ທະນາຍຄວາມນິວຢອກ ກຳລັງຈະຖືກສານລົງໂທດ ຫຼັງໃຊ້ ChatGPT ໃຫ້ຊ່ວຍຂຽນວ່າຄວາມ ແຕ່ເປັນຂໍ້ມູນເທັດ


ປະຕິເສດບໍ່ໄດ້ເລີຍວ່າໃນຍຸກນີ້ ChatGPT ກຳລັງມາແຮງ ແລະ ຖືກນຳໃຊ້ອຳນວຍຄວາມສະດວກໃນການຫາຂໍ້ມູນຕ່າງໆ ແຕ່ມັນອາດບໍ່ເປັນຜົນດີສະເໝີໄປ ເໝືອນດັ່ງທະນາຍຄວາມນິວຢອກທ່ານນີ້ ທີ່ໄດ້ນຳໃຊ້ ChatGPT ເພື່ອຊ່ວຍຂຽນວ່າຄວາມທາງກົດໝາຍໃຫ້ ແຕ່ສຸດທ້າຍພົບວ່າຂໍ້ມູນອ້າງອີງທີ່ ChatGPT ຂຽນຂຶ້ນມາທັງໝົດ ເປັນຂໍ້ມູນເທັດ ແລະ ພວມຈະຖືກສານພິຈາລະນາໃນວັນທີ 8 ມິຖຸນາ 2023 ທີ່ຈະມາເຖິງນີ້.

Steven Schwartz ແມ່ນທະນາຍຄວາມຈາກສຳນັກງານ Levidow, Levidow & Oberman ໄດ້ຮັບວ່າຄວາມໃຫ້ແກ່ລູກຄວາມ Roberto Mata ໃນຄະດີທີ່ລາວໄດ້ຟ້ອງສາຍການບິນ Avianca ໃນປີ 2019 ໂດຍໃຫ້ເຫດຜົນວ່າ ສາຍການບິນດັ່ງກ່າວມີຄວາມປະໝາດເຮັດໃຫ້ລາວໄດ້ຮັບບາດເຈັບທີ່ຫົວເຂົ່າຈາກລົດເຂັນບໍລິການເທິງເຮືອບິນ ໃນລະຫວ່າງຖ້ຽວບິນຈາກ El Salvador ໄປສູ່ສະໜາມບິນ Kennedy International Airport.

ສາຍການບິນ Avianca ໄດ້ຂໍໃຫ້ຜູ້ພິພາກສາຍົກຟ້ອງຄະດີນີ້ ເນື່ອງຈາກໝົດອາຍຸຄວາມແລ້ວ ແຕ່ ທະນາຍຄວາມ Steven Schwartz ໄດ້ຍື່ນບົດສະຫຼຸບຕົວຢ່າງຄະດີຄວາມທີ່ມີຄວາມຍາວຫຼາຍກວ່າ 10 ໜ້າ ທີ່ເປັນຄຳຕັດສິນຂອງສານທີ່ໃກ້ຄຽງກັບຄະດີຂອງສາຍການບິນທີ່ເກີດຂຶ້ນໃນໄລຍະຜ່ານມາ.

ແຕ່ເໝືອນກັບວ່າທະນາຍຄວາມ Steven Schwartz ໃຫ້ຄວາມເຊື່ອໝັ້ນຕໍ່ອານຸພາບຂອງ ChatGPT ຫຼາຍເກີນໄປ ຈຶ່ງໄດ້ນຳໃຊ້ມັນຄົ້ນຫາ ແລະ ຊ່ວຍຂຽນວ່າຄວາມໃຫ້ ຈົນໄດ້ຄະດີຕົວຢ່າງທີ່ເກີດຂຶ້ນໃນສະໜາມບິນມາ 6 ຄະດີ ເພື່ອນຳໃຊ້ເປັນແຫຼ່ງອ້າງອີງ. ແຕ່ໂຊກຮ້າຍທີ່ຄະດີຕົວຢ່າງທີ່ຂຽນໂດຍ ChatGPT ນັ້ນ ຕົວຢ່າງເຊັ່ນ:

ຄະດີ Martinez ກັບສາຍການບິນ Delta Airlines, ຄະດີ Zicherman ກັບສາຍການບິນ Korean Airlines

ແລະ ຄະດີ Varghese ກັບສາຍການບິນ China Southern Airlines ນັ້ນບໍ່ເຄີຍເກີດຂຶ້ນຈິງ ຈຶ່ງເປັນເຫດໃຫ້ຂໍ້ມູນທີ່ຂຽນຂຶ້ນມາກາຍເປັນຂໍ້ມູນເທັດທັງໝົດ.

ເຫດການດັ່ງກ່າວ ເປັນສາເຫດໃຫ້ທະນາຍຄວາມ Steven Schwartz ກຳລັງຈະຖືກສານພິຈາລະນາລົງໂທດໃນວັນທີ 8 ມິຖຸນາ 2023 ທີ່ຈະມາເຖິງນີ້. ເຖິງຢ່າງໃດກໍຕາມ, ທາງສານ ຍັງໄດ້ໃຫ້ໂອກາດແກ່ ທະນາຍຄວາມ Steven Schwartz ຊອກຫາຫຼັກຖານມາພິສູດຄວາມບໍລິສຸດຂອງລາວໃຫ້ໄດ້ວ່າ ເຫດໃດລາວຈຶ່ງບໍ່ຄວນຖືກດຳເນີນຄະດີໃນກໍລະນີທີ່ລາວນຳໃຊ້ເອກະສານອ້າງອີງທີ່ເປັນຂໍ້ມູນເທັດໃນຄັ້ງນີ້.

ພາຍຫຼັງທີ່ເກີດເລື່ອງ, Steven Schwartz ໄດ້ຖາມ ChatGPT ຕື່ມອີກວ່າ “ຕົວຢ່າງຄະດີທີ່ສົ່ງມາ ແມ່ນເປັນຄະດີປອມບໍ່?” ກ່ອນທີ່ ChatGPT ຈະຕອບລາວວ່າ: “ບໍ່, ຕົວຢ່າງຄະດີທີ່ຂ້ອຍສົ່ງໃຫ້ນັ້ນເປັນເລື່ອງຈິງ ແລະ ສາມາດພົບໄດ້ໃນຖານຂໍ້ມູນກົດໝາຍທີ່ມີຊື່ສຽງ”.

Steven Schwartz ໄດ້ກ່າວວ່າ ເຂົາເອງກໍຮູ້ສຶກເສຍໃຈເປັນຢ່າງຍິ່ງ ທີ່ໄດ້ນຳໃຊ້ ChatGPT ເຂົ້າໃນການຄົ້ນຫາເພື່ອຂຽນວ່າຄວາມທາງດ້ານກົດໝາຍໃນຄັ້ງນີ້ ແລະ ໃນອະນາຄົດຈະບໍ່ເຮັດແບບນີ້ອີກ ຖ້າຫາກບໍ່ສາມາດກວດສອບທີ່ມາຄວາມຖືກຕ້ອງດ້ວຍຕົນເອງໄດ້ໂດຍສົມບູນແບບ. ທັງນີ້ ລາວເອງໄດ້ບອກວ່າ ລາວບໍ່ເຄີຍນຳໃຊ້ເທັກໂນໂລຢີ AI ເພື່ອວັດຖຸປະສົງໃນການວິໄຈມາກ່ອນ ຈຶ່ງບໍ່ຮູ້ວ່າມັນຈະກາຍເປັນຂໍ້ມູນເທັດ.

ແຫຼ່ງຂໍ້ມູນອ້າງອີງ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/