Google ເພີ່ມຄວາມສາມາດຊ່ອຍຄົນຫູຫນວກ ໃຫ້ໂທລະສັບຊ່ອຍຟັງສຽງອ້ອມຂ້າງແລ້ວແຈ້ງເຕືອນ.


Google ອອກ Features ໃໝ່ຊື່ວ່າ Sound Notifications ໃຫ້ຜູ້ໃຊ້ Android ທີ່ອາດມີບັນຫາເລື່ອງການໄດ້ຍິນ (ໂຕເລກຂອງ WHO ບອກວ່າມີເຖິງ 446 ລ້ານຄົນທົ່ວໂລກ) ສາມາດໃຊ້ Smart Phone ເປັນ ຫູ ຟັງສຽງຮອບໂຕເຊັ່ນ: ສັນຍານໄຟໄໝ້, ແກລົດ ແລະອື່ນໆ ເພື່ອແຈ້ງເຕືອນເຖິງອັນຕະລາຍໄດ້.

Features ນີ້ເປັນສ່ວນໜື່ງຂອງ App ເພື່ອຄົນພິການຊື່ Live Scribe ໂດຍ Smart Phone ຈະຟັງສຽງທີ່ເກິດຂຶ້ນຮອບໂຕຂອງຜູ່ໃຊ້ ແລະ ແຍກໃຫ້ວ່າເປັນສຽງຂອງວັດຖຸໃດ ໂດຍໃຊ້ພະລັງ AI ທີ່ປະມວນຜົນພາຍໃນເຄື່ອງ (ບໍ່ຕ້ອງຕໍ່ເນັດ) ຈາກນັ້ນແຈ້ງເຕືອນຜູ່ໃຊ້ດ້ວຍວິທີຕ່າງໆເຊັ່ນ: ເຕືອນຜ່ານ notification, ສັ່ນ, ເປິດໄຟສາຍໃຫ້ກະພິບ ຫຼື ຜ່ານອຸປະກອນໃສ່ແຂນທີ່ເປັນ Wear OS.

ໃນ App ຍັງມີ timeline ໃຫ້ເບິ່ງຄືນໄດ້ວ່າມີສຽງຫຍັງເກິດຂຶ້ນໃນເວລາໃດແນ່ ເພື່ອໃຫ້ຜູ່ໃຊ້ສາມາດເຂົ້າໃຈເຖິງສະຖານະການທີ່ເກິດຂຶ້ນອ້ອມຮອບໂຕເອງໄດ້ນຳອີກ.

ທີ່ມາ: https://www.blognone.com/node/118948