ບໍລິສັດໄອທີໃນຍີ່ປຸ່ນອະນຸຍາດໃຫ້ພະນັກງານນຳເອົາ “ໝາ” ມາບ່ອນເຮັດວຽກໄດ້ ເພື່ອໃຫ້ພະນັກງານມີຄຸນະພາບຊີວິດແລະການເຮັດວຽກທີ່ດີຂຶ້ນ


ເຊື່ອວ່າການທີ່ເຮົາສາມາດນຳເອົາສັດລ້ຽງມາເປັນໝູ່ຫຼິ້ນຢູ່ຫ້ອງການໄດ້ຄືຈະເປັນສິ່ງທີ່ສຸດຍອດແທ້ໆເລີຍວ່າບໍ່? ແຕ່ຢ່າງໃດກໍຕາມດັ່ງທີ່ເຮົາຮູ້ໆກັນ ບໍລິສັດຫຼືອົງກອນສ່ວນຫຼາຍແມ່ນບໍ່ອະນຸຍາດໃຫ້ເຮົານຳເອົາສັດລ້ຽງມານັ່ງເຮັດວຽກນຳໄດ້.

ແຕ່ວ່າມັນຄືຈະບໍ່ແມ່ນກັບ Fujitsu ບໍລິສັດໄອທີຈາກຍີ່ປຸ່ນ ເພາະສະຖານທີ່ແຫ່ງນີ້ແມ່ນອະນຸຍາດໃຫ້ພະນັກງານພາ “ໝາ” ທີ່ເປັນສັດລ້ຽງສຸດທີ່ຮັກຂອງເຮົາມາເຮັດວຽກນໍາໄດ້ ພ້ອມນັ້ນຍັງມີພື້ນທີ່ໃຫ້ໝາໄດ້ພັກຜ່ອນອີກນໍາ.

ສຳລັບນະໂຍບາຍດັ່ງກ່າວຂອງບໍລິສັດ Fujitsu ແມ່ນຫາກໍເລີ່ມມີການປ່ຽນໃຫ້ຫ້ອງການກາຍມາເປັນບ່ອນທີ່ເໝາະສຳລັບນ້ອງໝາ ພ້ອມນັ້ນນະໂຍບາຍນີ້ຍັງມີຈຸດປະສົງຢາກໃຫ້ພະນັກງານມີສຸຂະພາບ ແລະ ຄຸນະພາບຊີວິດທີ່ດີຂຶ້ນ ແລະ ສ້າງຜົນຜະລິດທີ່ສູງຂຶ້ນ (productivity).

ໂດຍໝາທີ່ເປັນສັດລ້ຽງຂອງພະນັກງານ ເມື່ອເອົາມາຫ້ອງການແລ້ວຈະມີພື້ນທີ່ໃຫ້ນັ່ງ, ນອນຫຼິ້ນຕາມຄວາມສະບາຍ, ມີອາຫານໃຫ້ກິນຟຣີ ແລະ ມີບ່ອນແລ່ນຫຼິ້ນໃຫ້ອີກພ້ອມ.

ມາຍູມິ ຊິໂອດະ ແລະ ຮິເມະ

ມາຍູມິ ຊິໂອດະ (Mayumi Shioda)  ພະນັກງານຂອງບໍລິສັດ ແລະ ເປັນເຈົ້າຂອງ “ຮິເມະ” ໝາພັນຊິບະອິນຸ ອາຍຸ 11 ປີໄດ້ໃຫ້ສຳພາດກັບສຳນັກຂ່າວ Bloomberg ວ່າ ຂ້ອຍມັກທີ່ເຫັນໝາຂອງຂ້ອຍໄດ້ຮັບຄວາມຮັກ ແລະຄວາມສົນໃຈຈາກເພື່ອນຮ່ວມງານທຸກຄົນ.

“ພ້ອມນັ້ນຫົວໜ້າແລະເພື່ອນຮ່ວມງານຈາກພະແນກອື່ນ ປົກກະຕິແລ້ວແມ່ນຂ້ອຍບໍ່ຄ່ອຍໄດ້ລົມກັນປານໃດ ແຕ່ວ່າເມື່ອຂ້ອຍພາ ຮິເມະ ມາທີ່ອອຟຟິດ ພວກເຂົາຕ່າງກໍບອກວ່າໝາຂ້ອຍໜ້າຮັກຫຼາຍ…ນອກນີ້ຂ້ອຍຍັງໄດ້ເຫັນດ້ານໃໝ່ໆຂອງພວກເຂົາ ກໍຮູ້ສຶກໄດ້ເລີຍວ່ານີ້ຄືໂອກາດທີ່ຂ້ອຍຈະໄດ້ມີປະຕິສຳພັນກັບພວກເຂົາໃຫ້ຫຼາຍຂຶ້ນ ແລະ ມັນເຮັດໃຫ້ການເຮັດວຽກຢູ່ບ່ອນນີ້ງ່າຍຂຶ້ນນຳ” ຊິໂອດະ ໃຫ້ສຳພາດ.

ທັງນີ້ ຍັງມີງານວິໄຈກ່ຽວກັບຂໍ້ດີຂອງການນຳສັດລ້ຽງມາທີ່ອອຟຟິດ ທີ່ໄດ້ຮັບການຕີພິມລົງວາລະສານ Animals ໃນປີ 2021 ໂດຍລະບຸວ່າ ການມີໝາທີ່ເປັນສັດລ້ຽງຢູ່ໃນອອຟຟິດຫຼືບ່ອນເຮັດວຽກຈະເຮັດໃຫ້ຄົນໃນບ່ອນເຮັດວຽກມີປະຕິສຳພັນກັນຫຼາຍຂຶ້ນ, ເກີດການແລກປ່ຽນຂ້າມພະແນກ ຈົນນຳມາສູ່ລະດັບຄຸນະພາບຊີວິດແລະຄວາມພໍໃຈໃນການເຮັດວຽກທີ່ສູງຂຶ້ນ.

ແລະໃນສ່ວນພະນັກງານທີ່ບໍ່ມັກໝາກໍບໍ່ຕ້ອງກັງວົນເລີຍ ເພາະບໍລິສັດ Fujitsu ໄດ້ມີການຈັດໂຊນສຳລັບໃຫ້ຫຼິ້ນກັບໝາຢູ່ພື້ນທີ່ປິດ ເພື່ອປ້ອງກັນຄົນທີ່ແພ້ສັດ ແລະຄົນທີ່ບໍ່ໄດ້ມັກໝາ.

ເອີ້ນໄດ້ວ່າເປັນໄອເດຍດີສຸດໆເລີຍ ເພາະນອກຈາກຈະໄດ້ຫຼິ້ນນຳໝາທີ່ເຮົາຮັກ ມັນຍັງສາມາດສ້າງສາຍສຳພັນລະຫວ່າງພະນັກງານໃນອົງກອນໄດ້ດີອີກພ້ອມ ແລະມັນກໍໜ້າຈະດີບໍ່ໜ້ອຍຖ້າບໍລິສັດຫຼືອົງກອນລາວມີນະໂຍບາຍແບບນີ້ຄືກັນກັບບໍລິສັດໃນຍີ່ປຸ່ນ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/