ພົບກັບ SmartHEAL ແຜ່ນຕິດບາດອັດສະລິຍະທີ່ສາມາດບອກຄ່າສະຖານະຂອງບາດແຜໄດ້ໂດຍບໍ່ຕ້ອງແກະເບິ່ງ


ສຳລັບໃຜທີ່ເຄີຍມີບາດແຜ ເຊື່ອວ່າຕ້ອງຄຸ້ນເຄີຍກັບແຜ່ນຕິດບາດ ຫຼືພລາສເຕີ້ຕິດບາດມາແລ້ວຢ່າງແນ່ນອນ ເພາະມັນມີຄຸນສົມບັດທີ່ເຮັດໃຫ້ບາດແຜຂອງເຮົາແຫ້ງໄວ ແລະລົດຄວາມສ່ຽງໃນການຕິດເຊື້ອຕ່າງໆ. ທັງນີ້ການທີ່ເຮົາຈະກວດເບິ່ງບາດແຜວ່າມັນດີແລ້ວຫຼືບໍ່ ເຮົາກໍຕ້ອງໄດ້ແກະແຜ່ນຕິດບາດເພື່ອກວດສອບ ເຊິ່ງນັ້ນອາດຈະເປັນການເພີ່ມໂອກາດຕິດເຊື້ອໃຫ້ບາດແຜເຮົາຕື່ມກໍໄດ້.

ຢ່າງໃດກໍຕາມ ເບິ່ງຄືວ່າຕໍ່ໄປນີ້ບັນຫາດັ່ງກ່າວຈະໝົດໄປດ້ວຍສິ່ງປະດິດທີ່ມີຊື່ວ່າ “SmartHEAL” ແຜ່ນຕິດບາດອັດສະລິຍະທີ່ສາມາດບອກຄ່າສະຖານະຂອງບາດແຜໄດ້ໂດຍບໍ່ຕ້ອງແກະເບິ່ງ ພ້ອມນັ້ນຍັງລົດອັດຕາການຕິດເຊື້ອໄດ້ດີອີກພ້ອມ.

ສິ່ງປະດິດ SmartHEAL ຖືກອອກແບບໂດຍນັກສຶກສາປະລິນຍາເອກ 3 ຄົນຈາກມະຫາວິທະຍາໄລເທັກໂນໂລຢີວໍຊໍ (Warsaw Technology University) ໂດຍແຜ່ນຕິດບາດນີ້ຖືກອອກແບບດ້ວຍການຕິດເຊນເຊີ້ອັດສະລິຍະ ເຊິ່ງສາມາດກວດສອບໄດ້ວ່າບາດແຜ ດີຂຶ້ນແລ້ວຫຼືບໍ່. ທັງນີ້ຫຼັກການເຮັດວຽກຂອງແຜ່ນຕິດແຜອັດສະລິຍະ SmartHEAL ແມ່ນເຮັດວຽກໂດຍໃຊ້ເຊັນເຊີ້ແບບອີເລັກໂທຣນິກທີ່ພິມລົງໃນແຜ່ນຜ້າ ເພື່ອນຳມາວັດຄ່າ pH ທີ່ບາດແຜໂດຍຕ້ອງອາໄສແບັດເຕີຣີ່ຫຼືແຫຼ່ງຈ່າຍໄຟໃນການເຮັດວຽກ ພ້ອມນັ້ນເຊັນເຊີ້ຈະບອກສະຖານະຂອງບາດແຜໂດຍໃຊ້ຄື້ນຄວາມຖີ່ວິທະຍຸສົ່ງສັນຍານ (RFID) ເຊິ່ງຜູ້ໃຊ້ສາມາດອ່ານຄ່າບາດແຜຂອງຕົນເອງໂດຍການໃຊ້ໂທລະສັບມືຖືສະແກນໄດ້ໃນທັນທີ.

ນອກນີ້ ແຜ່ນຕິດບາດແຜອັດສະລິຍະ SmartHEAL ຍັງໄດ້ຮັບຮາງວັນຊະນະເລີດແກຣນໄພຣ໌ຂອງ ເຈມສ໌ ດີຊັນ ປະຈໍາ 2022 (James Dyson Awards 2022) ເຊິ່ງລາຍການດັ່ງກ່າວເປັນການປະກວດດ້ານການອອກແບບແລະວິສະວະກໍາຈາກ 29 ປະເທດທົ່ວໂລກ.

ທາງດ້ານ ໂທມັສ ຣາຊຊິນສະກີ, ໂດມິນິກ ບາຣາເນກກີ ແລະ ພຽດທ໌ ວອລເຕີ້ 3 ນັກວິໄຈຜູ້ອອກແບບຜົນງານນີ້ໄດ້ເຜີຍວ່າ ຜະລິດຕະພັນນີ້ເຮັດໜ້າທີ່ເປັນແຜ່ນຕິດບາດແຜທີ່ມີເຊັນເຊີໃນຕົວ ແລະໃຊ້ເທັກໂລໂນຢີການພິມທີ່ສາມາດຖ່າຍເທຄວາມຮ້ອນໄດ້ເຂົ້າມາຊ່ວຍ ເຊິ່ງໝາຍຄວາມວ່າແຜ່ນຕິດບາດນີ້ສາມາດລ້າງ ແລະຫົດຢືດໄດ້ ເຊິ່ງເຮັດໃຫ້ງ່າຍຕໍ່ການໃຊ້ງານ. ທັງນີ້ ທັງ 3 ນັກວິໄຈຈະນຳເງິນຮາງວັນຊະນະເລີດມູນຄ່າ 30.000 ປອນ ຫຼື ປະມານ 600 ກວ່າລ້ານກີບ ໄປທົດສອບຜະລິດຕະພັນ SmartHEALໃນທາງການແພດເປັນຂັ້ນຕອນສຸດທ້າຍ ເພື່ອທີ່ຈະຢັ້ງຢືນຄວາມປອດໄພແລະຄຸນສົມບັນຂອງການໃຊ້ງານ ແລະຈະນຳເອົາສິ່ງປະດິດດັ່ງກ່າວມາວາງຂາຍໃນປີ 2025 ນີ້.

ນອກຈາກນີ້ ທີມນັກວິໄຈຍັງ ສະຫຼຸບວ່າ ຂໍ້ດີຂອງແຜ່ນຕິດບາດແຜອັດສະລິຍະນີ້ຄື ມັນສາມາດລົດເວລາໃນການປິ່ນປົວແຜ ແລະຍັງປ້ອງກັນການເສຍຊີວິດ ຫຼືການຕ້ອງຕັດອະໄວຍະວະຈາກບາດແຜກົດທັບຂອງຜູ້ປ່ວຍສູງອາຍຸໄດ້ຫຼາຍພັນຄົນຕໍ່ປີ,  ມີລາຄາທີ່ຖືກ, ຜະລິດໄດ້ຈໍານວນຫຼາຍໃນເວລາສັ້ນໆ, ສາມາດເຂົ້າເຖິງຜູ້ປ່ວຍໄດ້ທຸກຄົນ ແລະ ແຜ່ນຕິດບາດອັດສະລິຍະມັນຍັງມີຄວາມສຳຄັນຕໍ່ຜູ້ທີ່ມີອາຍຸ 70 ປີຂຶ້ນໄປຢ່າງຍິ່ງ ເພາະຜູ້ທີ່ມີອາຍຸສູງແລະຢູ່ໃນໄວດັ່ງກ່າວ ມີຄວາມສ່ຽງຕໍ່ພາວະບາດແຜຊຳເຮື້ອ ທີ່ອາດນຳໄປສູ່ອາການຕິດເຊື້ອຊ້ຳຊ້ອນ ແລະເປັນສາເຫດການເສຍຊີວິດຂອງຜູ້ປ່ວຍໄດ້.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/