ບໍລິສັດສະຕາດອັບໃນອິນເດຍ ປະກາດໃຊ້ AI ແທນພະນັກງານທີ່ເປັນຄົນ


ບໍລິສັດສະຕາດອັບ ປະເທດ ອິນເດຍ ເລີ່ມໃຊ້ AI ແທນຄົນແລ້ວ ໂດຍຢຸດຈ້າງພະນັກງານທີ່ເປັນມະນຸດ ແລະ ໃຊ້ລະບົບ AI ທີ່ມີຄວາມສາມາດ ພ້ອມກັບເຮັດໄດ້ດີກວ່າມະນຸດ ເຮັດໃຫ້ການປະກາດນີ້ ສະເທືອນໄປເຖິງຕະຫຼາດແຮງງານທົ່ວໂລກ ຫຼືນີ້ອາດຈະເປັນຍຸກທີ່ເອົາ AI ມາແທນຄົນແລ້ວ.

ສຳນັກຂ່າວຕ່າງປະເທດລາຍງານວ່າ Suumit Shah ຜູ້ກໍ່ຕັ້ງ ແລະ CEO ຂອງບໍລິສັດ  Dukaan ສະຕາດອັບໃນບັງກາລໍ ທີ່ເຮັດທຸລະກິດຊ່ວຍເຫຼືອຜູ້ຄ້າໃນການເປີດຕົວໜ້າຮ້ານດິຈິຕອລ ແລະ ຂາຍສິນຄ້າອອນລາຍ ພ້ອມກັບກ່າວວ່າ ຈຳເປັນຢ່າງຫຼວງຫຼາຍທີ່ຈະຕ້ອງຢຸດຈ້າງທີມສະໜັບສະໜູນລູກຄ້າຫຼາຍກວ່າ 90% ເນື່ອງຈາກແຊັດບັອດທີ່ສ້າງຈາກລະບົບ AI ມີປະສິດທິພາບຫຼາຍກວ່າ ເຊິ່ງຕອບໂຈດລູກຄ້າຫຼາຍກວ່າ.

ໂດຍ Suumit Shah ໄດ້ກ່າວເສີມວ່າ AI ສາມາດຕອບສະໜອງເຖິງ Dukaan ໄດ້ດີກ່າວໂດຍປ່ຽນຈາກ 1 ນາທີ 44 ເປັນ ການຕອບໃນທັນທີ ແຖມຍັງລົດຕົ້ນທຶນໄດ້ປະມານ 85% ແລະ ນີ້ອາດເປັນເຫດຜົນວ່າເປັນຫຍັງຕ້ອງຢຸດຈ້າງພະນັກງານທີ່ເປັນມະນຸດ.

ຢ່າງໃດກໍຕາມ ເມື່ອເຜີຍແຜ່ອອກໄປໃນໂລກໂຊຊຽວ ກໍເຮັດໃຫ້ຊາວເນັດຫຼາຍຄົນ ບໍ່ເຊື່ອວ່າການລົດພະນັກງານແບບນີ້ຈະເປັນຄຳຕອບຂອງການປະສົມປະສານລວມລະຫວ່າງ AI ກັບ ຊີວິດມະນຸດ ເພາະວ່າມະນຸດອາດຈະກຳລັງຖືກເທັກໂນໂລຢີທີ່ຕົນເອງສ້າງຂຶ້ນ ກັບມາທຳຮ້າຍຕົນເອງ ແລະ ບັງຄັບໃຫ້ຫາຍໄປ.

ເຖິງແມ່ນວ່າ AI ຈະເຂົ້າມາແທນທີ່ໃນການຮັບຜິດຊອບບາງສ່ວນໄດ້ ແຕ່ AI ກໍຍັງບໍ່ສາມາດຕອບໂຈດເລື່ອງຄວາມຮູ້ສຶກໄດ້ ຫາກເຮົາມີບັນຫາເດືອດຮ້ອນ ເຮົາຄົງຢາກຈະລົມກັບຄົນຫຼາຍກວ່າ ແຕ່ດ້ານທຸລະກິດກໍເປັນການລົດຕົ້ນທຶນ ເຊິ່ງເຂົາກໍມີສິດທີ່ຈະເຮັດສິ່ງນັ້ນເອງ.

ໃນຖານະຂອງເຈົ້າຂອງທຸລະກິດ ການນຳເລື່ອງ AI ມາໃຊ້ໃນທຸລະກິດ ເພື່ອແກ້ບັນຫາການລົດຕົ້ນທຶນ ເປັນສິ່ງທີ່ບໍ່ຜິດ ແລະ ເຈົ້າຂອງທຸລະກິດມີສິດທີ່ຈະເຮັດ ແຕ່ສິ່ງທີ່ສຳຄັນທີ່ສຸດຄືລູກຄ້າຈະພໍໃຈ ຫຼື ບໍ່ ທີ່ຈະມີ AI ມາຕອບຄຳແທນຄົນຫຼາຍກວ່າ 90%.

ນອກຈາກນີ້ ກໍຍັງມີຄົນເຊື່ອວ່າ AI ຈະບໍ່ສ້າງຄວາມລຳອຽງໃດແກ່ມະນຸດຢ່າງອາຍຸ ແລະ ຈະສາມາດກ້າວຂ້າມລະບົບຈ້າງງານແບບເກົ່າໆໃນອະດີດໄດ້ ແລະ ຊື່ກົງຫຼາຍກວ່າທີ່ເຄີຍເປັນຢູ່.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/