ຈຳນວນຜູ້ຕິດເຊື້ອໂຄວິດ-19 ໃນສິງກະໂປເພີ່ມຂຶ້ນສູງເຮັດໃຫ້ຕຽງ ICU ໃນໂຮງໝໍລັດເຫຼືອພຽງ 60 ຕຽງ


ໃນວັນຈັນ ທີ 25 ຕຸລາ ທີ່ຜ່ານມາ ກະຊວງສາທາລະນະສຸກຂອງສິງກະໂປໄດ້ຖະແຫຼງການວ່າ ຈຳນວນຜູ້ປ່ວຍທີ່ຕິດເຊື້ອໂຄວິດ-19 ໃນສິງກະໂປເພີ່ມຂຶ້ນເປັນຈຳນວນຫຼາຍ ແລະ ເຮັດໃຫ້ຕຽງຮອງຮັບຜູ້ປ່ວຍຂັ້ນວິກິດໃນໂຮງໝໍລັດເຫຼືອພຽງ 60 ຕຽງຈາກທັງໝົດ 366 ຕຽງ.

ຈໍານວນຕຽງ ICU ທີ່ຖືກນຳໃຊ້ແມ່ນມີ 306 ຕຽງ ໃນນັ້ນມີ 171 ຕຽງສຳລັບຜູ້ປ່ວຍໂຄວິດ-19 ຈຳນວນ 64 ຄົນທີ່ຢູ່ໃນຂັ້ນຮຸນແຮງແລະໄດ້ອາໄສທໍ່ຊ່ວຍຫາຍໃຈ, ອີກ 107 ຄົນ ທີ່ມີອາການບໍ່ຄົງທີ່ແລະໄດ້ຮັບການຕິດຕາມຢ່າງໃກ້ຊິດ ແລະ ອີກ 135 ຕຽງຖືກນຳໄປໃຫ້ຜູ້ປ່ວຍຄົນອື່ນໆທີ່ມີໂຣກບໍ່ກ່ຽວຂ້ອງກັບໂຄວິດ-19.

ທາງລັດຖະບານສິງກະໂປ ເຄີຍບອກວ່າສາມາດເພີ່ມຈຳນວນຕຽງໄດ້ຫາກມີຄວາມຈຳເປັນ ແລະ ທ່ານ ອົງ ຢີ ຄັງ (Ong Ye Kung) ລັດຖະມົນຕີກະຊວງສາທາລະນະສຸກຂອງສິງກະໂປ ໄດ້ອອກມາກ່າວໃນອາທິດທີ່ຜ່ານມາວ່າ ສິງກະໂປກຳລັງພິຈາລະນາວ່າຈະເພີ່ມຈຳນວນຕຽງໃນພະແນກ ICU ໃນໂຮງໝໍລັດສຳລັບປິ່ນປົວຜູ້ປ່ວຍໂຄວິດ-19 ອີກ 300 ຕຽງ.

ປະເດັນກ່ຽວກັບສັກກະຍະພາບໃນການຮອງຮັບຜູ້ປ່ວຍໂຄວິດ-19 ທີ່ມີອາການເຖິງຂັ້ນວິກິດນີ້ໄດ້ມີການຕິດຕາມຢ່າງໃກ້ຊິດ ເຊິ່ງເກີດຂຶ້ນໃນໄລຍະທີ່ຫຼາຍໜ່ວຍງານອອກຄຳເຕືອນຄວາມສ່ຽງຕໍ່ການມີຜູ້ປ່ວຍລົ້ນລະບົບສາທາລະນະສຸກ ແລະ ການໃຊ້ຕຽງໃນພະແນກ ICU ໂດຍລວມແມ່ນ 83.6% ເຊິ່ງເພີ່ມຂຶ້ນຈາກພຽງແຕ່ 2 ໃນ 3 ຂອງທັງໝົດເມື່ອອາທິດທີ່ຜ່ານມາ.

ເຖິງວ່າລັດຖະບານສິງກະໂປຈະປະກາດອະນຸຍາດ ໃຫ້ບັນດາປະເທດທີ່ສັກວັກວັກຊີນຄົບໂດສແລ້ວ ສາມາດເດີນທາງເຂົ້າປະເທດໄດ້ນັ້ນ ແຕ່ສະຖານະກາ ການແຜ່ລະບາດທີ່ຮຸນແຮງຂຶ້ນນີ້ ກໍເຮັດໃຫ້ທາງສິງກະໂປມີການຂະຫຍາຍມາດຕະການຄວບຄຸມໂຣກໃນປະເທດອອກໄປອີກ ຈົນຮອດປາຍເດືອນພະຈິກ ເຊັ່ນ: ອະນຸຍາດໃຫ້ເຕົ້າໂຮມກັນໄດ້ພຽງແຕ່ 2 ຄົນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/