ຮູ້ຫຼືບໍ່? ທ່ານສາມາດຊຸກຍູ້ພາສາລາວໃຫ້ເຂົ້າ Common Voice ໄດ້ງ່າຍໆພຽງ 3 ​ຂັ້ນຕອນ


ກ່ອນທີ່ເຮົາຈະໄປເບິ່ງທີ່ການຊຸກຍູ້ພາສາລາວໃຫ້ເຂົ້າ Common Voice ເຮົາມາເບິ່ງກັນກ່ອນວ່າ Common Voice ນັ້ນ ແມ່ນຫຍັງ ແລະ ມີຄວາມໝາຍຄວາມສຳຄັນແນວໃດ. Common Voice ແມ່ນໂຄງການເປີດຮັບບໍລິຈາກຊຸດຂໍ້ມູນສຽງ ສໍາລັບລະບົບຈົດຈໍາສຽງທີ່ດໍາເນີນງານໂດຍ Mozilla ອົງກອນບໍ່ສະແຫວງຫາຜົນກໍາໄລລະດັບໂລກທີ່ດູແລ Firefox.

ໂດຍໂຄງການດັ່ງກ່າວມີຄວາມຕັ້ງໃຈເກັບຂໍ້ມູນສຽງໃຫ້ຄົບ 10.000 ຊົ່ວໂມງ ໃນລັກສະນະສຽງຫຼາກຫຼາຍຮູບແບບ ແລະ ເປີດໃຫ້ບຸກຄົນທົ່ວໄປສາມາດນຳສຽງດັ່ງກ່າວໄປໃຊ້ປະໂຫຍດໄດ້ບໍ່ວ່າຈະເປັນການເຮັດແອັບພລິເຄຊັ່ນ ຜູ້ຊ່ວຍສ່ວນຕົວ ແບບ Siri ຫຼື  speech-to-text. ເຊິ່ງທາງ Mozilla ຫວັງວ່າຈະມອບຂໍ້ມູນເຫຼົ່ານີ້ໃຫ້ກັບນັກພັດທະນາອິດສະຫຼະທີ່ຈະສາມາດນຳຂໍ້ມູນເຫຼົ່ານີ້ໄປໃຊ້ໃນການສ້າງແອັບໄດ້ ແລະ ໃນອະນາຄົດກໍມີແຜນຈະພັດທະນາຖານຂໍ້ມູນໃຫ້ຄອບຄຸມສຳນຽງ ແລະ ພາສາທີ່ຫຼາກຫຼາຍ.

ສຳລັບພາສາລາວຍັງຖືເປັນໜຶ່ງໃນພາສາທີ່ມີຊັບພະຍາກອນທາງພາສາທີ່ຕໍ່າ ແລະ ບໍ່ມີຊຸດຂໍ້ມູນສຽງສາທາລະນະຫຼາຍປານໃດຄືກັບພາສາອື່ນໆ ແລະ ຖ້າ Common Voice ພາສາລາວເກີດຂຶ້ນມາໄດ້ ກໍຈະເຮັດໃຫ້ຊັບພະຍາກອນພາສາແບບສາທາລະນະຂອງພາສາລາວມີຈຳນວນທີ່ຫຼາຍຂຶ້ນ ເຊິ່ງມັນຈະຊ່ວຍໃຫ້ເທັກໂນໂລຢີຈາກທົ່ວໂລກທີ່ມີການຮັບສຽງ ສາມາດຮັບຮູ້ສຽງພາສາລາວໄດ້ຫຼາຍຂຶ້ນ ແລະ ເຮັດວຽກກ່ຽວກັບພາສາລາວໄດ້ດີຍິ່ງຂຶ້ນ.

ວິທີການຊຸກຍູ້ ພາສາລາວໃຫ້ເຂົ້າ Common Voice

1.​ ບໍລິຈາກປະໂຫຍກພາສາລາວເຂົ້າໃນ Common Voice Sentence Collector

ໂດຍການຈະເຂົ້າໄປບໍລິຈາກປະໂຫຍກພາສາລາວນັ້ນໃຫ້ທຸກຄົນເຂົ້າໄປທີ່: https://commonvoice.mozilla.org/sentence-collector/#/en ແລ້ວ Login ຈາກນັ້ນໄປທີ່ Profile ແລ້ວ ເຮັດການເພີ່ມພາສາລາວເຂົ້າໄປ ໃນແຖບ Add a language you want to contribute to.

ຈາກນັ້ນໃຫ້ກັບໄປທີ່ໜ້າ Home ແລ້ວ ກົດ Collect Sentence ແລ້ວພິມປະໂຫຍກພາສາລາວເຂົ້າໄປ. ຫຼັງຈາກນັ້ນພິມທີ່ມາຂອງປະໂຫຍກແລ້ວ ກົດຢືນຢັນວ່າເປັນປະໂຫຍກສາທາລະນະ ແລ້ວກົດ Submit ໄດ້ເລີຍ.

ການພິມປະໂຫຍກເຂົ້າໄປ ພະຍາຍາມບໍ່ໃຫ້ໃຊ້ຕົວຫຍໍ້, ບໍ່ໃຫ້ມີ ອີໂມຈິ, ບໍ່ໃຫ້ມີຕົວເລກ ບໍ່ໃຫ້ມີຄຳສັບພາສາຕ່າງປະເທດປະປົນຢູ່ນຳ ແລະ ພະຍາຍາມບໍ່ໃຫ້ມີເຄື່ອງໝາຍພິເສດຕ່າງໆ ນອກຈາກ ເຄື່ອງໝາຍຈຸດ ແລະ ເຄື່ອງໝາຍຈໍ້າ.

2. ທວນຄືນປະໂຫຍກພາສາລາວ ວ່າເໝາະສົມກັບການນໍາໄປໃຫ້ຄົນອ່ານໃນການບໍລິຈາກຫຼືບໍ່ ໃນ Common Voice Sentence Collector

ທວນຄືນປະໂຫຍກທີ່ພິມເຂົ້າມາໃນລະບົບວ່າເໝາະສົມກັບການອ່ານເພື່ອບໍລິຈາກສຽງພາສາລາວຫຼືບໍ່. ໂດຍເຂົ້າໄປທີ່ Review Sentence ໂດຍຖ້າປະໂຫຍກນັ້ນຜ່ານແລ້ວໃຫ້ກົດ Approve, ຖ້າປະໂຫຍກນັ້ນບໍ່ຜ່ານໃຫ້ກົດ Reject ແລະ ຖ້າຢາກກົດຂ້າມປະໂຫຍກນັ້ນໄປໃຫ້ກົດໄປທີ່ Skip.

3. ແປໜ້າເວັບ Common Voice ໃຫ້ຄົບ 80% ຂຶ້ນໄປ

ສຳລັບຂັ້ນຕອນນີ້ຕ້ອງອາໄສລະບົບແປຢູ່ໜ້າເວັບ Pontoon ຂອງ  Mozilla ໃນການແປພາສາໂດຍເຂົ້າໄປທີ່ https://pontoon.mozilla.org/lo/common-voice/ ແລ້ວ Login ຈາກນັ້ນໃຫ້ພິມໃນຊ່ອງຄົ້ນຫາວ່າ Lao ໃນຫົວຂໍ້ Teams.

ຈາກນັ້ນເລືອກ Project ແລ້ວເຂົ້າໄປລົງມືແປໄດ້ເລີຍ.

ໂດຍການແປຈະເປັນການແປຈາກພາສາອັງກິດ ມາເປັນພາສາລາວ

ປັດຈຸບັນຈຳນວນປະໂຫຍກທີ່ຕ້ອງການຂັ້ນຕໍ່າສຳລັບພາສາລາວ ນັ້ນແມ່ນຕ້ອງການ ຈຳນວນ 5 ພັນປະໂຫຍກ (ແຕ່ອາດຈະມີການປັບປ່ຽນໃນອະນາຄົດ) ເມື່ອກວດສອບຄົບ 5 ພັນປະໂຫຍກແລ້ວ ແລະ ມີການແປຄົບ 80% ລະບົບ Common Voice ຈຶ່ງຈະເປີດບໍລິຈາກສຽງພາສາລາວ.

ອ່ານຂໍ້ມູນເພີ່ມຕື່ມ: https://cutt.ly/wMNYgB0

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/