ຊາຍຊາວອັງກິດຂັບລົດ Tractor ໄປປີ້ນລົດຜູ້ອື່ນອອກຈາກເຂດເຮືອນຕົນເອງ ແຕ່ຊະນະຄະດີ ແລະ ບໍ່ມີຖືກຂໍ້ຫາໃດໆ


“ເຮືອນຂອງຂ້ອຍ ກໍຄືປ້ອມປາການຂອງຂ້ອຍ!” ເກີດເຫດການທີ່ເປັນກະແສໃນໂລກອິນເຕີເນັດ ເມື່ອມີວິດີໂອທີ່ຊາວນາຈາກປະເທດອັງກິດກຳລັງຂີ່ Tractor ເພື່ອຍູ້ເອົາລົດຂອງຜູ້ອື່ນໃຫ້ອອກຈາກເຂດຂອງເຮືອນຕົນເອງ ຈົນກາຍເປັນປີ້ນລົດເຂົາເຈົ້າ. ຫຼາຍຄົນອາດຈະຄິດວ່າລາວຈະໄດ້ຮັບໂທດ ຈາກການຂັບຂີ່ທີ່ເປັນອັນຕະລາຍ ຫຼື ການສ້າງຄວາມເສຍຫາຍແກ່ຊັບສິນຜູ້ອື່ນ. ແຕ່ Robert Hooper ຊາວນາອາຍຸ 57 ປີຜູ້ນີ້ ໄດ້ຫຼຸດພົ້ນຈາກທຸກການກ່າວຫາທັງໝົດ ຍ້ອນວ່າລາວນັ້ນກຳລັງປົກປ້ອງພື້ນທີ່ເຮືອນຂອງລາວ.

ໃນໄລຍະຂຶ້ນສານ 4 ມື້, Robert ໄດ້ເລົ່າໃຫ້ລູກຂຸນຟັງວ່າ ໄວໜຸ່ມທັງສອງຄົນໃນລົດເກ໋ງທີ່ອາຍຸໜ້ອຍກວ່າລາວ ໄດ້ເຂົ້າມາຈອດລົດຕັນທາງເຂົ້າຟາມ ທັ້ງທີ່ມັນເປັນໄລຍະເວລາຮີບດ່ວນຂອງຊາວນາ. Robert ໄດ້ເຂົ້າໄປຂໍໃຫ້ພວກເຂົາຍ້າຍລົດອອກຢ່າງສຸພາບ ແຕ່ກໍຖືກຊົກໜ້າ. ໃນເວລານັ້ນຜູ້ເປັນຊາວນາກໍຮູ້ສຶກຢ້ານ ແລະ ຮູ້ສຶກຖືກຄຸມຄາມ ເພາະບໍ່ຮູ້ວ່າໄວໜຸ່ມທັງສອງໄດ້ມີອາວຸດຍັງເຊື່ອງໄວ້ບໍ່, ລາວຈຶ່ງໄດ້ຕັດສິນໃຈ ຖ້າພວກເຂົາບໍ່ຍ້າຍລົດອອກ ລາວກໍຈະຍ້າຍໃຫ້ເອງ. Robert ໄດ້ເສີມວ່າ ເຮືອນຂອງຂ້ອຍ ກໍຄືປ້ອມປາການຂອງຂ້ອຍ, ຈຶ່ງໄດ້ຂຶ້ນລົດ Tractor ຕົນເອງແລ້ວປີ້ນລົດເກ໋ງທີ່ເປັນບັນຫານັ້ນອອກໄປຈາກເຂດເຮືອນສູ່ຖະໜົນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/