ໃນມື້ເປີດບານໂລກ! ພິເສດສຸດໆ Elon Musk ແລະ Kun Aguero ຮັບຊົມ Jungkook BTS


ຈົບໄປແລ້ວກັບການສະແດງເປີດບານໂລກ ເຊິ່ງໃນນີ້ມີ ຈອງກຸກ (Jungkook) ສະມາຊິກວົງ BTS ນ້ອງນ້ອຍຂອງວົງ ທີ່ໄດ້ຮ່ວມໂຊໃນເວທີອັນຍິ່ງໃຫຍ່ຢ່າງບານໂລກ. ຈອງກຸກ ເປັນຄົນເອເຊຍ ແລະ ສິລະປິນເກົາຫຼີຄົນທຳອິດທີ່ໄດ້ຂຶ້ນໂຊເປີດບານໂລກ-ຮ້ອງເພງບານໂລກ.

ພິເສດໄປກວ່ານັ້ນ Elon Musk ນັກທຸລະກິດ ແລະ ນັກລົງທຶນ ຄົນທີ່ລວຍທີ່ສຸດໃນໂລກ ຍັງກ່າວເຖິງຈອງກຸກ ໂດຍການ Retweet ເພງບານໂລກ ແລະ ກ່ອນໜ້ານີ້ກໍເວົ້າວ່າ ຢາກຈະຊື້ວົງ BTS ອີກດ້ວຍ. ຍັງບໍ່ໝົດເທົ່ານີ້ Sergio Kun Aguero ອະດີດນັກເຕະຊື່ດັງຕຳນານຂອງ Manchester City ທີມຊາດອາເຈນຕິນາ ກໍໄດ້ເປີດເບິ່ງໂຊຂອງ ຈອງກຸກ ມື້ເປີດບານໂລກເຊັ່ນດຽວກັນ.

ໃນມື້ເປີດບານໂລກ ຈອງກຸກ ສ້າງສະຖິຕິໃໝ່ ຖືກກ່າວເຖິງ 48,8 ລ້ານ Mention ແລະ 126 engagement ພາຍໃນ 24 ຊົ່ວໂມງ. ນອກຈາກນີ້ ເພງ Dreamers ທີ່ຮ້ອງໂດຍ ຈອງກຸກ ແລະ Fahad AI Kubaisi ຍັງຂຶ້ນອັນດັບ 1 ຂອງ Chart ທົ່ວໂລກ (iTunes) ເປັນປະຫວັດສາດເພງບານໂລກ ຂຶ້ນອັນດັບໜຶ່ງໄວທີ່ສຸດໃນເວລາພຽງ 2 ຊົ່ວໂມງ 11 ນາທີ. ສ່ວນ MV ເພງແມ່ນຈະປ່ອຍໃຫ້ໄດ້ຮັບຊົມໃນວັນທີ 22 ພະຈິກ 2022 ໃນ YouTube ແຟນເພງກຽມຮັບຊົມກັນໄດ້ເລີຍ ເຊິ່ງການຖ່າຍ MV ກໍໄດ້ໄປຖ່າຍທີ່ປະເທດກາຕ້າໂດຍກົງ. ນອກຈາກນີ້ FIFA ຍັງໄດ້ຊົມເຊີຍ ແລະ ຮັກ ຈອງກຸກ ສາເຫດກໍມາຈາກການໃຫ້ຄວາມສຳຄັນທາງດ້ານວັດທະນະທຳ, ສັນຕິພາບ ແລະ ສາມາດສ້າງລາຍໄດ້ໃຫ້ກັບສື່ຕ່າງໆອີກດ້ວຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/