ທະນາຄານແຈ້ງ ສາມາດນຳເງິນສົດເຂົ້າ-ອອກ ປະເທດ ບໍ່ໃຫ້ເກີນ 150 ລ້ານກີບ


ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດຂໍ້ຕົກລົງ ວ່າດ້ວຍການເປີດບັນຊີເງິນຝາກ, ການໂອນເງິນ ແລະ ການນໍາເງິນສົດ-ເຂົ້າ ສປປ ລາວ ສະບັບເລກທີ 454/ທຫລ, ລົງວັນທີ 30 ພຶດສະພາ 2019 ໃຫ້ສອດຄ່ອງກັບສະພາບເສດຖະກິດປັດຈຸບັນ ທະນາຄານແຫ່ງ ສປປ ລາວ ຂໍແຈ້ງມາຍັງ ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງພາຍໃນ ແລະ ຕ່າງປະເທດກ່ຽວກັບການນຳເງິນສົດເປັນເງີນກີບ ແລະ ເງິນຕາຕ່າງປະເທດ ເຂົ້າ-ອອກ ສປປ ລາວ ໄດ້ຈາກວົງເງິນ ບໍ່ເກີນ ຫຼື ທຽບເທົ່າ 100 ລ້ານກີບ ໃນເມື່ອກ່ອນ ມາເປັນວົງເງິນ ບໍ່ເກີນ ຫຼື ທຽບເທົ່າ 150 ລ້ານກີບ.

ຖ້ານຳເງິນສົດເຂົ້າເກີນຈຳນວນດັ່ງກ່າວ ຜູ້ກ່ຽວຕ້ອງແຈ້ງຕໍ່ເຈົ້າໜ້າທີ່ພາສີປະຈຳດ່ານສາກົນ ເພື່ອອອກໃບຢັ້ງຢືນການນຳເງິນສົດຈຳນວນທີ່ເກີນນັ້ນເຂົ້າ ສປປ ລາວ ໂດຍປະກອບຂໍ້ມູນຕາມແບບພິມໃບແຈ້ງເຄື່ອງຕິດຕົວຜູ້ໂດຍສານ ຂອງກົມພາສີ ກະຊວງການເງິນ

ແລະ ຖ້ານໍາເງິນສົດອອກເກີນຈໍານວນດັ່ງກ່າວ ຜູ້ກ່ຽວຕ້ອງມາຂໍອະນຸຍາດນຳ ກົມຄຸ້ມຄອງເງິນຕາຕ່າງປະເທດ, ທະນາຄານແຫ່ງ ສປປ ລາວ ຫຼື ນຳສາຂາທະນາຄານແຫ່ງ ສປປ ລາວ ປະຈໍາພາກ ໂດຍປະກອບຂໍ້ມູນຕາມແບບພິມ ຂອງທະນາຄານແຫ່ງ ສປປ ລາວ ເພື່ອອອກໃບອະນຸຍາດນໍາເງິນສົດຈໍານວນທີ່ເກີນນັ້ນ.

ຂອບໃຈຂໍ້ມູນຈາກ: Lao National Radio

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/