ຍີ່ປຸ່ນປ່ອຍລົດຈັກບິນໄດ້ ເລີ່ມຂາຍແລ້ວມື້ນີ້!


ໃນໂລກເຮົາ ການໃຊ້ຍານພາຫະນະເຄື່ອນທີ່ໄປມາທາງບົກແມ່ນຈະຂຶ້ນກັບລໍ້ມາແຕ່ໃດ ບໍ່ວ່າຈະຜ່ານຮູບເງົາວິທະຍາສາດທີ່ທຳນາຍເຖິງອະນາຄົດ ຫຼື ຄວາມຄິດຄວາມຝັນຂອງໃຜຫຼາຍໆຄົນ ຈະຕ້ອງຢາກໃຫ້ລົດທີ່ຕົນຂັບນັ້ນບິນໄປມາໄດ້ຢ່າງແນ່ນອນ ເຖິງຢ່າງໃດກໍຕາມ, ການຈະສ້າງໃຫ້ລົດບິນໄປມາໄດ້ໝົດກໍເປັນສິ່ງທີ່ຫຍຸ້ງຍາກຫຼາຍ ຈົນໃຊ້ເວລາລາກຍາວມາຮອດປັດຈຸບັນ. ມື້ນີ້ເຮົາມີຂ່າວດີສູ່ບາດກ້າວໃນອະນາຄົດອີກກ້າວແລ້ວ, ບໍລິສັດສະຕາດອັບທາງດ້ານເທັກໂນໂລຢີໃນຍີ່ປຸ່ນໄດ້ປ່ອຍຕົວລົດບິນໄດ້ຊື່ວ່າ Hover Bike ເປັນທີ່ຮຽບຮ້ອຍແລ້ວ.

ທ່ານ Daisuke Katano ປະທານບໍລິສັດສະຕາດອັບ ALI Technologies ທີ່ເປັນບໍລິສັດສ້າງໂດຣນ ໄດ້ເປີດຕົວລົດ XTurismo Limited Edition ທີ່ເປັນ Hover Bike ຫຼື ລົດຈັກບິນໄດ້ ໂດຍນຳໃຊ້ເທັກໂນໂລຢີແບບດຽວກັນມາປະກອບໃສ່ໃນບາງຈຸດຂອງລົດ ຕົວລົດ Hover Bike ນີ້ສາມາດໃຫ້ລູກຄ້າໄດ້ຈັບຈ່າຍກັນຢ່າງເປັນທາງການແລ້ວໃນປະເທດ. ໂດຍເພິ່ນໄດ້ກ່າວວ່າຜົນງານນີ້ແມ່ນຜ່ານການລອງຜິດລອງຖືກມາຊ້ຳໆ ຈົນອອກມາເປັນຄວາມພາກພູມໃຈໃນມື້ນີ້.

ຕົວລົດ XTurismo Limited Edition ຈະມີລັກສະນະຄືລົດຈັກຂະໜາດໃຫຍ່ ປະສົມປະສານກັບເຮືອເຈັດສກີ ດ້ວຍຄວາມຍາວ 3.7 ແມັດ, ຄວາມກວ້າງ 2.4 ແມັດ ແລະ ນ້ຳໜັກ 300 ກິໂລ. ໂດຍຈະຮັບເອົາທັງນ້ຳມັນ ແລະ ໄຟຟ້າເປັນເຊື້ອໄຟ ເພື່ອບິນຂຶ້ນໄດ້ 40 ນາທີ ພ້ອມກັບຄວາມໄວສູງສຸດຢູ່ທີ່ 100 ກິໂລແມັດຕໍ່ຊົ່ວໂມງ.

ເຖິງຢ່າງໃດກໍຕາມ, ການນຳໃຊ້ລົດ XTurismo ໃນປັດຈຸບັນແມ່ນຍັງຕ້ອງຂັບຂີ່ໃນສະຖານທີ່ຈຳກັດ ເຊັ່ນສະໜາມແຂ່ງ, ເທິງນ້ຳ ແລະ ຈຸດປະສົງສຳຄັນຂອງບໍລິສັດແມ່ນເພື່ອໃຫ້ໜ່ວຍກູ້ໄພໄດ້ນຳໃຊ້ມັນເພື່ອຊ່ວຍເຫຼືອປະຊາຊົນໃນເຂດທີ່ເດີນທາງຫຍຸ້ງຍາກ. ເຫັນແບບນີ້ແລ້ວໃຜກໍຢາກຊື້ມັນມາຄອບຄອງແລ້ວແມ່ນບໍ? ແຕ່ລາຄານັ້ນບໍ່ໜ້າຮັກເລີຍ ເພາະມັນສູງເຖິງ 78 ລ້ານເຢນ ຫຼື 680,000 ໂດລາສະຫະລັດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/