ລາຄາຂອງ Bitcoin ໄດ້ກັບມາຢູ່ເໜືອ 28.000 ໂດລາອີກຄັ້ງໃນ 24 ຊົ່ວໂມງທີ່ຜ່ານມາ


ລາຄາຂອງ Bitcoin ໄດ້ມີການຟື້ນຕົວຂຶ້ນມາຢືນເໜືອລະດັບ 28.000 ໂດລາອີກຄັ້ງ ຫຼັງຈາກທີ່ລາຄາລົດລົງຕໍ່າກວ່າ 27.000 ໂດລາໃນອາທິດທີ່ຜ່ານມາ.

ລາຄາຂອງ Bitcoin ໄດ້ເພີ່ມຂຶ້ນ 3% ຢ່າງໄວວາເພື່ອໃຫ້ຢືນເໜືອລະດັບ 28.000 ໂດລາເປັນຄັ້ງທຳອິດໃນອາທິດນີ້, ເຖິງເເມ່ນວ່າຈະມີການຄາດການຈາກນັກວິເຄາະ crypto ຫຼາຍຄົນວ່າ ການເພີ່ມຂຶ້ນຂອງລາຄາ Bitcoin ນີ້ອາດເປັນພຽງກັບດັກເທົ່ານັ້ນ.

ໂດຍການເພີ່ມຂຶ້ນຂອງ Bitcoin ໃນ 24 ຊົ່ວໂມງທີ່ຜ່ານມາຍັງບໍ່ມີສາເຫດທີ່ຊັດເຈນ ເພາະອາດຈະມີຫຼາຍປັດໄຈໃນການເພີ່ມຂຶ້ນຂອງລາຄາ ອາດເປັນຜົນມາຈາກເຈົ້າມືລາຍໃຫຍ່ມີການເຄື່ອນໄຫວ ຫຼື ບຸກຄົນທີ່ມີອິດທິພົນຕໍ່ Bitcoin ໄດ້ອອກມາກ່າວດ້ານບວກກ່ຽວກັບຫຼຽນດັ່ງກ່າວ.

ຢ່າງໃດກໍຕາມ Bitcoin ໃນຕອນນີ້ມີການເຄື່ອນໄຫວລົດລົງມາພຽງເລັກນ້ອຍ ເເຕ່ຍັງຄົງຢູ່ເໜືອລະດັບ 28.000 ໂດລາ, ເຊິ່ງລາຄາໃນປັດຈຸບັນເເມ່ນຢູ່ທີ່ 28.277 ໂດລາ ເເລະ ເພີ່ມຂຶ້ນເປັນ 4% ໃນ 24ຊົ່ວໂມງທີ່ຜ່ານມາ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/