ປະເທດກໍາປູເຈຍ ກໍາລັງຈະຫຼຸດພົ້ນຈາກປະເທດດ້ອຍພັດທະນາ ພາຍໃນປີ 2027


ທ່ານ ຮຸນ​ເຊັນ ນາຍົກ ລັດຖະມົນຕີ ກຳປູ​ເຈຍ ຖະ​ແຫຼ​ງວ່າ: ກຳປູ​ເຈຍ ​ໃກ້ຫຼຸດ​ພົ້ນອອກ​ຈາກ​ສະຖານະ​ ປະ​ເທດດ້ອຍ​ພັດທະນາ ພາຍ​ໃນ​ປີ 2027 ​ແລະ ຈະ​ບັນລຸ​ເປົ້າໝາຍ ການ​ເປັນ​ປະ​ເທດ ທີ່​ມີ​ລາຍ​ໄດ້​ປານ​ກາງ ​ພາຍ​ໃນ​ປີ 2030 ​ແລະ ຈະ​ກາຍ​ເປັນ ​ປະ​ເທດ​ທີ່​ມີ​ລາຍ​ໄດ້​ສູງ​ສຸດ ພາຍ​ໃນ​ປີ 2050. ການ​ຮັກສາ ​ສັນຕິພາບ ​ແລະ ​ເສລີພາບ ທາງ​ການ​ເມືອງ ​ເປັນ​ຂໍ້​ກຳນົດ​ ເບື້ອງ​ຕົ້ນທີ່ມີ​ຄວາມ​ສຳຄັນ​ທີ່​ສຸດ ສຳລັບ​ການ​ບັນລຸ​ເປົ້າໝາຍ​ເຫຼົ່ານີ້.

ກຳປູເຈຍ ມີຄວາມໝັ້ນໃຈໃນອີກ 6 ປີທາງໜ້າ ປະກາດຕົວວ່າຈະເປັນປະເທດທີ່ຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາ ຫຼື ປະເທດພັດທະນາໜ້ອຍທີ່ສຸດ. ໂດຍເມື່ອຕົ້ນປີທີ່ຜ່ານມາ ສປປ ລາວກໍປະກາດວ່າຈະຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາ ເພາະມີໂຄງການຫຼາຍພາຍໃນປະເທດ. ໂດຍປະເທດທີ່ພັດທະນາໜ້ອຍແມ່ນປະຊາກອນມີລາຍໄດ້ຕ່ຳ.

ທາງລັດຖະບານກຳປູເຈຍ ໃນງານສຳມະນາRCEP ຄວາມທ້າທາຍການເຕີບໂຕ ໃນອາຊີຕາເວັນອອກສຽງໃຕ້ ເຊິ່ງຈັດໂດຍສະຖາບັນວິໄຈເສດຖະກິດໃນກຸ່ມ “RCEP” ມີສະມາຊິກ 15 ຊາດດ້ວຍກັນ ຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາ. ກຳປູເຈຍ ໄດ້ກຳນົດເປົ້າໝາຍໃນການພັດທະນາປະເທດໃຫ້ສອດຄ່ອງກັບຂໍ້ຕົກລົງໃນການຄ້າ ເພາະເມື່ອມີ “RCEP” ກໍານົດໄວ້ເລີຍວ່າປີ 2027 ຈະຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາ ແລະ ໃນປີ 2050 ຈະກາຍເປັນປະເທດທີ່ມີລາຍໄດ້ສູງ.

ນອກຈາກນີ້ ທະນາຄານໂລກກໍຍັງຕັ້ງຂໍ້ສັງເກດທີ່ໜ້າສົນໃຈ ບອກວ່າກຳປູເຈຍຕິດອັນດັບ 3 ​ໃນກຸ່ມປະເທດທີ່  “RCEP” ມີລາຍໄດ້ປະຊາກອນ ເພີ່ມຂຶ້ນໃຫ້ເຫັນວ່າມີການສົ່ງອອກຢ່າງເຕີບໂຕ. ໂດຍທີ່ສະມາຊິກອັນດັບໜຶ່ງແມ່ນຫວຽດນາມ ແລະ ຕາມມາດ້ວຍມາເລເຊຍ.

ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/