ຜົນສຳຫຼວດຊີ້ ຄົນອາເມຣິກາບໍ່ຕ້ອງການໃຫ້ Joe Biden ແລະ Donald Trump ລົງຊິງຕຳແໜ່ງປະທານາທິບໍດີໃນປີ 2024


ຜົນສຳຫຼວດຄວາມຄິດເຫັນຂອງປະຊາຊົນອາເມຣິກາ ປາກົດວ່າ ສຽງສ່ວນໃຫຍ່ບໍ່ຕ້ອງການໃຫ້ປະທານາທິບໍດີ ໂຈ ໄບເດນ ແລະ ໂດນັລ ທຣຳ ລົງສະໝັກຮັບເລືອກຕັ້ງເພື່ອຊິງເອົາຕຳແໜ່ງປະທານາທິບໍດີໃນປີ 2024 ສະແດງໃຫ້ເຫັນວ່າປະຊາຊົນອາເມຣິກາ ບໍ່ເຫັນດີກັບການທີ່ທັງສອງຈະລົງສະໝັກ ພ້ອມບອກອີກວ່າຕ້ອງການຜູ້ນຳຄົນໃໝ່.

ວັນທີ 26 ເມສາ 2023 ສຳນັກຂ່າວຕ່າງປະເທດໄດ້ລາຍງານຈາກ ວໍຊິງຕັນ ປະເທດອາເມຣິກາ ວ່າ ຜົນສຳຫຼວດຄວາມເຫັນໂດຍ Reuters/Ipsos ລວບລວມຄວາມຄິດເຫັນຈາກກຸ່ມຕົວຢ່າງຜູ້ທີ່ມີສິດເລືອກຕັ້ງ 1.005 ຄົນ ທົ່ວອາເມຣິກາ, ໃນນີ້ເປັນຜູ້ສະໜັບສະໜູນພັກ Democratic 455 ຄົນ ແລະ ພັກ Republican 361 ຄົນ ໃຊ້ເວລາໃນການສຳຫຼວດເປັນເວລາ 3 ມື້ ຜົນປາກົດວ່າ 44% ຂອງຜູ້ສະໜັບສະໜູນພັກ Democratic ກ່າວວ່າ ປະທານາທິບໍດີ ໂຈໄບເດນ ບໍ່ຄວນລົງສະໝັກ ແລະ ອີກ 34% ຂອງຜູ້ສະໜັບສະໜູນພັກ Republican ກ່າວວ່າ ອະດີດປະທານນາທິບໍດີ ໂດນັລ ທຣຳ ກໍບໍ່ຄວນລົງສະໝັກ.

ສ່ວນ ອີກ 61% ຂອງຜູ້ສະໜັບສະໜູນພັກ Democratic ກ່າວວ່າ ປະທານາທິບໍດີ ໂຈໄບເດນ ໃນໄວ 86 ປີ ເຖົ້າເກີນໄປສຳລັບຕຳແໜ່ງຜູ້ນຳ ແລະ ອີກ 35% ຂອງຜູ້ສະໜັບສະໜູນພັກ Republican ທີ່ໄດ້ກ່າວຄ້າຍຄືກັນວ່າ ໂດນັລ ທຣຳ ໃນໄວ 76 ປີ ມີອາຍຸຫຼາຍເກີນໄປທີ່ຈະດຳລົງຕຳແໜ່ງ.

ຕັ້ງແຕ່ເຂົ້າຮັບຕຳແໜ່ງໃນເດືອນ ມັງກອນ 2021ປະທານາທິບໍດີ ໂຈ ໄບເດນ ຖືກກົດດັນຈາກບັນຫາເງິນເຟີ້ທີ່ສູງ ແລະ ຄະແນນນິຍົມທີ່ຕ່ຳ ມີຄະແນນຄວາມນິຍົມພຽງ 41% ນຳມາເຊິ່ງການຫາສຽງເລືອກຕັ້ງໃນເທື່ອໃໝ່ວ່າຕ້ອງພົບເຈິກັບຄວາມທ້າທາຍໃນການສ້າງຄວາມກະຕືລືລົ້ນໃຫ້ກຸ່ມສະມາຊິກພັກ Democratic ເພື່ອໃຫ້ແນ່ໃຈວ່າພວກເຂົາຈະອອກມາໃຊ້ສິດເລືອກຕັ້ງໃນເດືອນພະຈິກ ປີ 2024 ພ້ອມກັບຜົນສຳຫຼວດ ຂອງ Reuters/Ipsos ໄດ້ເຜີຍແຜ່ອອກມາພຽງ 1 ມື້ ກ່ອນທີ່ທີມງານຫາສຽງຂອງ ປະທານາທິບໍດີ ໂຈໄບເດນ ແລະ ນາງ ຄາມາລາ ແຮລິສ ຮອງປະທານາທິບໍດີ ໄດ້ເປີດຕົວວິດີໂອຄວາມຍາວປະມານ 3 ນາທີ ເປັນການປະກາດຕົວຜູ້ລົງຊິງໄຊໃນເສິກເລືອກຕັ້ງຜູ້ນຳອາເມຣິກາຄົນຕໍ່ໄປທີ່ຈະເກີດຂຶ້ນໃນປີ 2024 ທີ່ຈະມາເຖິງນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/