່ແລ້ວ ກໍຄົງບໍ່ເປັນການດີປານໃດ. ດັ່ງນັ້ນ, ຕ້ອງຈັດລຳດັບຄວາມສຳຄັນຂອງວຽກຕົນເອງດ້ວຍການ List ລາຍການວຽກທີ່ຕ້ອງເຮັດໃນແຕ່ລະມື້ອອກມາໃຫ້ຊັດເຈນ, ເມື່ອວຽກທີ່ເປັນໜ້າທີ່ຫຼັກຂອງເຮົາສຳເລັດແລ້ວ ການທີ່ເຮົາຈະມີນ້ຳໃຈຊ່ວຍເຫຼືອຄົນອື່ນ ຈຶ່ງເປັນການຊ່ວຍທີ່ຖືກຕ້ອງ ແລະ ບໍ່ຮູ້ສຶກຜິດຕໍ່ຕົນເອງ.

  1. ຕໍ່ໃຫ້ມີວຽກຫຼາຍແຕ່ກໍບໍ່ເຄີຍປະຕິເສດ ໃນເວລາທີ່ຖືກຮ້ອງຂໍໃຫ້ຊ່ວຍວຽກ

ແລງວັນສຸກ ເພື່ອນຮ່ວມງານຄົນໜຶ່ງມັກຈະຂໍຮ້ອງໃຫ້ເຈົ້າຊ່ວຍເຮັດວຽກແທນສະເໝີ ດ້ວຍເຫດຜົນຕ່າງໆນານາ ແລະ ມັກຈະຂໍກັບບ້ານກ່ອນແຕ່ເວັນ ແຕ່ເຈົ້າກໍສັງເກດເຫັນວ່າ ລາວມັກຄອບແບບນີ້ປະຈຳທຸກຄັ້ງ ແລະ ກໍແມ່ນເຈົ້າຄົນດຽວເທົ່ານັ້ນທີ່ລາວມັກມາຂໍຮ້ອງໃຫ້ຊ່ວຍເຮັດແທນຕະຫຼອດ. ຈາກຕົວຢ່າງນີ້ໄດ້ເຮັດໃຫ້ຮູ້ວ່າ ບາງຄັ້ງການທີ່ເຮົາໄດ້ຮັບວຽກຈາກຄົນອື່ນເພີ່ມເຂົ້າມາເລື້ອຍໆ ກໍຍ້ອນເຮົາເປັນຄົນທີ່ໃຈດີເກີນໄປ ແລະ ປະຕິເສດບໍ່ເກັ່ງ. ດັ່ງນັ້ນ ເມື່ອຖືກຂໍຮ້ອງໃຫ້ຊ່ວຍວຽກ ຫຼື ໃຫ້ເຮັດແທນ ຄົນທີ່ປະຕິເສດບໍ່ເກັ່ງຈຶ່ງເລືອກທີ່ຈະຕອບຕົກລົງໄວ້ກ່ອນ ເພາະຢ້ານຈະເຂົ້າກັບໝູ່ຮ່ວມງານບໍ່ໄດ້, ຢ້ານບໍ່ເປັນທີ່ຮັກຂອງທຸກຄົນ. ແຕ່ຢ່າລືມວ່າ ການທີ່ໝູ່ຮ່ວມງານໂຍນວຽກຂອງເຂົາໃຫ້ເຮົາຢູ່ເລື້ອຍໆ ເຂົາກໍບໍ່ໄດ້ເປັນຄົນທີ່ໜ້າຮັກຄືກັນ ແລະ ຖ້າເຮົາຍັງຊ່ວຍເຫຼືອທຸກໆຢ່າງຕະຫຼອດເວລາ ຍິ່ງຈະເຮັດໃຫ້ອີກຝ່າຍຕິດນິດໄສໂຍນວຽກແບບນີ້ເລື້ອຍໆອີກດ້ວຍ. ດັ່ງນັ້ນ, ຖ້າວຽກຂອງເຮົາເອງມັນກໍລົ້ນມືຢູ່ແລ້ວ ຄົງເຖິງເວລາທີ່ເຮົາຄວນພະຍາຍາມບອກເຫດຜົນທີ່ບໍ່ສາມາດຊ່ວຍເຫຼືອພວກເຂົາໄດ້ ຫຼື ອາດບອກເຂົາວ່າຈະຊ່ວຍເຫຼືອເລັກໆນ້ອຍໆໃນບາງສ່ວນແທນຈະເປັນການດີກວ່າ.

  1. ບໍ່ກ້າຂໍຄວາມຊ່ວຍເຫຼືອຈາກເພື່ອນຮ່ວມງານຄົນອື່ນ

ຫຼາຍຄັ້ງເຮົາໃຫ້ຄວາມຊ່ວຍເຫຼືອແບ່ງເບົາວຽກງານແທນທຸກຄົນໃນຫ້ອງການ ແຕ່ພໍຮອດເວລາທີ່ເຮົາຕ້ອງການຄວາມຊ່ວຍເຫຼືອ ຊ້ຳພັດບໍ່ກ້າທີ່ຈະຂໍຄວາມຊ່ວຍເຫຼືອຈາກໃຜເລີຍ ອາດຍ້ອນຄວາມເກງໃຈຢ້ານວ່າຈະໄປລົບກວນຄົນອື່ນ ຈຶ່ງເລືອກທີ່ຈະເກັບງຽບ ແລະ ແບກທຸກຢ່າງດ້ວຍຕົນເອງຄົນດຽວທັ້ງໆທີ່ຮູ້ສຶກວ່າວຽກເລີ່ມລົ້ນມືແລ້ວ ແລະ ອາດບໍ່ສຳເລັດຕາມກຳນົດ. ດັ່ງນັ້ນ, ຖ້າໄລຍະຜ່ານມາເຮົາເອງເປັນຄົນທີ່ມັກຊ່ວຍເຫຼືອເພື່ອນຮ່ວມງານຄົນອື່ນເປັນນິດໄສພື້ນຖານຢູ່ແລ້ວ, ເພື່ອນຮ່ວມງານຄົນອື່ນກໍຄົງເຕັມໃຈພ້ອມທີ່ຈະຊ່ວຍເຫຼືອເຮົາຄືນແນ່ນອນ, ແຕ່ອາດຍ້ອນເຮົາບໍ່ບອກອອກໄປ ຈຶ່ງເຮັດໃຫ້ບໍ່ມີໃຜຮູ້ວ່າຈະຊ່ວຍເຫຼືອເຮົາຄືແນວໃດ ຫຼື ອາດເຂົ້າໃຈວ່າເຮົາສາມາດແກ້ໄຂວຽກນັ້ນດ້ວຍຕົນເອງໄດ້ແລ້ວ ກໍເປັນໄດ້.

  1. ບາງຄັ້ງ ກໍຕ້ອງກ້າທີ່ຈະບອກເຫດຜົນຕາມຄວາມເປັນຈິງກັບຫົວໜ້າ

ໂດຍປົກກະຕິແລ້ວ ຖ້າຫາກມີວຽກດ່ວນ ແລະ ສຳຄັນເຂົ້າມາ ແນ່ນອນວ່າຫົວໜ້າມັກຈະເລືອກຜູ້ທີ່ສາມາດແກ້ໄຂວຽກໄດ້ໄວ ແລະ ຜົນງານອອກມາດີທີ່ສຸດກ່ອນສະເໝີ ເພາະເປັນຄົນທີ່ຫົວໜ້າໄວ້ວາງໃຈ ເຊື່ອວ່າຈະເຮັດວຽກທັນເວລາ ແລະ ອອກມາຜິດພາດໜ້ອຍທີ່ສຸດ. ແຕ່ຫຼາຍຄັ້ງ ຜົນຂອງການເປັນຄົນສຳຄັນທີ່ຖືກໄວ້ໄວ້ວາງໃຈ ກໍມາພ້ອມກັບມາຕຳແໜ່ງ “The ແບກ” ໄປໃນຕົວ ເໝືອນກັບເປັນຄຳສາບອາຖັນຂອງຄົນເຮັດວຽກເກັ່ງ ຈົນໃນທີ່ສຸດຄົນເກັ່ງຈຶ່ງມັກເກີດພາວະໝົດໄຟ (Burnout). ດັ່ງນັ້ນ, ເຖິງແມ່ນວ່າເຮົາຈະເຮັດວຽກເກັ່ງ ແຕ່ຖ້າຫາກເຮົາຮູ້ສຶກວ່າບໍ່ໄຫວ, ໜັກເກີນໄປ ຫຼື ຕ້ອງການຄົນຊ່ວຍເພີ່ມ ກໍຈົ່ງຢ່າລັງເລທີ່ຈະຂໍຄວາມຊ່ວຍເຫຼືອຈາກຫົວໜ້າ ດ້ວຍການບອກເຫດຜົນ, ສະເໜີວິທີແກ້ໄຂ ຫຼື ບາງຄັ້ງກໍອາດຕ້ອງປະຕິເສດໄປຕາມຄວາມຈິງ ເຊິ່ງຈະເປັນການດີກວ່າທີ່ຕ້ອງອົດທົນແບກໄປຕໍ່ທັ້ງໆທີ່ບໍ່ໄຫວແລ້ວ.

ສ່ວນທາງຝັ່ງຫົວໜ້າ ຖ້າຫາກເຮົາເຄີຍປະຕິບັດແບບນີ້ກັບລູກນ້ອງ ອາດຕ້ອງຫາວິທີໃນການແບ່ງເບົາພາລະແບກຫາບຊ່ວຍລູກນ້ອງຄົນເກັ່ງຂອງອົງກອນແລ້ວ. ເພາະບາງຄັ້ງການທີ່ລູກນ້ອງຂອງເຮົາເກັ່ງ, ເຮັດວຽກໄດ້ໄວ ແລະ ຜົນງານດີກວ່າໝູ່ໝົດ ກໍບໍ່ໄດ້ໝາຍຄວາມໝາຍພວກເຂົາບໍ່ຮູ້ອິດເມື່ອຍ. ດັ່ງນັ້ນ, ອາດຕ້ອງກະຈາຍວຽກໃຫ້ລູກນ້ອງຄົນອື່ນໄດ້ຮັບຜິດຊອບວຽກນັ້ນຮ່ວມກັນ, ທັງຍັງຊ່ວຍເປີດໂອກາດໃຫ້ເຂົາເຈົ້າໄດ້ຮ່ຳຮຽນທັກສະກັບລູກນ້ອງຜູ້ທີ່ເກັ່ງແລ້ວ ແລະ ເພື່ອບໍ່ໃຫ້ເຂົາເຈົ້າມີຄວາມນ້ອຍເນື້ອຕ່ຳໃຈເກີດຄວາມຮູ້ສຶກປຽບທຽບກັບຄົນເກັ່ງ ຈາກການທີ່ຫົວໜ້າບໍ່ມັກເອີ້ນໃຊ້ວຽກເຂົາເລີຍອີກດ້ວຍ.

  1. ບໍ່ໄວ້ໃຈໃຜເລີຍ ແລະ ຮູ້ສຶກວ່າຄົນອື່ນເຮັດໄດ້ບໍ່ດີເທົ່າຕົນເອງ

ເມື່ອເຮົາມີຄວາມຄິດວ່າເພື່ອນຮ່ວມງານອາດເຮັດອອກມາໄດ້ບໍ່ດີເທົ່າຕົນເອງ ຈຶ່ງກາຍເປັນຄົນທີ່ຍອມແບກທຸກຢ່າງດ້ວຍຕົນເອງ ແລະ ຈັດການກັບທຸກໜ້າທີ່ວຽກງານດ້ວຍຕົວເອງ. ຖ້າຫາກເຮົາເຮັດແບບນີ້ເລື້ອຍໆ ນອກຈາກຈະຕ້ອງອົດທົນແບກຫາບວຽກໜັກແຕ່ພຽງຜູ້ດຽວແລ້ວ ຍັງບໍ່ສາມາດສ້າງຜູ້ສືບທອດເພື່ອມາຊ່ວຍເຫຼືອວຽກງານຂອງຕົນໄດ້ອີກດ້ວຍ ເມື່ອຮອດຍາມທີ່ເຮົາລາພັກ ຈຶ່ງບໍ່ມີໃຜເລີຍທີ່ຈະສາມາດເຮັດວຽກແທນເຮົາໄດ້.

ຄວາມຈິງແລ້ວ ຂໍ້ນີ້ບໍ່ພຽງແຕ່ເກີດຂຶ້ນກັບຜູ້ເຮັດວຽກຮ່ວມກັນເທົ່ານັ້ນ ແຕ່ຍັງເກີດຂຶ້ນກັບຕຳແໜ່ງຫົວໜ້າອີກດ້ວຍ ເນື່ອງຈາກຫົວໜ້າບາງຄົນອາດມັກຈະກັງວົນວ່າລູກນ້ອງຈະເຮັດຜົນງານອອກມາໄດ້ບໍ່ດີ ຫົວໜ້າຈຶ່ງລົງມາລຸຍເອງ ແບກຫາບເອງທຸກຂັ້ນຕອນ ແລະ ເມື່ອຂາດຫົວໜ້າທີມໄປ ຈຶ່ງບໍ່ມີໃຜທີ່ສາມາດຂັບເຄື່ອນວຽກນັ້ນແທນໄດ້ເລີຍ.

ແຫຼ່ງຂໍ້ມູນອ້າງອີງ:

https://tinyurl.com/3rxr6vpb

futuretrend

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/