ຜູ້ນຳ G20 ລະບຸວ່າ ຕ້ອງມີກົດລະບຽບລະຫວ່າງປະເທດທີ່ ເຂັ້ມງວດ ເພື່ອຄວບຄຸມ Cryptocurrency ຫຼັງການລົ້ມລະລາຍຂອງ FTX


ພາຍຫຼັງການລົ້ມລະລາຍຂອງ ເວັບໄຊຊື້ຂາຍ Cryptocurrency ລາຍໃຫຍ່ຢ່າງ FTX ທີ່ສ້າງຄວາມເສຍຫາຍຈຳນວນຫຼາຍ ຈົນສົ່ງຜົນກະທົບໄປທົ່ວຕະຫຼາດ Cryptocurrency ເຮັດໃຫ້ຫຼາຍພາກສ່ວນ ລວມເຖິງຜູ້ນຳໃນຫຼາຍປະເທດ ອອກມາຮຽກຮ້ອງໃຫ້ມີກົດລະບຽບທີ່ເຂັ້ມງວດໃນການຄວບຄຸມຫຼາຍຂຶ້ນ.

ເຊັ່ນດຽວກັນກັບການປະຊຸມໃຫຍ່ຂອງປະເທດກຸ່ມອຸດສາຫະກຳໂລກ ຫຼື ການປະຊຸມ G20 ທີ່ຫາກໍຜ່ານໄປເມື່ອບໍ່ດົນມານີ້ ທີ່ປະເທດ ອິນໂດເນເຊຍ. ບັນດາຜູ້ນຳຂອງປະເທດທີ່ໄດ້ເຂົ້າຮ່ວມກໍໄດ້ຮຽກຮ້ອງໃຫ້ມີກົດລະບຽບລະຫວ່າງປະເທດທີ່ເຂັ້ມງວດ ເພື່ອຄວບຄຸມທັງ Bitcoin ແລະ Cryptocurrency ທີ່ກຳລັງເຕີບໂຕຢ່າງໄວວາໃນຍຸກປັດຈຸບັນ.

ໂດຍໃນຄຳຖະແຫຼງການຮ່ວມຂອງ ຜູ້ນຳໃນການປະຊຸມ G20 ລວມເຖິງ ໂຈ ໄບເດັນ ຜູ້ນໍາ ສະຫະລັດອາເມຣິກາ ໄດ້ລະບຸພາຍຫຼັງການປະຊຸມວ່າ: “ເປັນເລື່ອງທີ່ສຳຄັນຢ່າງຍິ່ງທີ່ຈະຕ້ອງສ້າງຄວາມຮັບຮູ້ກ່ຽວກັບຄວາມສ່ຽງ ແລະ ເສີມສ້າງດ້ານຜົນທີ່ໄດ້ດ້ານກົດລະບຽບ ພ້ອມທັງສະໜັບສະໜູນການແຂ່ງຂັນທີ່ເທົ່າທຽມກັນ ແຕ່ໃນຂະນະດຽວກັນກໍຕ້ອງໃຊ້ປະໂຫຍດຈາກນະວັດຕະກຳ”

“ພວກເຮົາຕ້ອງການໃຫ້ແນ່ໃຈວ່າ ລະບົບນິເວດຂອງ crypto-asset ເຊິ່ງລວມເຖິງ Stablecoins ຈະຕ້ອງໄດ້ຮັບການກວດສອບຢ່າງໃກ້ຊິດ ແລະ ຢູ່ພາຍໃຕ້ກົດລະບຽບທີ່ເຂັ້ມງວດ ແລະ ການກຳກັບດູແລ ເພື່ອລົດຄວາມສ່ຽງທີ່ອາດເກີດຂຶ້ນຕໍ່ສະຖຽນລະພາບທາງການເງິນ”

ເມື່ອເດືອນ ຕຸລາ ທີ່ຜ່ານມາ Financial Stability Board (FSB) ຜູ້ກໍານົດມາດຕະຖານທາງການເງິນລະດັບໂລກໄດ້ສະເໜີກົດລະບຽບທີ່ຈະເຮັດໃຫ້ບໍລິສັດ ແລະ ຕະຫຼາດ ຄຣິບໂຕ ມີກົດເກນທີ່ເຂັ້ມງວດເຊັ່ນດຽວກັນກັບການຄວບຄຸມຂອງການເງິນແບບເກົ່າ.

ນອກຈາກນິ້ Janet Yellen ເລຂາທິການກະຊວງການເງິນຂອງ ສະຫະລັດ ອາເມຣິກາ ຍັງໄດ້ກ່າວຫຼັງການລົ້ມລະລາຍຂອງ FTX ວ່າ: “ການລົ້ມລະລາຍຂອງ FTX ໄດ້ສົ່ງຜົນກະທົບຕໍ່ຕະຫຼາດໂລກ ແລະ ນັກລົງທຶນທົ່ວໂລກເປັນວົງກວ້າງ ສະແດງໃຫ້ເຫັນເຖິງຄວາມຈຳເປັນໃນການກຳກັບດູແລຕະຫຼາດ Cryptocyrrency ຢ່າງມີປະສິດທິພາບຫຼາຍຂຶ້ນ ແລະ ການປ້ອງກັນແບບດຽວກັນກັບຕະຫຼາດແບບເກົ່າ ຄວນນຳໄປໃຊ້ກັບສິນຊັບ ຄຣິບໂຕ”

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/