ພິດຮ້າຍຈາກສົງຄາມ! ຢູເຄຣນ ເລັ່ງອົບພະຍົບປະຊາຊົນ 42.000 ຄົນຈາກເຂດນໍ້າຖ້ວມ ຫຼັງເຫດລະເບີດເຂື່ອນ Nova Kakhovka


ຢູເຄຣນ ເລັ່ງມືອົບພະຍົບປະຊາຊົນ ຫຼັງປະເມີນວ່າປະຊາຊົນຫຼາຍກວ່າ 42.000 ຄົນ ໃນເຂດແມ່ນໍ້າ ດານິໂປ ກຳລັງຕົກຢູ່ໃນຄວາມສ່ຽງຈະຖືກນໍ້າຖ້ວມຄັ້ງໃຫຍ່ ຫຼັງເກີດເຫດລະເບີດເຂື່ອນ Nova Kakhovka ຈົນເປັນເຫດໃຫ້ມວນນໍ້າຈໍານວນມະຫາສານໄຫຼເຂົ້າຖ້ວມແຕ່ລະພື້ນທີ່ອ້ອມຮອບແຖວນັ້ນ. ສ່ວນຕົ້ນເຫດຂອງການລະເບີດ ທັງສອງຝ່າຍ ຣັດເຊຍ ແລະ ຢູເຄຣນ ແມ່ນຕ່າງຝ່າຍຕ່າງກ່າວໂທດກັນ.

ໂດຍທາງຢູເຄຣນ ກ່າວວ່າ ຣັດເຊຍນັ້ນກໍ່ອາຊະຍາກຳສົງຄາມໂດຍການລະເບີດເຂື່ອນ Nova Kakhovka ທີ່ເປັນເຂື່ອນຂະໜາດໃຫຍ່ ແລະ ສ້າງຂຶ້ນໃນຍຸກສະໄໝສະຫະພາບໂຊວຽດ. ສ່ວນດ້ານຂອງ ຣັດເຊຍກໍກ່າວວ່າ ທາງຢູເຄຣນ ພະຍາຍາມເປີດສາກໂຈມຕີກັບຄັ້ງໃຫຍ່ ແຕ່ວ່າການໂຈມຕີດັ່ງກ່າວແມ່ນຜິດພາດຈົນເປັນເຫດໃຫ້ເຂື່ອນລະເບີດ.

ມາຕິດ ກິຟຟິວ ຫົວໜ້າຝ່າຍຊ່ວຍເຫຼືອປະຊາຊົນຂອງສະຫະປະຊາຊາດ ກ່າວກັບຄະນະມົນຕີຄວາມໝັ້ນຄົງວ່າ ເຂື່ອນທີ່ແຕກຈະສົ່ງຜົນກະທົບທີ່ຮ້າຍແຮງຕໍ່ປະຊາຊົນຫຼາຍໝື່ນຄົນທາງຕອນໃຕ້ຂອງຢູເຄຣນ ທີ່ຈະກະທົບທັງການສູນເສຍ ອາຄານບ້ານຊ່ອງ ທີ່ຢູ່ອາໄສ, ນໍ້າສະອາດ, ອາຫານ ແລະ ການດຳລົງຊີວິດ ແລະ ຄວາມຮ້າຍແຮງທີ່ສຸດກຳລັງຈະມາຮອດປະຊາຊົນໃນອີກບໍ່ເທົ່າໃດມື້ທາງໜ້າ.

ໂດຍມີລາຍງານວ່າ ຫຼາຍເມືອງ ແລະ ເມືອງ ເຄີຊອນ ທີ່ມີປະຊາກອນໜາແໜ້ນຢູ່ຫ່າງຈາກຈຸດເຂື່ອນລະເບີດ 60 ກິໂລແມັດ ກໍຖືກຜົນກະທົບເຊັ່ນດຽວກັນ ໂດຍໃນວັນອັງຄານທີ 6 ມິຖຸນາ ລະດັບນໍ້າສູງເຖິງລະດັບຫົວເຂົ່າ ເຮັດໃຫ້ປະຊາຊົນຕ້ອງລຸຍນໍ້າແບກເຄື່ອງໃຊ້ຕ່າງໆ ອົບພະຍົບອອກມາ. ໃນຂະນະທີ່ ສັດທີ່ຢູ່ໃນສວນສັດໃນເມືອງ ໂນວາ ຄາຄອຟກາ ເຊິ່ງເປັນເມືອງດຽວກັບເຂື່ອນ ແມ່ນສັດທັງ 300 ໂຕຕາຍໝົດ ຈາກການຖືກນໍ້າຖ້ວມ. ແຕ່ຮອດປັດຈຸບັນຍັງບໍ່ມີລາຍງານຜູ້ເສຍຊີວິດ.

ທາງດ້ານຂອງ ປະທານາທິບໍດີ ໂວໂລດິເມຍ ເຊເລັນສະກີ້ ລະບຸວ່າ: ຈາກການທີ່ເຂື່ອນແຕກນັ້ນໄດ້ສົ່ງຜົນກະທົບຕໍ່ຊຸມຊົນ ແລະ ເມືອງຕ່າງໆ ຫຼາຍກວ່າ 80 ແຫ່ງ ແລະ ຫຼາຍພື້ນທີ່ຈະຕ້ອງປະເຊີນກັບບັນຫາລະດັບນໍ້າທີ່ຈະເພີ່ມສູງຂຶ້ນໃນອີກບໍ່ເທົ່າໃດມື້ທາງໜ້າ.

ໂດຍຜູ້ນຳຫຼາຍປະເທດທົ່ວໂລກກໍຮ່ວມກັນປະນາມເຫດການດັ່ງກ່າວ ແລະ ຊີ້ວ່າບໍ່ວ່າຝ່າຍໃດເປັນຄົນໂຈມຕີຈົນເຂື່ອນແຕກກໍບໍ່ສາມາດຍອມຮັບໄດ້ ແລະ ແນ່ນອນວ່າມັນເປັນການກໍ່ອາຊະຍາກຳສົງຄາມຢ່າງຊັດເຈນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/