ພຽງເເຕ່ສັ່ງ AI ກໍຈັດໃຫ້! Wix ເປີດຕົວຄຸນສົມບັດໃໝ່ ພະລັງ AI ທີ່ຈະຊ່ວຍໃຫ້ທ່ານສາມາດສ້າງເວັບໄຊໄດ້ຢ່າງງ່າຍດາຍດ້ວຍຄໍາສັ່ງ Prompt


Wix ເຄື່ອງມືສ້າງເວັບໄຊອອນລາຍຊື່ດັງໄດ້ເພີ່ມຄຸນສົມບັດໃໝ່ຊື່ວ່າ “AI Site Generater” ທີ່ຈະຊ່ວຍໃຫ້ທ່ານສາມາດສ້າງເວັບໄຊໄດ້ຢ່າງງ່າຍ ເເລະ ເປັນເອກກະລັກເເບບບໍ່ຄືໃຜ ດ້ວຍການປ້ອນຄຳສັ່ງ Prompt ເຊິ່ງ Wix ເອີ້ນວ່າ AI Text Creator ທີ່ໃຊ້ພະລັງຈາກ ChatGPT ຂອງ OpenAI.

ເຊິ່ງກ່ອນໜ້ານີ້, ຜູ້ໃຊ້ທີ່ສ້າງເວັບໄຊດ້ວຍ Wix ສາມາດເລືອກເອົາເເມ່ເເບບທີ່ມີຢູ່ເເລ້ວມາໃຊ້ງານໄດ້ໃນທັນທີ ເເຕ່ການມາຂອງຄຸນນະສົມບັດເຄື່ອງມື AI ໃໝ່ນີ້ຈະສາມາດສ້າງສັນໄດ້ຫຼາຍກວ່າເເມ່ເເບບເວັບໄຊເເບບດັ້ງເດີມ.

ເຕັກໂນໂລຢີ AI ທີ່ໃຊ້ໂດຍ Wix ໄດ້ຖືກອອກແບບມາເພື່ອສ້າງເວັບໄຊທ໌ທີ່ເປັນເອກະລັກທີ່ການອອກແບບສອດຄ່ອງກັບເນື້ອຫາ. ເຄື່ອງມື AI ເຫຼົ່ານີ້ຍັງມາພ້ອມກັບຊຸດຄວາມສາມາດໃນການແກ້ໄຂ ເເລະ ຄຸນສົມບັດທີ່ຄາດຫວັງໄວ້ໄດ້ເເກ່ ໜ້າ AI ແລະ ການເພິ່ມໜ້າເວັບໄຊຕາມຄວາມຕ້ອງການຂອງຜູ້. ນອກເໜືອໄປຈາກນັ້ນກໍຍັງມີເຄື່ອງລຶບວັດຖຸສໍາລັບການຈັດການຮູບພາບ ເເລະ ມີຜູ້ຊ່ວຍ AI ທີ່ຈະໃຫ້ຄໍາແນະນໍາສໍາລັບການປັບປຸງເວັບໄຊທ໌ເພື່ອປັບປຸງປະສົບການຂອງຜູ້ໃຊ້ໂດຍລວມ.

ສໍາລັບວິທີການນໍາໃຊ້ງານ, ພຽງແຕ່ພິມຄໍາສັ່ງ Prompt ເພື່ອໃຫ້ AI ເພື່ອສ້າງເວັບໄຊທ໌ຕາມຄວາມຕ້ອງການ ເຊິ່ງຜູ້ໃຊ້ສາມາດໃສ່ລາຍລະອຽດຂອງຫົວຂໍ້, ຮູບພາບ, ຂໍ້ຄວາມ, ສະຖານທີ່ເນື້ອຫາ ແລະ ຕົວເລືອກແມ່ແບບໄດ້.

ທ່ານສາມາດກົດເຂົ້າເບິ່ງຕົວຢ່າງວິທີການປ້ອນຄຳສັ່ງ ເເລະ ອື່ນໆໄດ້ ທີ່ນີ້ເລີຍ

ທີ່ມາ:

wix

theverge

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/