PGA Tour ແລະ LIV Golf ຂອງກຸ່ມທຶນ ຊາອຸ ປະກາດຈັບມືກັນ ຢຸດຄວາມຂັດແຍ້ງ ພ້ອມຊ່ວຍກັນພັດທະນາວົງການກິລາກ໊ອບໃຫ້ດີຂຶ້ນ


ພາຍຫຼັງການຂັດແຍ້ງ ແລະ ບໍ່ລົງຮອຍກັນຫຼາຍເລື່ອງແຖມຍັງມີການຟ້ອງຮ້ອງກັນໄປຫຼາຍຄະດີ ລະຫວ່າງ PGA Tour ແລະ DPW Tour ລາຍການແຂ່ງຂັນກິລາກ໊ອບຊື່ດັງຂອງໂລກຈາກ ສະຫະລັດ ອາເມຣິກາ ແລະ LIV Golf ລາຍການແຂ່ງຂັນກິລາກ໊ອບ ເງິນໜາຂອງກຸ່ມທຶນ ຊາອຸ ມາເປັນເວລາ 2 ປີ. ຫຼ້າສຸດທັງສອງປະກາດຈັບມືກັນ ສິ້ນສຸດຢຸດຄວາມຄວາມສຳພັນທີ່ຂັດແຍ້ງກັນ ພ້ອມລະບຸຈະຊ່ວຍກັນພັດທະນາວົງການກ໊ອບໃຫ້ດີຂຶ້ນກວ່າເກົ່່າ.

ໂດຍຖະແຫຼງການຂອງທັງ 2 ຝ່າຍໄດ້ຕົກລົງກັນທີ່ຈະຮ່ວມທຸລະກິດການຄ້າ ແລະ ສິດທິປະໂຫຍດທີ່ກ່ຽວຂ້ອງກັບກິລາກ໊ອບ ໂດຍ PGA Tour ແລະ LIV Golf ຈະເຂົ້າຮ່ວມກັນ ແລະ ຈັດການບໍລິຫານຮ່ວມກັນ ແລະ DPW Tour ຈະແບ່ງອອກມາເປັນອີກລາຍການໜຶ່ງໂດຍມີ ຍາເຊີ ອັລ ຣູມາຍານ ປະທານກອງທຶນຂອງ LIV Golf ເປັນຜູ້ບໍລິຫານ.

ເຈ ໂນມາຮານ ກຳມະການບໍລິຫານຂອງ PGA ກ່າວວ່າ:​ “ຫຼັງຈາກ 2 ປີ ແຫ່ງຄວາມຫຍຸ້ງຍາກ ມື້ນີ້ເປັນມື້ແຫ່ງປະຫວັດສາດສຳລັບເກມການແຂ່ງຂັນທີ່ຮົາທຸກຄົນຮູ້ຈັກ ແລະ ມັກຮັກໃນມັນ”.

ເຈ ໂນມາຮານ ລະບຸຕໍ່ອີກວ່າ: “ການຮ່ວມມືກັນເພື່ອການປ່ຽນແປງໃນຄັ້ງນີ້ ເປັນການເປັນການເຕືອນໃຫ້ຄິດເຖິງຄວາມເຂັ້ມແຂງທີ່ບໍໍ່ສາມາດປະເມີນຄ່າໄດ້ຂອງ ປະຫວັດສາດ, ຄວາມສຳເລັດ ແລະ ຮູບແບບຂອງການແຂ່ງຂັນລະດັບມືອາຊີບ”.

ຕະຫຼອດໄລຍະທີ່ຜ່ານມາ ເລື່ອງນີ້ຖືເປັນເລື່ອງໃຫຍ່ຂອງວົງການ ກ໊ອບ ເພາະລາຍການແຂ່ງຂັນລະດັບໂລກ ທັງ 2 ລາຍການນີ້ ມີບັນຫາກັນມາຕະຫຼອດ ທັງໃນກໍລະນີທີ່ PGA Tour ກ່າວຫາ LIV Golf ວ່າໃຊ້ເງິນໃນການດຶງນັກກ໊ອບລະດັບໂລກໄປເຮັດໃຫ້ລະບົບການແຂ່ງຂັນເສຍຫາຍ ທັງມີການແບນນັກກິລາທີ່ເຄີຍເຂົ້າຮ່ວມ LIV Golf ບໍ່ໃຫ້ມາແຂ່ງໃນ PGA Tour ຈົນສ້າງຄວາມກັງວົນໃຈໃຫ້ກັບນັກກິລາກ໊ອບໃນທົ່ວໂລກ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/