ກຽມຈັບຕາເບິ່ງ! ອ່າງນ້ຳງື່ມ ສປປ ລາວ  ກຳລັງຈະປ່ຽນໂສມໜ້າໃໝ່ ເພື່ອຄວາມທັນສະໄໝ


ໃນວັນທີ 2 ມິຖຸນາ 2023 ນີ້ ທ່ານ ປອ.ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ທ່ານ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງວຽງຈັນ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ ຊຸກຍູ້ ໂຄງການພັດທະນາໂຄງລ່າງພື້ນຖານ ແລະ ສິ່ງອຳນວຍຄວາມສະດວກ ອ່າງນ້ຳງື່ມ 1 ເມືອງແກ້ວອຸດົມ ແຂວງວຽງຈັນ ເຊິ່ງໂຄງການດັ່ງກ່າວແມ່ນໄດ້ຮັບການສະໜັບໜູນຈາກທະນາຄານພັດທະນາອາຊີ (ADB), ເປົ້າໝາຍເພື່ອພັດທະນາເຂດດັ່ງກ່າວ ໃຫ້ກາຍເປັນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ ແລະ ເປັນການສ້າງສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນໃນທ້ອງຖິ່ນດັ່ງກ່າວ.

ຈາກນັ້ນ ຕາງໜ້າບໍລິສັດຄຳຟອງກຼຸບ ຈຳກັດຜູ້ດຽວໄດ້ລາຍງານວ່າ: ມາຮອດປັດຈຸບັນ ໂຄງການພັດທະນາພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກ ອ່າງນ້ຳງື່ມ 1 ແມ່ນມີຄວາມຄືບໜ້າ 54,23% ເຊິ່ງເຫັນວ່າມີຫຼາຍໜ້າວຽກມີຄວາມຄືບໂດຍສະເພາະແມ່ນ: ການກໍ່ສ້າງເສັ້ນທາງເຂົ້າໄປຫາເຂດທ່ອງທ່ຽວອ່າງນ້ຳງື່ມໃກ້ຈະສຳເລັດ 100% ແລ້ວ, ໂດຍໄດ້ປັບປຸງເສັ້ນທາງຈາກທາງປູຢາງເປັນທາງເບຕົງ ເຊິ່ງມີຄວາມຍາວ 6 ກິໂລແມັດ, ກວ້າງ 6 ແມັດ ແລະ ໜາ 17 ຊັງຕີແມັດ, ປັບປຸງທ່າຈອດເຮືອເຂດມາລີນາເຊິ່ງມີເນື້ອທີ່ 22.689 ຕາແມັດ, ນອກນີ້ແມ່ນການເຮັດກະຕ່າຫີນກັນເຈື່ອນລຽບແຄມນ້ຳງື່ມ ແລະ ໜ້າວຽກອື່ນໆ.

ພ້ອມດຽວກັນນັ້ນ ປະທານສະພາແຫ່ງຊາດ ແລະ ເຈົ້າແຂວງໄດ້ຮ່ວມກັນປູກຕົ້ນໄມ້ເນື່ອງໃນໂອກາດວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ທີ 1 ມິຖຸນາ ຢູ່ສະຖານທີ່ທ່ອງທ່ຽວກ້ອງເຂື່ອນນ້ຳງື່ມ 1.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/