ພະນັກງານສາວຟ້ອງບໍລິສັດໃນຂໍ້ຫາເລືອກປະຕິບັດທາງເພດ ແລະ ຊະນະຄະດີໂດຍໄດ້ເງິນຊົດເຊີຍກວ່າ 2 ລ້ານປອນ


ການເລືອກປະຕິບັດທາງເພດໃນສັງຄົມປັດຈຸບັນເຮົາແມ່ນອາດຈະເຫັນໄດ້ເລື້ອຍໆ ຕາມສາຍວຽກງານຕ່າງໆ ເຊັ່ນດຽວກັນກັບພະນັກງານສາວຄົນນີ້ທີ່ຕັດສິນໃຈຍື່ນຟ້ອງບໍລິສັດໃນຂໍ້ຫາເລືອກປະບັດທາງເພດ ຫຼັງຈາກພົບວ່າຕົນເອງໄດ້ຮັບເງິນເດືອນໜ້ອຍກວ່າພະນັກງານຊາຍໃນຕຳແໜ່ງດຽວກັນ ແລະ ລາວກໍຊະນະໃນການຟ້ອງຄັ້ງນີ້ອີກດ້ວຍ.

Stacey Macken ເປັນພະນັກງານສາວ ຈາກບໍລິສັດສັນຊາດຝຣັ່ງ BNP Paribas ເຈົ້າຂອງກຸ່ມທະນາຄານລະຫວ່າງປະເທດ ໄດ້ອອກມາຍື່ນຟ້ອງບໍລິສັດໃນຂໍ້ຫາເລືອກປະຕິບັດທາງເພດ, ເຮັດໃຫ້ຕົນຕົກເປັນເຫຍື່ອຈາກການຈ່າຍຄ່າຈ້າງທີ່ບໍ່ເທົ່າທຽມກັນ.

ຢ້ອນກັບໄປໃນປີ 2013 ທາງບໍລິສັດຈ່າຍເງິນເດືອນໃຫ້ກັບ Stacey ເປັນຈຳນວນເງິນ 120,000 ປອນ ໃນຕຳແໜ່ງຮອງປະທານ ປະຈຳທະນາຄານ Deutsche Bank.

ແຕ່ຫຼັງຈາກນັ້ນໄດ້ບໍ່ດົນ Stacey ພົບວ່າທາງບໍລິສັດຈ່າຍເງິນເດືອນໃຫ້ກັບພະນັກງານຊາຍທີ່ຢູ່ໃນຕຳແໜ່ງດຽວກັນ ແລະມີໜ້າທີ່ຄວາມຮັບຜິດຊອບດຽວກັນ ເປັນຈຳນວນ 160,000 ປອນ ເຊິ່ງຕ່າງຈາກເງິນເດືອນ Stacey ເຖິງ 40,000 ປອນ.

ເມື່ອ Stacey ຮູ້ແນວນັ້ນ ລາວກໍບໍ່ຢູ່ລ້າ ຈຶ່ງໄດ້ຕັດສິນໃຈອອກມາຍື່ນຟ້ອງຕໍ່ສານໃນ ລອນດອນ ໃນຂໍ້ຫາທີ່ກ່າວມາຂ້າງເທິງພ້ອມເຜີຍກັບສານອີກວ່າ ໃນໄລຍະ 4 ປີທໍາອິດຂອງການເຮັດວຽກ ພະນັກງານຊາຍແມ່ນໄດ້ຮັບເງິນໂບນັດຫຼາຍເຖິງ 167,000 ປອນ ເມື່ອທຽບກັບໂບນັດທີ່ Stacey ໄດ້ຮັບ 33,000 ປອນ ເຊິ່ງຖືວ່າຫ່າງກັນຫຼາຍເຕີບ.

ນອກຈາກນີ້ Stacey ຍັງເຜີຍເຖິງພຶດຕິກຳການເລືອກປະຕິບັດທາງເພດໃນອົງກອນຂອງຫົວໜ້າທີ່ມີຊື່ວ່າ Matt Pinock.

ເຊິ່ງຜູ້ຊ່ວຍສ່ວນຕົວຂອງ Matt ໃຫ້ການວ່າ ໃນເດືອນຕຸລາ 2013 ພະແນກນາຍໜ້າຊື້ຂາຍຫຼັກຊັບລວມເຖິງ Matt ໄດ້ອອກໄປດື່ມນຳກັນຢູ່ທີ່ຜັບແຫ່ງໜຶ່ງ ກ່ອນທີ່ພວກເຂົາຈະຖິ້ມໝວກແມ່ມົດສີດຳອັນໃຫຍ່ອັນໜຶ່ງໄວ້ເທິງໂຕະເຮັດວຽກຂອງ Stacey ເພື່ອທີ່ຈະເຮັດໃຫ້ Stacey ເປັນຕົວຕະຫຼົກ.

ເຫດການນີ້ເຮັດໃຫ້ Stacey ຮູ້ສຶກຢາກຮ້າຍແລະບໍ່ສະບາຍໃຈ ທີ່ຈະຮ່ວມງານກັບພະນັກງານຊາຍເຫຼົ່ານັ້ນ. ເທົ່ານັ້ນຍັງບໍ່ພໍ Stacey ຍັງເຜີຍອີກວ່າ ທຸກຄັ້ງທີ່ລາວເຂົ້າໄປໂອ້ລົມນຳຫົວໜ້າ ລາວມັກຈະຖືກຕອບກັບດ້ວຍຄຳວ່າ “ບໍ່ແມ່ນຕອນນີ້ Stacey” ເຊິ່ງເປັນແບບນີ້ຢູ່ຫຼາຍໆ ຄັ້ງ ຈົນໝູ່ຮ່ວມງານຫຼາຍຄົນເບິ່ງວ່າຫົວໜ້າເວົ້າປະຊົດປະຊັນ Stacey.

ຈາກການບອກເລົ່າຂອງ Stacey ທາງສານເບິ່ງວ່າຄຳເວົ້ານີ້ “ດູຖູກ Stacey” ທາງດ້ານຫົວໜ້າຂອງ Stacey ປະຕິເສດທີ່ຈະກ່າວຄຳຂໍໂທດລາວຕາມຄຳສັ່ງສານ.

ດ້ວຍຄຳປະຕິເສດນີ້ ລວມເຖິງຄຳບອກເລົ່າຂອງບັນດາພະນັກງານ ເຮັດໃຫ້ຫຼ້າສຸດສານຕັດສິນໃຫ້ Stacey ຊະນະຄະດີນີ້ ແລະທາງບໍລິສັດຕ້ອງຈ່າຍເງິນຊົດເຊີຍ Stacey ເປັນຈຳນວນກວ່າ 2,081,449 ປອນ.

ຈຳນວນເງິນທີ່ Stacey ໄດ້ຈາກການຟ້ອງບໍລິສັດ ຖືວ່າເປັນຈຳເງິນຊົດເຊີຍສູງທີ່ສຸດທີ່ສານອັງກິດເຄີຍຕັດສິນມາ.

 ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/