G-Dragon ໝົດສັນຍາກັບ YG Entertainment ພ້ອມການຊີ້ແຈງຈາກທາງຄ້າຍ


ສື່ໃນເກົາຫຼີໃຕ້ໄດ້ອອກມາເປີດເຜີຍ ການໝົດອາຍຸໃນສັນຍາປັດຈຸບັນລະຫວ່າງ G-Dragon ກັບທາງ YG Entertainment ແຕ່ໃນເວລານີ້ຍັງບໍ່ມີຂໍ້ສະຫຼຸບອອກມາວ່າຕໍ່ສັນຍາ ຫຼື ປັບປ່ຽນສັນຍາໃໝ່ເພື່ອຮ່ວມງານກັບສັງກັດເກົ່າຕໍ່ໄປ.

ເມື່ອວັນທີ 6 ມິຖຸນາ 2023 ທີ່ຜ່ານມາ ທາງ YG Entertainment ໄດ້ປະກາດວ່າ ສັນຍາພິເສດຂອງ G-Dragon ໄດ້ໝົດອາຍຸລົງແລ້ວ ແຕ່ພວກເຮົາກຳລັງຮ່ວມມືກັນຜ່ານສັນຍາແຍກຕ່າງຫາກສຳລັບກິດຈະກຳອື່ນໆ ເຊັ່ນ ການໂຄສະນາ ເປັນຕົ້ນ ພ້ອມຍັງເສີມວ່າ ຈະມີການປຶກສາກ່ຽວກັບສັນຍາເພີ່ມຕື່ມຫາກເຈົ້າຕົວຢາກກັບມາຮ່ວມເຮັດກິດຈະກຳເຮັດຜົນງານເພງຕໍ່ ແລະ ພວກເຮົາຈະບໍ່ຖິ້ມຄວາມພະຍາຍາມທີ່ຈະໃຫ້ການສະໜັບສະໜູນໃນເລື່ອງນີ້.

ກ່ອນໜ້ານ້ທີການຕັ້ງຂໍ້ສັງເກດວ່າ G-Dragon ບໍ່ມີລາຍຊື່ໃນສິລະປິນຈາກເອກະສານໄຕມາດຂອງທາງ YG Entertainment ຈົນກໍ່ໃຫ້ເກີດຄວາມສົງໄສໃນເວລາຕໍ່ມາ. ແຕ່ຢ້ອນກັບໄປເດືອນມັງກອນ ທາງ G-Dragon ໄດ້ປະກາດຜ່ານ YouTube ຢ່າງເປັນທາງການວ່າກຳລັງກຽມພ້ອມສຳຫຼັບອາລະບ້ຳໃໝ່ ຕໍ່ມາໃນເດືອນມີນາ ຍັງອອກມາບອກວ່າກຳລັງກຽມໂປຣເຈັກໃໝ່ ແລະ ມີອີກຫຼາຍໆຢ່າງທີ່ກຳລັງດຳເນີນການຢູ່ ໃນສ່ວນສະມາຊິກວົງທັງ Taeyang ແລະ Daesung ໄດ້ໝົດສັນຍາກັບທາງຄ້າຍ YG Entertainment ໄປຕັ້ງແຕ່ປີ 2022. ດ້ານ T.O.P ກໍໄດ້ປະກາດແລ້ວວ່າຕົນເອງໄດ້ອອກຈາກວົງເປັນທີ່ຮຽບຮ້ອຍ.

ຕອນນີ້ອາດຈະເວົ້າໄດ້ວ່າຕອນນີ້ສະມາຊິກວົງ BIGBANG ໄດ້ອອກຈາກຄ້າຍ ແລະ ໝົດສັນຍາກັບທາງຄ້າຍເປັນທີ່ຮຽບຮ້ອຍ ສະມາຊິກທຸກຄົນໄດ້ອອກມາເດີນທາງໃນສາຍຂອງຕົນເອງ ແຟນໆຕ້ອງລໍຄອຍວ່າອາດຈະມີການກັບມາລວມຕົວໃນຖານະ BIGBANG ກໍເປັນໄປໄດ້ ແຕ່ຕອນນີ້ VIP ທັງຫຼາຍກໍຕາມຜົນງານດ່ຽວຂອງສະມາຊິກທັງ 4 ໄປກ່ອນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/