ແຟນບານ Liverpool ຈ້າງລົດແຫ່ໂຄສະນາຜົນຄະແນນ 0-5


ຫຼັງຈາກທີ່ຈົບການແຂ່ງຂັນແດງເດືອດໃນວັນທີ 24 ຕຸລາ 2021 ທີ່ຜ່ານມາ, ຜົນຄະແນນແມ່ນຫ່າງກັນເກີນຄາດ Liverpool 5 ປະຕູ, ສ່ວນ Manchester United 0 ປະຕູ.

ການແຂ່ງຂັນໃນຄັ້ງນີ້ທາງແຟນລີເວີພູ ກໍດີໃຈກັນຢ່າງສະໜັ່ນຫວັ່ນໄຫວ ບໍ່ແມ່ນສະເພາະແຕ່ນັດນີ້, ນັດທີ່ຜ່ານມາທີມ Liverpool ໄດ້ສ້າງສະຖິຕິສູງຂຶ້ນຕະຫຼອດໄລຍະທີ່ຜ່ານມາ ເປັນທີມທີ່ເຮັດໃຫ້ແຟນໆດີໃຈ ແລະ ພໍໃຈຢູ່ສະເໝີ.

ຈາກທີ່ແຂ່ງກັບແມນຢູ ທີ່ຜ່ານດ້ວຍປະຕູ 5-0 ທາງແຟນບານທົ່ວໂລກໄດ້ດີໃຈໄປຕາມໆກັນ, ປະເທດໄທກໍເປັນປະເທດໜຶ່ງ ທີ່ມີແຟນບານເປັນຈຳນວນຫຼວງຫຼາຍ. ໃນນັ້ນ ແຟນລີເວີພູ ຫາດໃຫຍ່ ໄດ້ເຮັດການຈ້າງປ້າຍໂຄສະນາປະຊາສຳພັນທີ່ຕິດຢູ່ລົດແຫ່ ເຊິ່ງຖືວ່າເປັນສື່ເຄື່ອນທີ່ ທີ່ສາມາດກະຈາຍຂ່າວ, ຂໍ້ມູນ ແລະ ເຂົ້າເຖິງຜູ້ຄົນໄດ້ເປັນຈຳນວນຫຼາຍ.

ໃນລົດແຫ່ມີປ້າຍຂຽນວ່າ: “0-5 ເກມກິລາ ມີເສຍ ມີຊະນະ ມີອະໄພ ພຽງມາສ້າງຮອຍຍິ້ມໃຫ້ຄົນຫາດໃຫຍ່”. ສຳລັບເລື່ອງຂອງລົດແຫ່ກັບແຟນລີເວີພູ ແມ່ນມີໃຫ້ເຫັນຢູ່ສະເໝີ, ຫຼັກໆແມ່ນຈະເປັນປີ 2014 ທີ່ມີຕົ້ນຕໍມາຈົນຮອດປັດຈຸບັນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/