ພາວະຊຶມເສົ້າ ຄວາມສ່ຽງຈາກການກິນຢາຄຸມກຳເນີດ ພົບໄດ້ຫຼາຍ ໂດຍສະເພາະໃນໄວໜຸ່ມຍິງ


ພາວະຊຶມເສົ້າ ຫຼື Depression ແມ່ນພາວະຄວາມຜິດປົກກະຕິທາງອາລົມທີ່ພົບໄດ້ທົ່ວໄປໃນຫຼາຍກຸ່ມຄົນ ແຕ່ກໍສາມາດກໍ່ຄວາມຮ້າຍແຮງທີ່ເປັນຜົນກະທົບຕໍ່ຄວາມຮູ້ສຶກ, ຄວາມຄິດ, ລວມໄປເຖິງພຶດຕິກໍາໃນການໃຊ້ຊີວິດໃນການກິນ, ນອນ ແລະ ການເຮັດວຽກ. ທັງນີ້ ຍັງສາມາດພົບໄດ້ວ່າ ການກິນຢາຄຸມເອງກໍມີຄວາມສ່ຽງຕໍ່ການປ່ຽນແປງທາງດ້ານອາລົມ ທີ່ນໍາໄປສູ່ພາວະຊຶມເສົ້າໄດ້, ຈາກບົດວິໄຈຂອງທາງມະຫາວິທະຍາໄລ Uppsala, ປະເທດ ສະວີເດນ; ທີ່ໄດ້ສຶກສາການໃຊ້ຢາຄຸມກໍາເນີດທີ່ໃຊ້ເປັນແບບກິນໃນເພດຍິງ 264.557 ຄົນ, ພົບວ່າໃນໄວໜຸ່ມອາຍຸຕໍ່າກວ່າ 20 ປີ ແມ່ນມີອາການຊຶມເສົ້າຫຼາຍເຖິງ 130%, ເມື່ອປຽບທຽບກັບຜູ້ທີ່ອາຍຸ 20 ປີຂຶ້ນໄປແມ່ນຢູ່ທີ່ 92%.

ຢາຄຸມກໍາເນີດແບບເມັດແມ່ນຖືເປັນວິທີຄຸມກໍາເນີດຖືກໃຊ້ທົ່ວໄປສຳລັບຄົນທີ່ບໍ່ມີຄວາມພ້ອມຕໍ່ການຖືພາ ທີ່ພົບວ່າຖ້າມີການນຳໃຊ້ຢ່າງຖືກວິທີ ຈະມີປະສິດທິພາບການປ້ອງກັນຫຼາຍກວ່າ 99%. ເຊິ່ງໃນຢາເອງແມ່ນມີສານປະກອບ estrogen ແລະ progestogen ທີ່ຈະຢຸດຮັງໄຂ່ບໍ່ໃຫ້ເກີດການຕົກໄຂ່, ພ້ອມຍັງເຮັດໃຫ້ສະເປີມເຂົ້າໄປປະຕິສົນທິໃນຮັງໄຂ່ໄດ້ຍາກ ຫຼື ເຮັດໃຫ້ໄຂ່ນັ້ນຝັງຕົວຂອງມັນເອງໃນເຍື່ອບຸມົດລູກ. ການໃຊ້ຢາຄຸມກຳເນີດບໍ່ພຽງແຕ່ປ້ອງກັນການຖືພາເທົ່ານັ້ນ ແຕ່ກໍຍັງສາມາດນໍາໃຊ້ໃນຈຸດປະສົງອື່ນເຊັ່ນ: ປິ່ນປົວອາການເລືອດປະຈໍາເດືອນທີ່ໄຫຼອອກແຮງ, ອາການຮັງໄຂ່ຫຼາຍໃບ, ເຍື່ອບຸໂຜ້ງມົດລູກຈະເລີນຜິດປົກກະຕິ ແລະ ໃຊ້ປົວສິວ.

ການຮັບປະທານຢາຄຸມກໍາເນີດມີທ່າອ່ຽງທີ່ເຮັດໃຫ້ເກີດການປ່ຽນແປງທາງຮໍໂມນ ແນ່ນອນວ່າມັນກໍມີຜົນຕໍ່ພາວະຊຶມເສົ້າໄດ້ເຊັ່ນດຽວກັນ, ໂດຍສະເພາະໃນໄລຍະ 2 ປີທຳອິດໃນການເລີ່ມນໍາໃຊ້ ແມ່ນພົບວ່າພາວະຊຶມເສົ້າມີການເພີ່ມຂຶ້ນ ເມື່ອທຽບກັບຜູ້ທີ່ບໍ່ເຄີຍນໍາໃຊ້ຢາຄຸມມາກ່ອນ. ໂດຍເປັນຜົນຈາກການຜັນຜວນຂອງຮໍໂມນທີ່ຮ່າງກາຍໄດ້ຮັບໃນໄລຍະເລີ່ມຕົ້ນການນໍາໃຊ້ຢາ ແລະ ຍິ່ງຈະສົ່ງຜົນຫຼາຍຕໍ່ກັບແມ່ຍິງທີ່ມີການປ່ຽນແປງໃນລະດັບຂອງຮໍໂມນໄດ້ໄວ.

ການທີ່ໄວໜຸ່ມນັ້ນມີພາວະຊຶມເສົ້າໄດ້ຫຼາຍນັ້ນ, ທ່ານ Therese Johansson ຜູ້ນໍາທີມຄົ້ນຄວ້າວິໄຈ ຍັງໄດ້ອະທິບາຍວ່າ: “ອິດທິພົນຂອງຢາຄຸມກໍາເນີດແບບເມັດຕໍ່ໄວໜຸ່ມ ແມ່ນກຳນົດມາຈາກການປ່ຽນແປງຮໍໂມນທີ່ມີໃນໄວໜຸ່ມເອງ”, “ເນື່ອງຈາກໄວໜຸ່ມກໍແມ່ນກຸ່ມອາຍຸທີ່ຢູ່ໃນໄວທີ່ມີການປ່ຽນແປງຮໍໂມນຫຼາຍ, ສິ່ງທີ່ພວກເຂົາໄດ້ຮັບບໍ່ພຽງແຕ່ເປັນການປ່ຽນແປງທາງຮໍໂມນ ແຕ່ຍັງລວມໄປເຖິງປະສົບການຊີວິດຂອງພວກເຂົານຳອີກ”.

ທ່ານ Johansson ຍັງໄດ້ບອກເພີ່ມເຕີມວ່າ: “ເຖິງແມ່ນວ່າຢາຄຸມກໍາເນີດຈະມີຜົນດີໃນຫຼາຍປະການຕໍ່ແມ່ຍິງ, ຜູ້ປະຕິບັດວຽກງານການແພດ ແລະ ຜູ້ປ່ວຍ. ແນວໃດກໍຕາມຜູ້ນຳໃຊ້ກໍຄວນຈະຮັບຮູ້ເຖິງຜົນຂ້າງຄຽງທີ່ລະບຸໃນບົດວິໄຈນີ້ ແລະ ລວມເຖິງການວິໄຈທີ່ມີມາກ່ອນ”.

ແນວໃດກໍຕາມ ຢາຄຸມກໍາເນີດແມ່ນມີຄວາມສ່ຽງຕໍ່ການເກີດພາວະຊຶມເສົ້າໂດຍສະເພາະໃນໄລຍະທໍາອິດທີ່ນຳໃຊ້, ແຕ່ກໍຍັງເປັນຜົນດີໃນແມ່ຍິງທີ່ທົນຕໍ່ຜົນຂ້າງຄຽງຂອງຢາໄດ້ໂດຍທີ່ບໍ່ມີອາການຫຍັງ ຈຶ່ງເຮັດໃຫ້ມັນກາຍເປັນທາງເລືອກທີ່ດີສຳລັບພວກເຂົາ. ທາງທີ່ດີກ່ອນການນໍາໃຊ້ຄວນມີການສຶກສາເຖິງຜົນຂ້າງຄຽງ ແລະ ຮັບຄໍາແນະນໍາຈາກແພດໝໍເພື່ອການນໍາໃຊ້ຢ່າງຖືກວິທີ.

ແຫຼ່ງຂໍ້ມູນຈາກ:

– newatlas

– nimh.nih.gov

ອ່ານບົດວິໄຈໄດ້ທີ່:

– cambridge.org

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/