ກອງປະຊຸມປະຈຳເດືອນພະຈິກ! ລັດຖະບານຈະສຸມໃສ່ແກ້ໄຂບັນຫາເສດຖະກິດໃຫ້ມີໝາກຜົນກວ່າເກົ່າ


ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນພະຈິກ 2022 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 21 ພະຈິກ 2022 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ, ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກບັນດາກະຊວງເຂົ້າຮ່ວມ.

ກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນພະຈິກ 2022 ຈະໄດ້ດຳເນີນເປັນເວລາ 1 ມື້ເຄິ່ງ ເຊິ່ງເນື້ອໃນຂອງກອງປະຊຸມ ຈະໄດ້ປຶກສາຫາລື, ຄົ້ນຄວ້າ ແລະ ເປັນເອກະພາບກັນ ຕໍ່ຫົວຂໍ້ ທີ່ສໍາຄັນ ແລະ ຈໍາເປັນ ຕາມ 6 ວາລະ ຄື:

ວາລະທີ 1: ສະຫຼຸບການເຄື່ອນໄຫວວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ ແລະ ທິດທາງແຜນການ ປະຈໍາເດືອນທັນວາ 2022 ຂອງລັດຖະບານ ເຊັ່ນ: ວຽກງານຂົງເຂດເສດຖະກິດ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຕ່າງປະເທດ ລວມທັງ ສະຫຼຸບຕີລາຄາໂດຍຫຍໍ້ ວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19 ໃນໄລຍະ 6 ເດືອນຜ່ານມາ (ນັບແຕ່ມື້ເປີດປະເທດເປັນຕົ້ນມາ).

ວາລະທີ 2: ລາຍງານກ່ຽວກັບຮ່າງດຳລັດ ວ່າດ້ວຍການກຳນົດຂະໜາດຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (ສະບັບປັບປຸງ) ແລະ ລາຍງານກ່ຽວກັບຮ່າງດຳລັດ ວ່າດ້ວຍກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (ສະບັບປັບປຸງ); ວາລະທີ 3: ລາຍງານກ່ຽວກັບຮ່າງດຳລັດ ວ່າດ້ວຍການແຕ່ງກາຍ.

ວາລະທີ 4: ລາຍງານກ່ຽວກັບຮ່າງດຳລັດ ວ່າດ້ວຍເລກປະຈຳຕົວຜູ້ເສຍອາກອນ;

ວາລະທີ 5: ລາຍງານກ່ຽວກັບຮ່າງຍຸດທະສາດວຽກງານຄຸ້ມຄອງລັດຖະກອນ ແຫ່ງ ສປປ ລາວ ຮອດປີ 2030.

ວາລະທີ 6: ຜ່ານບົດລາຍງານແຫ່ງຊາດ ປະຈຳໄລຍະທີ 10 ໃນການຈັດຕັ້ງປະຕິບັດສົນທິສັນຍາ ວ່າດ້ວຍການລົບລ້າງທຸກຮູບແບບ ການຈຳແນກຕໍ່ແມ່ຍິງ (ຊີດໍ) ຢູ່ ສປປ ລາວ.

ກອງປະຊຸມລັດຖະບານ ຄັ້ງນີ້ດໍາເນີນໃນທ່າມກາງບັນຍາກາດ ທີ່ສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ. ສະເພາະ ຢູ່ ສປປ ລາວ ທຽບໃສ່ໄລຍະຕົ້ນປີ ເຖິງສະພາບຈະມີທ່ວງທ່າທີ່ດີຂຶ້ນ ແລະ ລັດຖະບານ ຍັງສາມາດຮັກສາສະຖຽນລະພາບໄດ້ ແຕ່ກໍຍັງປະເຊີນໜ້າກັບສິ່ງທ້າທາຍຫຼາຍສົມຄວນ. ແຕ່ລັດຖະບານ ກໍຍັງສາມາດຮັກສາສະຖຽນລະພາບໄດ້. ດັ່ງນັ້ນ, ສິ່ງທີ່ສໍາຄັນ, ຈໍາເປັນ ແລະ ຮີບດ່ວນທີ່ສຸດໃນໄລຍະນີ້ ລັດຖະບານ ຈະໄດ້ສືບຕໍ່ສຸມກໍາລັງແຮງ ຂອງທຸກພາກສ່ວນໃນສັງຄົມ ເພື່ອປະຕິບັດແຜນດຳເນີນງານຂອງລັດຖະບານ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໂດຍສະເພາະ ເລັ່ງຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃຫ້ເປັນຮູບປະທໍາ ແລະ ມີໝາກຜົນຕົວຈິງຫຼາຍຂຶ້ນ.

ໃນໂອກາດກ່າວເປີດກອງປະຊຸມ, ທ່ານ ປະທານກອງປະຊຸມ ໄດ້ຮຽກຮ້ອງບັນດາ ສະມາຊິກລັດຖະບານ, ຜູ້ເຂົ້າຮ່ວມກອງປະຊຸມ ຈົ່ງພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄຳເຫັນ ຢ່າງເລິກເຊິ່ງ ດ້ວຍການສະເໜີທັດສະນະຢ່າງກົງໄປກົງມາ, ມີຈຸດສຸມ ແລະ ມີທາງອອກທີ່ຈະແຈ້ງ ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ ມີປະສິດທິຜົນສູງ ແລະ ສຳເລັດຕາມຄາດໝາຍທີ່ໄດ້ກຳນົດໄວ້.

ຂອບໃຈຂໍ້ມູນຈາກ: https://cutt.ly/NMMp0Rz

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/