Pixar ປົດພະນັກງານຫຼາຍກວ່າ 75 ຄົນ ໃນຮອບ 10 ປີ


Studio Pixar ຂອງ Disney ປົດພະນັກງານ 75​ ຕຳແໜ່ງ ລາມທັງສອງຜູ້ບໍລິການທີ່ຢູ່ເບື້ອງຫຼັງຮູບເງົາອະນິເມຊັນ Lightyear ທີ່ບໍ່ສາມາດສ້າງລາຍໄດ້ຕາມຄາດ ເປັນຂ່າວທີ່ນ່າຕົກໃຈ ຫຼືນີ້ອາດຈະໝົດຍຸກຂອງກາຕູນ Pixar ແລ້ວ ຖືວ່າເປັນການປົດພະນັກງານໃນຮອບ10ປິ.

ສຳນັກຂ່າວ CNBC ອ້າງອີງແຫຼ່ງຂ່າວລາຍງານວ່າ ການປົດພະນັກງານທັງ 75​ ຕຳແໜ່ງ ລວມໄປຮອດຜູ້ກຳກັບຮູບເງົາອະນິເມຊັນ Lightyear ຢ່າງ Angus MacLane ຜູ້ມີປະສົບການໃນການເຮັດອະນິເມຊັນມາຫຼາຍກວ່າ 26 ປີ ແລະ ຍັງຢູ່ໃນທີມຄຣີເອທີບອາວຸໂສໃນອະນິເມຊັນນ້ຳດີຢ່າງ Toy Story 4 ແລະ Coco.

ນອກຈາກປົດ Angus MacLane ຍັງປົດໂປຣດິວເຊີຂອງຮູບເງົາ Lightyear ເຊັ່ນດຽວນັ້ນກໍຄື Galyn Susman ເຊີ່ງຮ່ວມງານກັບ Pixar ມາຕັ້ງແຕ່ Toy Story ໃນປີ 1995 ໂດຍສື່ຍັງບໍ່ສາມາດຕິດຕໍ່ທັງສອງໄດ້ເພື່ອສອບຖາມຄວາມຄິດເຫັນ ການປັບລົດພະນັກງານຂອງ Walt Disney ເກີດຂຶ້ນເມື່ອວັນທີ 23 ພຶດສະພາ 2023 ທີ່ຜ່ານມາ ເປັນສ່ວນໜຶ່ງຂອງແຜນລົດພະນັກງານ 7.000 ຄົນຂອງບໍລິສັດ ແລະ ລົດຕົ້ນທຶນ 5,5 ລ້ານໂດລາ.

ໂດຍຄັ້ງຫຼ້າສຸດທີ່ Pixar ປົດພະນັກງານ ຕັ້ງແຕ່ປີ 2013 ຫຼັງການເປິດຕົວຮູບເງົາອະນິເມຊັນ The Good Dinosaur ໄປເປັນປີ 2015 ແລະ ໄດ້ໄລ່ຜູ້ກຳກັບ Bob Peterson ພ້ອມພະນັກງານອີກ 30 ຄົນອອກ ສ່ວນການປົດພະນັກງານ 75 ຄົນໃນເທື່ອນີ້ອາດຈະເບິ່ງບໍ່ຫຼາຍຫາກທຽບກັບຈຳນວນ 1.200 ຄົນຂອງ Pixar ແຕ່ກໍເປັນທີ່ຈັບຕາເບິ່ງວ່າ Pixar ຈະດຳເນີນກິດຈະການໄປທາງໃດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/