ພົບຊາກຈານດຽວທຽມຂອງຣັສເຊຍ ແລະ ຊິ້ນສ່ວນຈະຫຼວດຂອງຈີນໃນອາວະກາດ.


ພົບຊາກດາວທຽມຂອງຣັສເຊຍ ແລະ ຊິ້ນສ່ວນຈະຫຼວດຂອງຈີນທີ່ເປັນຂີ້ເຫຍື້ອອາວະກາດໂຄຈອນຢູ່ຮອບໂລກມີໂອກາດທີ່ຈະຕຳກັນ ຫຼື ສຽດສີກັນໃນໄລຍະແບບປະຊິດໃນມື້ນີ້ຜູ້ຊ່ຽວຊານກຳລັງເລັ່ງປະເມີນຜົນກະທົບທີ່ອາດມີຕໍ່ໂລກ.

LeoLabs ບໍລິສັດຮວບຮວມຂໍ້ມູນເຣດາ ແລະ ຕິດຕາມຂີ້ເຫຍື້ອໃນອາວະກາດນອກໂລກ ເປິດເຜີຍວ່າ ໃນຊ່ວງເຊົ້າຂອງວັນທີ 16 ຕຸລາ 2020 ຕາມເວລາທ້ອງຖິ່ນ ຊາກດາວທຽມ Kosmos-2004 ຂອງຣັສເຊຍ ແລະ ຊາກຊິ້ນສ່ວນຈະຫຼວດ Long Marsh Foursea ຫຼື Chang Zheng Four C ຂອງຈີນຈະຕຳກັນ ຫຼື ໂຄຈອນຜ່ານເຂົ້າໃກ້ກັນໃນໄລຍະສຽດສີພຽງ 25 m   ດ້ວຍຄວາມໄວກວ່າ 14.66 km/ວິນາທີ ໃນບໍລິເວນເໜືອມະຫາສະໝຸດແອນຕາກຕິກ.

ຜູ້ຊ່ຽວຊານປະເມີນວ່າ ຫາກຂີ້ເຫຍື້ອໃນອາວະກາດສອງອັນນີ້ ທີ່ມີນ້ຳໜັກລວມກັນກວ່າ 2.5 ໂຕນ ເກິດການຕຳກັນ ຈະເຮັດໃຫ້ເກິດການແຕກຫັກເປັນຕ່ອນນ້ອຍໆ ຈະກໍໃຫ້ເກິດຂີ້ເຫຍື້ອໃນອາວະການເພິ່ມອີກປະມານ 20% ຂອງຈຳນວນຂີ້ເຫຍື້ອໃນອາວະກາດທັ້ງໝົດຫຼາຍກວ່າ 170 ລ້ານອັນທີ່ກຳລັງໂຄຈອນຢູ່ຮອບໂລກ ໃນຈຳນວນນີ້ມີຫຼາຍກວ່າ 900,000 ອັນທີ່ມີຂະໜາດໃຫຍ່ກວ່າ 1 cm ເຊິ່ງອາດຈະສົ່ງຜົນກະທົບຕໍ່ການເຮັດວຽກຂອງບັນດາດາວທຽມທີ່ໂຄຈອນຢູ່.

ທາງດ້ານ ດຣ.ໂມຣິບາ ຈາ ນັກກົນລະສາດວົງໂຄຈອນແຫ່ງມະຫາວິທະຍາໄລ Texas ໃນສະຫະລັດອາເມຣິກາເປິດເຜີຍວ່າ ຈາກການຄຳນວນພົບວ່າຂີ້ເຫຍື້ອໃນອາວະກາດທັງສອງອັນມີໂອກາດ ເຂົ້າໃກ້ກັນໄລຍະ 70 m ຂະນະທີ່ບໍລິສັດ Aerospace Corporation ກໍຄໍານວນຜົນອອກມາໃກ້ຄຽງກັນ.

ແຕ່ລະປີຫຼາຍປະເທດທົ່ວໂລກມີການສົ່ງດາວທຽມຂຶ້ນວົງໂຄຈອນເປັນຈຳນວນຫຼາຍ ເຮັດໃຫ້ເກິດຄວາມວິຕົກກັງວົນມາດົນແລ້ວວ່າອາດມີໂອກາດທີ່ຈານດາວທຽມຈະຕຳກັນໄດ້ ໂດຍອາທິດນີ້ອົງການການບິນອາວະກາດຂອງຢຸໂຣບ ຫາກໍອອກບົດລາຍງານປະຈຳປີວ່າດ້ວຍສິ່ງແວດລ້ອມໃນອາວະກາດ ໂດຍເນັ້ນວ່າບັນຫາຂີ້ເຫຍື້ອໃນອາວະກາດທີ່ກຳລັງເກິດຂື້ນ ໂດຍໃນຊ່ວງ 2 ທົດສະວັດທີ່ຜ່ານມາມີຂີ້ເຫຍື້ອໃນອາວະກາດຕຳກັນປີລະປະມານ 12 ຄັ້ງໃນຂະນະທີ່ສະຖິຕິມີແນວໂນ້ມເພິ່ມຂຶ້ນເລື້ອຍໆ.

ທີ່ມາ: https://www.thairath.co.th/news/foreign/1954025?cx_testId=7&cx_testVariant=cx_1&cx_artPos=3&cx_rec_section=news&cx_rec_topic=foreign#cxrecs_s