ຕົວແທນທີມເຕັ້ນລາວ DONGDOK CREW ເຂົ້າຮ່ວມງານ Dalat Best Dance Crew 2023 ທີ່ປະເທດຫວຽດນາມ


ທີມນັກເຕັ້ນລາວ DONGDOK CREW  ໄດ້ເປັນຕົວແທນຂອງປະເທດໄປໂຊຄວາມສາມາດທີ່ປະເທດຫວຽດນາມ ເຊິ່ງເປັນງານລະດັບສາກົນທີ່ຫຼາຍປະເທດໄດ້ເຂົ້າຮ່ວມ ມີທັງໝົດ 36 ປະເທດດ້ວຍກັນ, ເວທີນີ້ຫຼາຍປະເທດໄດ້ຄັດເອົາທີມເຕັ້ນທີ່ຄັດເລືອກ ແລະ ຖືກເລືອກມາໂດຍສະເພາະ. ໜຶ່ງໃນນັ້ນກໍມີປະເທດລາວທີ່ຈະໄດ້ໄປໂຊຄວາມສາມາດເຕັ້ນໃນເວທີລະດັບສາກົນ ແລະ ເວທີໃຫຍ່ ທີ່ ສສ ຫວຽດນາມ ເປັນເຈົ້າພາບໃນປີນີ້.

ທີມຈາກປະເທດລາວ DONGDOK CREW  ກໍເປັນອີກທີມໜຶ່ງທີ່ທຸກຄົນລ້ວນແລ້ວແຕ່ມີຄວາມໂດດເດັ່ນ ມີຄວາມສາມາດສະເພາະຕົວ ມີເອກະລັກໃນການເຕັ້ນທີ່ສາມາດດຶງດູດຄົນເບິ່ງໄດ້ເປັນຢ່າງດີ, ເຊິ່ງຈະມີຢູ່ 10 ຄົນ (ຍິງ 2, ຊາຍ 8 ຄົນ). ໂດຍທີມນັກເຕັ້ນລາວແມ່ນຈະໄດ້ເດີນທາງໄປຫວຽດນາມ ໃນວັນທີ 27 ເມສາ 2023 ທີ່ຈະມາຮອດນີ້.

ສ່ວນງານແມ່ນຈະເລີ່ມແຕ່ວັນທີ 29-30 ເດືອນເມສາ 2023 ຢູ່ທີ່ ເມືອງ Dalat ປະເທດຫວຽດນາມ, ປັດຈຸບັນ ງານກໍາລັງດໍາເນີນການຈັດງານ ແລະ ຫຼາຍນັກເຕັ້ນຈາກປະເທດອື່ນໆ ກໍເດີນທາງໄປຍັງສະຖານທີ່ແຂ່ງຂັນທີ່ປະເທດຫວຽດນາມ. ແນວໃດກໍເປັນກຳລັງໃຈໃຫ້ທີມເຕັ້ນຕົວແທນປະເທດລາວນຳກັນໄດ້.

ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/