ຄວາມຕ້ອງການເກືອທະເລຢູ່ເກົາຫຼີໃຕ້ໄດ້ເພີ່ມຂຶ້ນ ຈາກຄວາມກັງວົນຕໍ່ແຜນປ່ອຍນ້ຳປົນເປື້ອນລົງສູ່ມະຫາສະໝຸດ ຂອງໂຮງງານໄຟຟ້ານິວເຄຼຍຟຸກຸຊິມະ ຍີ່ປຸ່ນ


ອີງຕາມການລາຍງານຂ່າວຂອງສຳນັກງານຂ່າວຣອຍເຕີ ໄດ້ໃຫ້ຮູ້ວ່າ ຄວາມຕ້ອງການເກືອທະເລ ຢູ່ເກົາຫຼີໃຕ້ ໄດ້ເພີ່ມຂຶ້ນຕໍ່ເນື່ອງ ຍ້ອນຄວາມກັງວົນຕໍ່ແຜນກຳນົດການປ່ອຍນ້ຳເປື້ອນຈາກໂຮງງານໄຟຟ້ານິວເຄຼຍຟຸກຸຊິມະຂອງຍີ່ປຸ່ນ ລົງສູ່ມະຫາສະໝຸດ ໃນໄວໆນີ້.

ແຜນການປ່ອຍນ້ຳເປື້ອນດັງກ່າວ ສົ່ງຜົນໃຫ້ປະຊາຊົນເກົາຫຼີໃຕ້ ມີຄວາມກັງວົນຕໍ່ການບໍລິໂພກອາຫານທະເລ ລວມທັງການບໍລິໂພກເກືອທະເລ ຈຶ່ງເຮັດໃຫ້ມີການກັກຕຸນເກືອ ແລະ ອາຫານທະເລໄວ້ທີ່ເຮືອນເພີ່ມຂຶ້ນ ໃນຂະນະທີ່ຮ້ານຄ້າຕ່າງໆຢູ່ເກົາຫຼີໃຕ້ ກໍໄດ້ເພີ່ມການສະຕັອກສິນຄ້າເພີ່ມຂຶ້ນ ຍ້ອນມີຄວາມກັງວົນວ່າຈະເກີດການຂາດແຄນ ພາຍຫຼັງທີ່ໃກ້ຈະຮອດກຳນົດເວລາທີ່ໂຮງງານໄຟຟ້ານິວເຄຼຍຟຸກຸຊິມະຂອງຍີ່ປຸ່ນຈະປ່ອຍນ້ຳເປື້ອນຈາກໂຮງງານໄຟຟ້ານິວເຄຼຍຟຸກຸຊິມະລົງສູ່ມະຫາສະໝຸດ ຕາມແຜນການທີ່ໄດ້ເຄີຍປະກາດໄວ້ກ່ອນໜ້ານີ້.

ທັງນີ້, ຂໍ້ມູນຂອງກະຊວງມະຫາສະໝຸດ ແລະ ການປະມົງຂອງເກົາຫຼີໃຕ້ ໄດ້ລາຍງານວ່າ: ໃນອາທິດທຳອິດຂອງເດືອນນີ້ ລາຄາເກືອທະເລໄດ້ປັບເພີ່ມຂຶ້ນເກືອບ 27% ຈາກສອງເດືອນກ່ອນ. ເຖິງຢ່າງໃດກໍຕາມ, ທາງດ້ານກະຊວງກ່ຽວຂ້ອງໄດ້ລະບຸວ່າ ລາຄາເກືອທະເລທີ່ເພີ່ມຂຶ້ນ ເປັນຍ້ອນສະພາບອາກາດບໍ່ດີ ແລະ ຜົນຜະລິດເກືອທີ່ລົດລົງ ຫຼາຍກວ່າທີ່ຈະເປັນການຊື້ມາກັກຕຸນຍ້ອນຄວາມຕື່ນຕົກໃຈ.

ທາງດ້ານລາຄາຮຸ້ນຂອງບໍລິສັດຜູ້ຜະລິດເກືອ ແລະ ອາຫານທະເລຢູ່ເກົາຫຼີໃຕ້ ໄດ້ປັບຕົວເພີ່ມຂຶ້ນສູງເຊັ່ນກັນ ຕົວຢ່າງເຊັ່ນ: ລາຄາຮຸ້ນຂອງບໍລິສັດອິນຊານາກາ (Insanaga) ເຊິ່ງເປັນຜູ້ຜະລິດ ຜະລິດຕະພັນເກືອປັບຕົວເພີ່ມຂຶ້ນ 28%, ຂະນະທີ່ຮຸ້ນຂອງບໍລິສັດຊາໂຈ (Sajo Seafood) ຜູ້ຜະລິດປາທູກະປ໋ອງ ກໍເພີ່ມຂຶ້ນສູງກວ່າ 6% ເຊັ່ນກັນ.

ຢ່າງໃດກໍຕາມ, ໂຮງງານໄຟຟ້ານິວເຄຼຍຟຸກຸຊິມະຂອງຍີ່ປຸ່ນ ມີແຜນທີ່ຈະປ່ອຍນ້ຳເສຍຫຼາຍກວ່າ 1 ລ້ານໂຕນ ລົງສູ່ມະຫາສະໝຸດໃນລະດູຮ້ອນຂອງຍີ່ປຸ່ນທີ່ຈະມາເຖິງນີ້. ໃນຂະນະທີ່ຫຼາຍເດືອນຜ່ານມາ  ຍີ່ປຸ່ນ ແລະ ເກົາຫຼີໃຕ້ ໄດ້ລິເລີ່ມດຳເນີນການຟື້ນຟູຄວາມສຳພັນອັນດີຮ່ວມກັນຄືນໃໝ່ ເພື່ອແກ້ໄຂສາຍສຳພັນທີ່ຈາງຫາຍໄປໃນເຫດການປະຫວັດສາດຜ່ານມາ ແຕ່ວ່າແຜນການທີ່ຈະປ່ອຍນ້ຳເສຍຫຼາຍກວ່າ 1 ລ້ານໂຕນຄັ້ງນີ້ ຍັງຄົງເປັນເລື່ອງທີ່ຖົກຖຽງກັນພໍສົມຄວນສຳລັບເພື່ອນບ້ານທີ່ຢູ່ໃກ້ທີ່ສຸດ ໂດຍສະເພາະແມ່ນເກົາຫຼີໃຕ້.

ແຫຼ່ງຂໍ້ມູນອ້າງອີງ:

http://cuts2.com/CDicP

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/