ພັກເຮົາໄດ້ສະດຸ້ງໄວ ກ້າຫານ ໄດ້ວາງແນວທາງປ່ຽນແປງໃໝ່ຮອບດ້ານ ແມ່ນປະທານ ໄກສອນ ເປັນຜູ້ລິເລີ່ມ


ສຸນທອນພົດ
ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ
ເນື່ອງໃນໂອກາດ ວັນສະຖາປະນາ ສປປ ລາວ ວັນທີ 2 ທັນວາ ຄົບຮອບ 46 ປີ

ປັດໄຈສຳຄັນຍິ່ງອັນໜຶ່ງ ແມ່ນພັກເຮົາໄດ້ສະດຸ້ງໄວ, ກ້າຫານ, ໄດ້ວາງແນວທາງປ່ຽນແປງໃໝ່ຮອບດ້ານມີຫຼັກການ ອັນມີ ປະທານ ໄກສອນ ພົມວິຫານ ເປັນຜູ້ລິເລີ່ມ ເປັນສະຖາປະນິກຫຼັກ ຂອງນະໂຍບາຍນີ້ ນັບແຕ່ ປີ 1986 ເປັນຕົ້ນມາ.

ການພັດທະນາ ຂອງ ສປປ ລາວ ໄດ້ມີຜົນສໍາເລັດອັນ ສໍາຄັນ ແລະ ເປັນບາດລ້ຽວປະຫວັດສາດ ທີ່ນໍາເອົາຄວາມຈະເລີນກ້າວໜ້າມາສູ່ສັງຄົມລາວ. ຜົນງານອັນສໍາຄັນ ແລະ ເປັນພື້ນຖານກວ່າໝູ່ ແມ່ນຄວາມເປັນເອກະລາດ, ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ ໄດ້ຮັບການປົກປັກຮັກສາໄວ້ໄດ້ຢ່າງໝັ້ນຄົງ. ລະບອບປະຊາທິປະໄຕປະຊາຊົນເຮົາ ມີສະຖຽນລະພາບອັນໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍ ໂດຍພື້ນຖານ; ສ້າງສະພາບແວດລ້ອມທີ່ສະຫງົບສັນຕິ ແລະ ສ້າງເງື່ອນໄຂເອື້ອອໍານວຍ ໃຫ້ແກ່ການດຳລົງຊີວິດ, ການທໍາມາຫາກິນ ຂອງປະຊາຊົນລາວບັນດາເຜົ່າ ກໍຄື ສ້າງຄວາມເຊື່ອໝັ້ນ ໃຫ້ນັກລົງທຶນ, ຜູ້ປະກອບການ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນ ຢູ່ ສປປ ລາວ ນັບມື້ນັບເພີ່ມຂຶ້ນ, ເຮັດໃຫ້ເສດຖະກິດ-ສັງຄົມ ໄດ້ມີການຂະຫຍາຍຕົວໃນຈັງຫວະທີ່ໄວ, ຕໍ່ເນື່ອງ ແລະ ໝັ້ນທ່ຽງ; ອັດຕາການເຕີບໃຫຍ່ຂອງເສດຖະກິດ ສະເລ່ຍເພີ່ມຂຶ້ນໃນແຕ່ລະໄລຍະ (GDP) ຕໍ່ຫົວຄົນໄດ້ເພີ່ມຂຶ້ນ ຈາກ 114 ໂດລາສະຫະລັດ ໃນປີ 1985 ມາເປັນ 2,664 ໂດລາສະຫະລັດ ໃນປີ 2020.

ບັນຫາສໍາຄັນ ແມ່ນພວກເຮົາ ສາມາດບຸກທະລຸ ໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນ, ໃນປີ 2019 ຄອບຄົວທຸກຍາກຍັງເຫລືອ 62.384 ຄອບຄົວ ເທົ່າກັບ 5,16% ຂອງຄອບຄົວ ໃນທົ່ວປະເທດ. ໂຄງປະກອບເສດຖະກິດ ໄດ້ຫັນປ່ຽນຢ່າງຕັ້ງໜ້າ ໄປຕາມທິດພັດທະນາກະສິກໍາເປັນສິນຄ້າ ຕິດພັນກັບອຸດສາຫະກໍາປຸງແຕ່ງ ແລະ ການບໍລິການ. ການຫັນເປັນອຸດສາຫະກໍາ ແລະ ທັນສະໄໝ ໃນຂະແໜງການທີ່ປະເທດເຮົາ ມີທ່າແຮງໄດ້ປຽບເປັນຕົ້ນແມ່ນການພັດທະນາພະລັງງານໄຟຟ້ານໍ້າຕົກ ໄດ້ມີການຂະຫຍາຍຕົວຢ່າງກະໂດດຂັ້ນ.

ປັດຈຸບັນ ສປປ ລາວ ມີແຫລ່ງຜະລິດໄຟຟ້າແລ້ວ 80 ກວ່າແຫ່ງ; ການພັດທະນາພື້ນຖານໂຄງລ່າງເສດຖະກິດ-ສັງຄົມ ໄດ້ມີບາດກ້າວຂະຫຍາຍຕົວ ຢ່າງບໍ່ເຄີຍມີມາກ່ອນ, ບໍ່ວ່າຢູ່ໃນຕົວເມືອງ ກໍຄື ຊົນນະບົດ. ສປປ ລາວ ໄດ້ຮັບຜົນສໍາເລັດເປັນສ່ວນໃຫຍ່ ແລະ ມີການຫັນປ່ຽນຢ່າງຈະແຈ້ງ ໃນການປະຕິບັດເປົ້າໝາຍສະຫະສະວັດດ້ານການພັດທະນາ (MDGs) ແລະ ສືບຕໍ່ປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (SDGs) ຮອດ ປີ 2030 ຢ່າງຕັ້ງໜ້າ.

ໃນວັນທີ 24 ພະຈິກ 2021 ຜ່ານມານີ້, ກອງປະຊຸມສະຫະປະຊາຊາດ ໄດ້ຮັບຮອງເອົາມະຕິຕົກລົງໃຫ້ ສປປ ລາວ ສາມາດເປັນປະເທດຫຼຸດພົ້ນ ອອກຈາກສະຖານະພາບປະເທດດ້ອຍພັດທະນາໄດ້, ຍ້ອນຮັບຮູ້ວ່າປະຕິບັດໄດ້ຄົບເງື່ອນໄຂ, ແຕ່ພວກເຮົາຍັງຕ້ອງໄດ້ສືບຕໍ່ປະຕິບັດໄລຍະຂ້າມຜ່ານຕື່ມອີກ 5 ປີ ໃນຕໍ່ໜ້າ. ໄດ້ສໍາເລັດການກໍ່ສ້າງ ແລະ ເປີດການນໍາໃຊ້ ເສັ້ນທາງດ່ວນ ໄລຍະທີ 1 ວຽງຈັນ-ວັງວຽງ ໃນປີ 2020. ໂຄງການສ້າງທາງລົດໄຟ ທີ່ເຊື່ອມຕໍ່ ສປ ຈີນ ແລະ ສປປ ລາວ ທັງນອນໃນແຜນເຊື່ອມຈອດກັບປະເທດໃກ້ຄຽງ ໃນພາກພື້ນອາຊີອາຄະເນ ກໍໄດ້ຮັບຜົນສໍາເລັດ ແລະ ເປີດນໍາໃຊ້ຢ່າງເປັນທາງການ ໃນວັນທີ 3 ທັນວາ 2021, ເຊິ່ງຖືເປັນຄວາມເອກອ້າງ ແລະ ເປັນບາດກ້າວກະໂດດ ການນໍາໃຊ້ພື້ນຖານວັດຖຸ-ເຕັກນິກ ທີ່ທັນສະໄໝ ແລະ ໄດ້ສ້າງພື້ນຖານໃຫ້ແກ່ການຄົມມະນາຄົມຂົນສົ່ງ ຂອງປະເທດເຮົາໄດ້ສະດວກຍິ່ງຂຶ້ນ “ເປັນຂອງຂວັນ” ທີ່ມີຄວາມໝາຍສໍາຄັນປະຫວັດສາດ ໃນການປະຕິບັດຍຸດທະສາດ “ຫັນຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ກາຍເປັນປະເທດເຊື່ອມຈອດ”. ໂດຍສະເພາະແມ່ນ ການເຊື່ອມຈອດ ລະຫວ່າງ ສປປ ລາວ ກັບປະເທດໃກ້ຄຽງຕາມແລວເສດຖະກິດເໜືອ-ໃຕ້, ຕາເວັນອອກ-ຕາເວັນຕົກ, ເຊິ່ງເປັນທ່າແຮງດ້ານການບໍລິການທາງຜ່ານ ຢູ່ປະເທດເຮົາ… ເປັນການສ້າງເງື່ອນໄຂ ໃຫ້ປະເທດເຮົາກ້າວສູ່ບາດກ້າວສຳຄັນຂອງການກ້າວຂຶ້ນ ເປັນປະເທດກຳລັງພັດທະນາ ໄດ້ບາດກ້າວເບື້ອງຕົ້ນ.

ດ້ານວັດທະນາທໍາ-ສັງຄົມ ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ໂດຍຖືເອົາການພັດທະນາຊັບພະຍາກອນມະນຸດ ເປັນບູລິມະສິດສໍາຄັນ, ຫລາຍທ້ອງຖິ່ນໄດ້ປະກາດຈົບຊັ້ນມັດທະຍົມຕອນຕົ້ນ, ຖັນແຖວປັນຍາຊົນ, ນັກຮຽນຮູ້, ບັນດາຊ່ຽວຊານດ້ານຕ່າງໆ ກໍຄືແຮງງານທີ່ໄດ້ຮັບການຝຶກສີມື ນັບມື້ນັບຫລາຍຂຶ້ນ. ຕາໜ່າງສາທາລະນະສຸກ ກໍໄດ້ຮັບການປັບປຸງ ແລະ ຂະຫຍາຍອອກໄປສູ່ເຂດຫ່າງໄກສອກຫຼີກ, ເຮັດໃຫ້ຄຸນະພາບຊີວິດຂອງປະຊາຊົນບັນດາເຜົ່າ ໄດ້ຮັບການຍົກສູງຂຶ້ນ. ຄຸນຄ່າດ້ານວັດທະນາທໍາ, ຮີດຄອງປະເພນີທີ່ເປັນມູນເຊື້ອດີງາມຂອງຊາດລາວ ໄດ້ຮັບການອະນຸລັກຮັກສາ ແລະ ເສີມຂະຫຍາຍໃຫ້ອຸດົມຮັ່ງມີ ໄປພ້ອມກັບການຈໍາກັດ ແລະ ລົບລ້າງວັດທະນະທໍາ ທີ່ຊອດກະຈາ, ການເຊື່ອຖືງົມງວາຍ ໄດ້ໜ້ອຍລົງເປັນກ້າວໆ; ບົດບາດຍິງຊາຍ ໄດ້ຮັບການຍົກສູງຂຶ້ນຢ່າງເຫັນໄດ້ຊັດເຈນ. ການພົວພັນລະຫວ່າງປະເທດ ແລະ ການທູດ ໄດ້ຮັບການເປີດກວ້າງ ແລະ ສາມາດຍົກບົດບາດ, ອິດທິພົນຂອງ ສປປ ລາວ ໃຫ້ສູງເດັ່ນຂຶ້ນໃນເວທີສາກົນຢ່າງບໍ່ຢຸດຢັ້ງ. ທັງໝົດເຫຼົ່ານັ້ນ, ເປັນການສ່ອງແສງໃຫ້ເຫັນລັກສະນະດີເດັ່ນຂອງລະບອບໃໝ່ ກໍຄື ສັງຄົມລາວເຮົາຕະຫລອດ 46 ປີ ຜ່ານມາ.

ຄັດຫຍໍ້ຈາກ: ສຸນທອນພົດ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/