ພູນ້ຳກ້ອນ 3 ແຫ່ງສຸດທ້າຍໃນອາຟຣິກາອາດຈະລະລາຍຫາຍໄປ ໃນອີກ 2 ທົດສະວັດ


ວັນທີ 19 ຕຸລາທີ່ຜ່ານມາ ທາງສະຫະປະຊາຊາດໄດ້ລາຍງານກ່ຽວກັບການປ່ຽນແປງສະພາບພູມອາກາດ (Climate Change) ຄາດການວ່າ ພູນ້ຳກ້ອນ 3 ແຫ່ງສຸດທ້າຍໃນອາຟຣິກາກໍາລັງຈະລົດຂະໜາດລົງຢ່າງຕໍ່ເນື່ອງ ແລະ ອາດຈະລະລາຍຫາຍໄປພາຍໃນສອງທົດສະວັດນີ້. ນີ້ຄືສິ່ງສະທ້ອນໃຫ້ເຫັນເຖິງວິກິດການດ້ານສິ່ງແວດລ້ອມ ທີ່ເພີ່ມທະວີຄວາມຮຸນແຮງຂຶ້ນແບບເປັນວົງກວ້າງ.

ລາຍງານສະບັບນີ້ເຜີຍແຜ່ລ່ວງໜ້າກ່ອນການປະຊຸມ COP26 ທີ່ຈະຈັດຂຶ້ນທີ່ເມືອງ Glasgow ປະເທດອັງກິດ ຕັ້ງແຕ່ວັນທີ 31 ຕຸລານີ້ ແລະ ຊີ້ໃຫ້ເຫັນວ່າ ສະຖານະການດ້ານສະພາບພູມອາກາດໃນອາຟຣິກາ ໃນປີ 2020 ທີ່ຜ່ານມາ ກຳລັງພົບກັບບັນຫາພາວະໂລກຮ້ອນທີ່ອຸນຫະພູມສະເລ່ຍເພີ່ມສູງຂຶ້ນ, ລະດັບນ້ຳທະເລເພີ່ມສູງຂຶ້ນ, ມີສະພາບອາກາດທີ່ຮຸນແຮງ, ເກີດວິກິດຕ່າງໆເຊັ່ນ: ນ້ຳຖ້ວມ, ໄພແຫ້ງແລ້ງ, ດິນເຈື່ອນ ເຊິ່ງເຫດການເຫຼົ່ານີ້ເກີດຂຶ້ນຖີ່ຫຼາຍຄັ້ງ.

ໃນຂະນະທີ່ກົມອຸຕຸນິຍົມວິທະຍາໂລກໄດ້ກ່າວວ່າ ບັນດາປະເທດຕ່າງໆ ໃນທະວີບອາຟຣິກາປ່ອຍກາສເຮືອນແກ້ວລວມກັນໜ້ອຍກວ່າ 4% ຂອງກາສເຮືອນແກ້ວໂລກ ແຕ່ປະຊາກອນປະມານ 1.3 ພັນລ້ານຄົນ ກຳລັງປະເຊີນໜ້າກັບວິກິດນ້ຳຖ້ວມທີ່ເພີ່ມທະວີຂຶ້ນ, ພາວະໄພແຫ້ງແລ້ງທີ່ແກ່ຍາວຂຶ້ນ ແລະ ອຸນຫະພູມທີ່ສູງຂຶ້ນຕໍ່ເນື່ອງ.

ໂດຍການລະລາຍຂອງພູນ້ຳກ້ອນໃນພື້ນທີ່ເຂດຮ້ອນ ນັບເປັນປາກົດການທາງກາຍະພາບທີ່ໜ້າສົນໃຈ ໂດຍໄດ້ຮັບຜົນກະທົບຈາກການປ່ຽນແປງຂອງສະພາບພູມອາກາດໂລກ ພົບເຫັນໄດ້ໃນບໍລິເວນພູ ຄິລິມັນຈາໂຣ (Kilimanjaro) ປະເທດແທນຊາເນຍ (Tanzania), ພູເຄນຍາ (Kenya)ໃນປະເທດ ເຄນຍາ (Kenya) ແລະ ພູຣູເວນໂຊຣີ (Rwenzori) ບໍລິເວນພົມແດນ ຍູກັນດາ (Uganda) ແລະ ສາທາລະນະລັດປະຊາທິປະໄຕ ຄອງໂກ (Congo)  ເຊິ່ງພູນ້ຳກ້ອນເຫຼົ່ານີ້ໄດ້ລົດຂະໜາດໃນໄລຍະຕະຫຼອດຫຼາຍປີທີ່ຜ່ານມາ.

ນອກຈາກນີ້ໃນລາຍງານຍັງຄາດການອີກວ່າພາຍໃນປີ 2030 ນີ້ ປະຊາກອນຈຳນວນ 118 ລ້ານຄົນ ທີ່ມີລາຍຮັບໜ້ອຍກວ່າ 1.90 ໂດລາ/ມື້ (ປະມານ 19,000 ກີບ/ມື້) ໃນອາຟຣິກາຈະຕ້ອງປະເຊີນກັບບັນຫາໄພແຫ້ງແລ້ງ, ວິກິດນ້ຳຖ້ວມ ແລະ ອຸນຫະພູມທີ່ຮ້ອນຂຶ້ນ ຫາກບໍ່ມີມາດຕະການຮັບມືທີ່ພຽງພໍ ແລະ ມີປະສິດທິພາບ.

ຂອບໃຈຂໍ້ມູນຈາກ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/