ເອົາຜົວໄປຂາຍ!!! ແມ່ຍິງຊາວໄອຣິສ ເອົາຜົວໄປເປີດປະມູນໃນເວັບ ສາເຫດຍ້ອນມັກລັກໜີໄປທ່ຽວ ແລະ ບໍ່ຊ່ວຍເບິ່ງລູກ


ສາມີທ່ານໃດຜູ້ທີ່ມັກຫຼິ້ນມັກທ່ຽວແລະບໍ່ມັກເບິ່ງລູກຊ່ວຍພັນລະຍາ ໃຫ້ເບິ່ງເລື່ອງລາວນີ້ເປັນຕົວຢ່າງກໍດີ ເມື່ອ Linda McAlister ແມ່ຍິງຊາວໄອຣິສຜູ້ທີ່ອາໄສຢູ່ໃນເຂດຊົນນະບົດ Rangitīkei ຂອງປະເທດນິວຊີແລນ ໄດ້ອອກມາປະມູນ “ສາມີຕົນເອງ” ເນື່ອງຈາກລາວປ່ອຍປະລະເລີຍໜ້າທີ່ສາມີ.

ເມື່ອບໍ່ດົນມານີ້ Linda ໄດ້ເຮັດການເປີດປະມູນສາມີຂອງລາວເອງທີ່ມີຊື່ວ່າ John McAlister ໃນເວັບໄຊ TradeMe ເວັບໄຊຊື້ຂາຍຂອງນິວຊີແລນ.

ໂດຍ Linda ໄດ້ລະບຸລາຍລະອຽດໃນເວັບໄຊວ່າ John ອາຍຸ 37 ປີ ມີສ່ວນສູງ 185 ຊັງຕີແມັດ ແລະ ເຮັດຟາມລ້ຽງງົວ.

ພ້ອມດ້ວຍລາຍລະອຽດນິໄສໃຈຄໍຕ່າງໆ ວ່າ “ຮັບມືງ່າຍ ມີເຈົ້າຂອງມາແລ້ວຫຼາຍຄົນ ແຕ່ຍັງມີຄວາມຊື່ສັດ ຖ້າໃຫ້ເຂົ້າ ໃຫ້ນ້ຳຢູ່ຕະຫຼອດ”, “ບໍ່ເວົ້າຫຼາຍ ເວລາໄປທ່ຽວແລ້ວລາວຈະຂັບລົດ”, “ອາດຈະມີກັງວົນແດ່ ເວລາຢູ່ບ່ອນໃໝ່ໆ ແຕ່ປັບຕົວໄດ້ດີ”.

ນອກຈາກນີ້ Linda ຍັງລະບຸເຖິງ “ຂໍ້ເສຍ” ຂອງສາມີວ່າເປັນຄົນມັກໄປທຣິບ “ລ່າສັດແລະຕຶກປາກັບໝູ່ເພື່ອນ”.

ແຕ່ທຣິບຫຼ້າສຸດຂອງ John ນີ້ເຮັດໃຫ້ Linda ໃຫ້ອະໄພບໍ່ໄດ້ ເພາະວ່າ John ໄດ້ໄປທຣິບໃນໄລຍະພັກພາກຮຽນຂອງລູກສອງຄົນທີ່ມີອາຍຸ 4ປີ ແລະ 6ປີ ແລະລູກໆຂອງພວກເຂົາກໍນອນເດິກຂຶ້ນເລື້ອຍໆ ເວລານອນຂອງ Linda ເອງກໍໜ້ອຍລົງ ເຮັດໃຫ້ລາວເກືອບຈະເປັນບ້າໃນແຕ່ລະມື້.

ບໍ່ພຽງເທົ່ານັ້ນ John ຜູ້ເປັນສາມີ ຍັງບໍ່ມີເວລາວ່າງຈາກການເຮັດວຽກແລະມັກຈະຖິ້ມໃຫ້ Linda ໃຫ້ຢູ່ກັບລູກທັງສອງຄົນ ຕາມລຳພັງເກືອບທຸກມື້ ບວກກັບການເດີນທາງທຣິບຕຶກປາອີກ ເລີຍເປັນສາເຫດເຮັດໃຫ້ Linda ເຈັບເສັ້ນ ແລະ ເຖິງກັບຕ້ອງອອກມາເຮັດການເປີດປະມູນສາມີແບບນີ້

ພ້ອມຖິ້ມທ້າຍວ່າ “ຊື້ແລ້ວບໍ່ຮັບປ່ຽນຄືນ” .

ໃນຕອນທຳອິດການປະມູນຄັ້ງນີ້ເບິ່ງຄືວ່າຈະເປັນເລື່ອງຕະຫຼົກ ແຕ່ກໍມີຄົນເຂົ້າມາສະເໜີລາຄາປະມູນເຖິງ 12 ຄັ້ງ ແລະ ລາຄາຂອງສາມີຄົນນີ້ກໍຂຶ້ນຮອດ 100 ໂດລາ ເລີຍ.

ນອກຈາກນີ້ ຜູ້ປະມູນບາງສ່ວນຍັງເຜີຍວ່າ ຢາກຮູ້ວ່າສາມີຂອງ Linda ເປັນແບບໃດ ໃນຂະນະດຽວກັນກໍມີຜູ້ປະມູນບາງຄົນຕິດຕໍ່ມາຫາ Linda ເພື່ອສະເໜີ ແລກປ່ຽນຕົວ John ກັບສາມີຂອງພວກເຂົາເປັນເວລາ 1 ມື້.

ແຕ່ເຖິງຢ່າງນັ້ນ ເວລາຜ່ານໄປບໍ່ດົນປານໃດທາງເວັບໄຊ້ Trade Me ກໍໄດ້ລຶບການປະມູນນີ້ອອກໄປຈາກໜ້າເວັບ ເນື່ອງຈາກວ່າ Linda ໄດ້ລະເມີດເງື່ອນໄຂແລະຂໍ້ກຳນົດທາງເວັບໄຊ.

ທາງເວັບໄຊໄດ້ເຜີຍວ່ານີ້ເປັນຄັ້ງທຳອິດເລີຍທີ່ມີການເປີດປະມູນສາມີຂອງຕົນເອງຜ່ານທາງເວັບໄຊນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/