ຖວນຖວນ ແພນດ້າການທູດ ທີ່ຈີນສົ່ງໃຫ້ ໄຕ້ຫວັນ ຕາຍແລ້ວ ຫຼັງບໍ່ສະບາຍມາຫຼາຍເດືອນ


ວັນທີ 21 ພະຈິກ 2022 ສວນສັດໃນນະຄອນ ໄທເປ ປະເທດໄຕ້ຫວັນຖະແຫຼງການຢືນຢັນວ່າ ຖວນຖວນ ແພນດ້າທີ່ທາງການຈີນສົ່ງມອບໃຫ້ໃນປີ 2008 ນັ້ນໄດ້ຕາຍແລ້ວ ຫຼັງບໍ່ສະບາຍມາຫຼາຍເດືອນ.

ໂດຍ ຖວນຖວນ ແພນດ້າໜຸ່ມ ອາຍຸ 18 ປີ ໂຕນີ້ ບໍ່ສະບາຍມາຕັ້ງແຕ່ໄລຍະເດືອນ ສິງຫາ ທີ່ຜ່ານມາ ເນື່ອງຈາກມີເນື້ອງອກໃນສະໝອງ ເຖິງແມ່ນວ່າສັດຕະວະແພດ ຈາກຈີນແຜ່ນດິນໃຫຍ່ ທີ່ມີຄວາມຊ່ຽວຊານກ່ຽວກັບແພນດ້າ ຫຼາຍທີ່ສຸດໃນໂລກ ຈະເຂົ້າມາໃຫ້ຄວາມຊ່ວຍເຫຼືອ ແລະ ຕິດຕາມຢ່າງໃກ້ຊິດ ແຕ່ສຸດທ້າຍກໍບໍ່ສາມາດຮັກສາຊີວິດຂອງ ຖວນຖວນໄວ້ໄດ້ ຈົນຕາຍລົງໃນວັນທີ 19 ພະຈິກ.

ທາງສວນສັດລະບຸວ່າ:​ “ອາການຂອງ ຖວນຖວນ ນັ້ນນັບມື້ນັບບໍ່ດີລົງເລື້ອຍໆ ຈົນບໍ່ສາມາດປິ່ນປົວໃຫ້ກັບມາໃຊ້ຊີວິດຢ່າງປົກກະຕິອີກຕໍ່ໄປ”.

ທາງການຈີນໄດ້ສົ່ງແພນດ້າ ຖວນຖວນ ພ້ອມກັບຄູ່ປະສົມພັນເພດແມ່ຊື່ ຢວນຢວນ ໃຫ້ກັບທາງໄຕ້ຫວັນເມື່ອປີ 2008 ເຊິ່ງໃນຕອນນັ້ນຄວາມສຳພັນລະຫວ່າງຈີນກັບໄຕ້ຫວັນເລີ່ມດີຂຶ້ນ. ໂດຍຊື່ຂອງແພນດ້າທັງສອງນັ້ນ (团团圆圆) ມີຄວາມໝາຍວ່າ “ກົມກຽວ ຢູ່ຮ່ວມກັນ ຫຼື ກ້າວໄປພ້ອມໆກັນ” ເຊິ່ງສະແດງໃຫ້ເຫັນເຖິງຄວາມຕັ້ງໃຈຂອງທາງການຈີນໃນການຮວມຊາດກັບໄຕ້ຫວັນນັ້ນເອງ.

ໃນອະດີດຈີນມັກຈະໃຊ້ ແພນດ້າ ໃນການເຊື່ອມຄວາມສຳພັນທາງການທູດກັບປະເທດຕ່າງໆ ຜ່ານການໃຫ້ສວນສັດຕ່າງປະເທດຢືມແພນດ້າຂອງຈີນ ແຕ່ມີເງື່ອນໄຂວ່າສວນສັດທີ່ໄດ້ຮັບແພນດ້າໄປຈະຕ້ອງສົ່ງຄືນລູກທີ່ເກີດຈາກພວກມັນ ຄືນໃຫ້ກັບທາງການຈີນ ເພື່ອເຂົ້າສູ່ໂຄງການຂະຫຍາຍພັນຂອງປະເທດຕໍ່ໄປ.

ໂດຍອາການປ່ວຍຂອງ ຖວນຖວນ ນີ້ໄດ້ທຳລາຍກຳແພງຄວາມຂັດແຍ້ງຂອງທາງການຈີນ ແລະ ໄຕ້ຫວັນ ໃນໄລຍະເດືອນ ກັນຍາ ທີ່ຜ່ານມາ ຫຼັງຈາກທີ່ບໍ່ໄດ້ມີການຕິດຕໍ່ກັນມາຢ່າງເປັນທາງການຕັ້ງແຕ່ປີ 2016. ໂດຍການຕິດຕໍ່ກັນຄັ້ງນີ້ ບໍ່ແມ່ນການເຈລະຈາທາງການເມືອງ ຫຼື ເລື່ອງຜົນປະໂຫຍດແຕ່ຢ່າງໃດ ແຕ່ຫາກແມ່ນການຕິດຕໍ່ກັນທີ່ທັງສອງຝ່າຍຍອມລືມເລື່ອງຄວາມຂັດແຍ້ງທຸກຢ່າງໄປກ່ອນ ເພື່ອຊ່ວຍຊີວິດຊີວິດ ແພນດ້າໂຕນີ້ໃຫ້ເຖິງທີ່ສຸດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/