ກາເຟກຳລັງຈະຫາຍາກ ແລະ ແພງຂຶ້ນ ງານວິໄຈຊີ້ ດິນຈະບໍ່ເໝາະສົມແກ່ການປູກກາເຟອີກຕໍ່ໄປ


ນັກວິໄຈທາງຕະຫຼາດກາເຟກ່າວວ່າ ການປ່ຽນແປງຂອງສະພາບອາກາດຈະສົ່ງຜົນໃຫ້ແກ່ພື້ນດິນ ທັງຄວາມຮ້ອນ ແລະ ຄວາມແຫ້ງແລ້ງທີ່ເພີ່ມຂຶ້ນ ກໍຍິ່ງກໍ່ໃຫ້ເກີດຄວາມຫຍຸ້ງຍາກແກ່ດິນທີ່ຈະປູກກາເຟໃຫ້ມີຄຸນະພາບດີ ແລະ ກໍຈະສົ່ງຜົນໄປຈົນຮອດລາຄາໃຫ້ແພງຂຶ້ນ ເມື່ອທຽບໃສ່ຄວາມຕ້ອງການບໍລິໂພກກາເຟຂອງປະຊາກອນໂລກ ແລະ ພື້ນທີ່ດິນທີ່ປູກກາເຟຄຸນະພາບດີທີ່ຈະເຫຼືອພຽງບໍ່ຮອດເຄິ່ງໜຶ່ງພາຍໃນປີ 2050 ນີ້.

ກາເຟນັ້ນເປັນໜຶ່ງໃນສິນຄ້າທີ່ຊື້ຂາຍຫຼາຍທີ່ສຸດໃນໂລກ ໂດຍແບ່ງອອກເປັນ 2 ສາຍພັນໃຫຍ່ໄດ້ແກ່ ອາຣາບິກ້າ 70% ແລະ ໂຣບັສຕ້າ 30% ທີ່ຖືກບໍລິໂພກກັນຢ່າງຫຼວງຫຼາຍ. ບຣາຊິວທີ່ເປັນໜຶ່ງໃນປະເທດຜູ້ຜະລິດກາເຟລາຍໃຫຍ່ທີ່ສຸດຂອງໂລກ ໂດຍຈະມີ 28% ຂອງໂຣບັສຕ້າທົ່ວໂລກ ແລະ 41 ຂອງອາຣາບິກ້າ, ພວກເຂົາກໍຄາດການວ່າຈະຜະລິດອາຣາບິກ້າໄດ້ລົດລົງເຖິງ 30% ໃນປີນີ້, ແຕ່ໂຣບັສຕ້າຈະເພີ່ມຂຶ້ນອີກ 5% ເຊິ່ງວ່າການຜະລິດຂອງປີນີ້ຈະທຽບເທົ່າກັບເມື່ອປີ 2011 ທີ່ລາຄາກາເຟຂຶ້ນສູງທີ່ສຸດ.

ກາເຟສາຍພັນໂຣບັສຕ້ານັ້ນຈະສາມາດປູກໄດ້ໃນພື້ນທີ່ຮ້ອນແຕ່ມັນກໍເປັນສາຍພັນທີ່ມີຣົດຊາດເຂັ້ມແລະຂົມ ສ່ວນໃຫຍ່ມັກຈະຖືກນຳມາໃຊ້ເຮັດກາເຟເອສເພຣສໂຊ ຫຼື ປະສົມກັບນົມ. ແຕ່ສຳລັບສາຍພັນອາຣາບິກ້າແລ້ວ ມັນຈະຕ້ອງປູກໃນພື້ນທີ່ເຢັນ. ດ້ວຍເຫດນັ້ນເອງ ຫຼາຍອຸດສາຫະກຳກໍໄດ້ພະຍາຍາມພັດທະນາຂັ້ນຕອນການປູກເພື່ອຈະເຮັດໃຫ້ເມັດອາຣາບິກ້ານັ້ນສາມາດຢູ່ລອດໃນພື້ນທີ່ຮ້ອນ ແລະ ຍັງມີຣົດຊາດເປັນອາຣາບິກ້າໄດ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/