Microsoft ຍອມຈ່າຍຄ່າປັບ 20 ລ້ານໂດລາ ສາເຫດລະເມີດຂໍ້ມູນເຍົາວະຊົນໃນ Xbox


Microsoft ຍອມຈ່າຍຄ່າປັບເປັນເງິນຈຳນວນຮອດ 20 ລ້ານໂດລາ ເນື່ອງຈາກທາງ Microsoft ໄດ້ມີການເກັບຂໍ້ມູນຂອງເຍົາວະຊົນທີ່ມີອາຍຸຕ່ຳກວ່າ 13 ປີໃນລະບົບຂອງ Xbox ໂດຍບໍ່ໄດ້ຮັບອະນຸຍາດ ຫຼື ຮັບການຍິນຍອມຈາກຜູ້ປົກຄອງກ່ອນ.

ເມື່ອວັນທີ 7 ​ມິຖຸນາ 2023 ທາງສຳນັກງານຂ່າວຕ່າງປະເທດໄດ້ລາຍງານວ່າ ຄະນະກຳມາທິການ ການຄ້າກາງຂອງອາເມຣິກາ (FTC) ອອກຖະແຫຼງການວ່າ ບໍລິສັດ Microsoft ໄດ້ລະເມີດກົດໝາຍການພິທັກຄວາມເປັນສ່ວນບຸກຄົນອອນລາຍຂອງເດັກ ຫຼື Children’s Online Privacy Protection Act-COPPA.

ຜົນການກວດສອບພົບວ່າ ລະຫວ່າງປີ 2015​-2021 Microsoft ໄດ້ເກັບຂໍ້ມູນຜູ້ໃຊ້ງານເຄື່ອງຫຼິ້ນເກມ Xbox ເຊິ່ງມີອາຍຸຕ່ຳກວ່າ 13 ປີ ໂດຍບໍ່ໄດ້ຮັບຄວາມຍິນຍອມຈາກຜູ້ປົກຄອງ ໂດຍມີການເກັບຂໍ້ມູນມາຮອດປັດຈຸບັນ ໂດຍທາງຄະນະກຳມາທິການການຄ້າກາງຂອງອາເມຣິກາ (FTC) ຕ້ອງການໃຫ້ທາງ Microsoft ຄຸ້ມຄອງຂໍ້ມູນສ່ວນຕົວ ແລະ ຕ້ອງມີການຢືນຢັນຕົວຕົນ ພ້ອມກັບອາຍຸ. ທາງດ້ານໂຄສົກຂອງທາງ Microsoft ກໍອອກມາເປິດເຜີຍວ່າຈະປະຕິບັດຄຳສັ່ງຂອງ ຄະນະກຳມາທິການການຄ້າກາງຂອງອາເມຣິກາ (FTC) ຢ່າງເຄັ່ງຄັດ.

ຢ່າງໃດກໍຕາມ ມີລາຍງານທາງ Microsoft ເອງກໍຍິນຍອມທີ່ຈະຈ່າຍເງິນຄ່າປັບ 20 ລ້ານໂດລາ ໃຫ້ແກ່ ຄະນະກຳມາທິການການຄ້າກາງຂອງອາເມຣິກາ (FTC) ເພື່ອການປະນີປະນອມຍອມຄວາມໃນຄັ້ງນີ້. ຢ່າງໃດກໍຕາມ ການດຳເນີນການທັງໝົດຈະເກີດຂຶ້ນໄດ້ ຕ້ອງຜ່ານການອະນຸມັດຂອງລັດຖະບານກ່ອນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/