ນັກຮຽນຈີນໂມໂຫຫິວ ຈົນແລ່ນໄປທຳຮ້າຍຄູ ສາເຫດແມ່ນຍ້ອນຄູສອນເກີນເວລາ


ໃນວັນທີ 10 ພະຈິກທີ່ຜ່ານມາ ທີ່ ມົນທົນ ຫູນານ ປະເທດຈິນ ໄດ້ມີລາຍງານວ່າ ກ້ອງວົງຈອນປິດໃນໂຮງຮຽນແຫ່ງໜຶ່ງໄດ້ ບັນທຶກເຫດການນັກຮຽນຊາຍຄົນໜຶ່ງແລ່ນເຂົ້າໄປທຳຮ້າຍຄູ ໂດຍໝູ່ເພື່ອນໝົດຫ້ອງກໍໄດ້ພາກັນຫ້າມ ໂດຍເຫດການຄັ້ງນີ້ແມ່ນນັກຮຽນບໍ່ພໍໃຈທີ່ຄູສອນເກີນເວລາພັກທ່ຽງ.

ໂດຍໃນຄິບວິດີໂອທີ່ກ້ອງວົງຈອນປິດບັນທຶກໄດ້ ຈະເຫັນນັກຮຽນຊາຍເລີ່ມຕົບໂຕະດ້ວຍຄວາມຫງຸດຫງິດໃນລະຫວ່າງຮຽນ ເຊິ່ງໃນວິນາທີຕໍ່ມາ ນັກຮຽນຄົນນັ້ນກໍໄດ້ຮີບແລ່ນໄປທີ່ໂຕະຂອງຄູ ແລະ ເລີ່ມແກວ່ງກຳປັ້ນໃສ່ຄູຫຼາຍຄັ້ງ. ນັກຮຽນຄົນອື່ນທີ່ເຫັນເຫດການນັນກໍພາກັນຕົກໃຈກັບເຫດການນີ້ ກ່ອນທີ່ພວກເຂົາຈະພາກັນມາແຍກຄູກັບນັກຮຽນຊາຍຄົນດັ່ງກ່າວອອກຈາກກັນ ແລະ ພະຍາຍາມທີ່ຈະຢຸດນັກຮຽນຄົນນັ້ນ.

ຫຼັງຈາກການທຳຮ້າຍຮ່າງກາຍຄັ້ງນີ້ຄູໄດ້ຮັບບາດເຈັບ ແລະ ມີເລືອດອອກບໍລິເວນໃບໜ້າ.

ຕໍ່ມາມີການເປີດເຜີຍຂໍ້ມູນຈາກນັກຮຽນໃນຊັ້ນດັ່ງກ່າວ ເຊິ່ງໄດ້ບອກກັບສື່ວ່າ ຄູຜູ້ນີ້ມັກຈະສອນເກີນເວລາຢູ່ຫຼາຍໆຄັ້ງ ເຮັດໃຫ້ນັກຮຽນກິນເຂົ້າຊ້າ ເມື່ອໄປຮອດໂຮງອາຫານກໍເກືອບຈະບໍ່ເຫຼືອຫຍັງໃຫ້ກິນແລ້ວ ເຊິ່ງເຫດການຄັ້ງນີ້ຄາດວ່າໝູ່ຄົນທີ່ກໍ່ເຫດອາດຈະໝົດຄວາມອົດທົນຈຶ່ງໄດ້ຕັດສິນໃຈແລ່ນເຂົ້າໄປທຳຮ້າຍຄູ.

ຄິບວິດີໂອນີ້ໄດ້ຖືກເຜີຍແຜ່ໄປທົ່ວອິນເຕີເນັດໃນຈີນ. ໂດຍສະເພາະໃນເວັບ Weibo ກໍໄດ້ມີຄົນມາສະແດງວາມຄິດເຫັນກ່ຽວກັບປະເດັນນີ້. ຫຼາຍຄົນກໍເວົ້າວ່າບໍ່ສົມຄວນທີ່ຈະຕີຄູ “ເຖິງເຈົ້າຈະຫິວສ່ຳໃດກໍຄວນອົດທົນ ຖ້າອົດທົນບໍ່ໄດ້ກໍກັບເມືອເຮືອນ ແລະ ກິນເຂົ້າສາ , ນີ້ແມ່ນຄວາມຮຸນແຮງ ນັກຮຽນຜູ້ນີ້ຄວນຖືກໄລ່ອອກ “ ແລະ ໃນຂະນະຫຼາຍຄົນກໍເວົ້າວ່າ “ຖ້າເຈົ້າບໍ່ຕົກຢູ່ໃນສະຖານະການນັ້ນເຈົ້າບໍ່ຮູ້ສຶກດອກ ເພາະວ່າຖ້າພັກທ່ຽງຊ້າອາຫານໃນໂຮງອາຫານຈະເຫຼືອພຽງແຕ່ຜັກ, ເມື່ອຮອດເວລາກິນ ກໍບໍ່ຄວນແກ່ຍາວເວລາຮຽນ”

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/